spot_img
Homeນານາສາລະສູດຂ້າຫຍ້າປອດສານຜິດ ສີດຜັກ, ສີດເຂົ້າ ໂດຍບໍ່ຕ້ອງຢ້ານມີສານພິດຕົກຄ້າງ

ສູດຂ້າຫຍ້າປອດສານຜິດ ສີດຜັກ, ສີດເຂົ້າ ໂດຍບໍ່ຕ້ອງຢ້ານມີສານພິດຕົກຄ້າງ

Published on

ເລື່ອງສານເຄມີທີ່ປົນເປື້ອນກັບຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ອື່ນໆ ເຊິ່ງສານເຄມີເຫຼົ່ານີ້ລ້ວນເປັນອັນຕະລາຍຕໍ່ສິ່ງທີ່ມີຊີວິດທັງຄົນ ແລະ ສັດ ເພື່ອຫຼີກລ່ຽງສານດັ່ງກ່າວ ວັນນີ້ພວກເຮົາເລີຍມີສູດຂ້າຫຍ້າປອດສານຜິດ ມານຳສະເໜີໃຫ້ລອງເຮັດເບິ່ງ ສູດນີ້ນອກຈາກຈະສາມາດຂ້າຫຍ້າໄດ້ແລ້ວ ຍັງສາມາດຄວບຄຸມການເກີດຂອງຫຍ້າໄດ້ອີກດ້ວຍ ແຕ່ຈະມີວິທີເຮັດແນວໃດນັ້ນເຮົາມາອ່ານກັນເລີຍ

ວັດຖຸດິບທີ່ຕ້ອງກຽມມີ: 
1.ເກືອ ຈຳນວນ 2 ກິໂລກຣາມ
2.ນ້ຳສະອາດ 20 ລິດ
3.ປຸ໋ຍຢູເຣຍ 21-0-0 ຈຳນວນ 2 ກິໂລກຣາມ
ຖ້າຈະໃຫ້ດີຂຶ້ນແມ່ນປະສົມນ້ຳຢາລ້າງຖ້ວຍ ໃນປະລິມານ 500 ຊີຊີ ຫຍ້າຈະໄດ້ຕາຍໄວຂຶ້ນ

ຂັ້ນຕອນການເຮັດ

ນຳທຸກຢ່າງມາປະສົມເຂົ້າກັນຈາກນັ້ນກໍ່ຈຳໄປສີດໃສ່ຫຍ້າທີ່ນາເຂົ້າທີ່ມີຄວາມສູງກາຍຫົວເຂົ່າ ຫຼື ສວນຜັກ ໃຊ້ໄລຍະສີດລຽນຕິດປະມານ 3 ວັນ ຕົ້ນຫຍ້າ ຫຼື ພືດທີ່ບໍ່ຕ້ອງການກໍ່ຈະຕາຍໄປເອງ

 

ທີ່ມາຂອງສູດ: http://www.rak-sukapap.com/2016/07/blog-post_790.html?m=1

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...