spot_img
Homeຂ່າວຕ່າງປະເທດTesla Motors ເປີດ​ໂຮງງານ​ຜະລິດ​ແບ​ັດ​ເຕີຣີ​ໃນ​ທະ​ເລ​ຊາຍ

Tesla Motors ເປີດ​ໂຮງງານ​ຜະລິດ​ແບ​ັດ​ເຕີຣີ​ໃນ​ທະ​ເລ​ຊາຍ

Published on

Tesla Motors ​ບໍລິສັດ​ຜະລິດ​ລົດ​ ​ແລະ ​ອຸປະກອນ​ຈັດ​ສາກ​ພະລັງງານ​ລາຍ​ໃຫຍ່​ຂອງ​ອາ​ເມ​ລິ​ກາ ​ເປີດ​ໂຮງງານ​ຂະໜາດ​ໃຫຍ່​ມູນ​ຄ່າ​ກວ່າ 5 ຕື້​ໂດ​ລາ​ ​ໃນ​ທະ​ເລ​ຊາຍ​ເນ​ວາດາ​ທາງ​ຕາ​ເວັນ​ຕົກ​ຂອງ​ອາ​ເມ​ລິ​ກາ

Tesla Motors ກຳລັງ​ດຳ​ເນີນ​ການ​ສ້າງ​ໂຮງງານ​ແຫ່ງ​ນີ້​ໄດ້​ບໍ່​ດົນ ​ໃນ​ເມືອງ Sparks ທາງ​ຕາ​ເວັນ​ຕົກ​ຂອງ​ເນ​ວາດາ ​ໂດຍ​ຂະນະ​ນີ້​ໂຮງງານ​ສຳ​ເລັດ​ໄປ​ແລ້ວ 14 % ​ເທົ່າ​ນັ້ນ ​​ແຕ່​ເມື່ອ​ສຳ​ເລັດ​ສົມບູນ ​ໂຮງງານ​ນີ້​ຈະ​ມີ​ເນື້ອ​ທີ່​ທັງໝົດປະມານ 10 ລ້ານ​​ຕາລາງຟຸດ ຫຼື ມີ​ຂະໜາດ​ເທົ່າ​ກັບສະຫນາມເຕະບານອາເມລິກາ NFL 262 ຊຶ່ງ​ນັ້ນ​ຈະ​ເຮັດ​ໃຫ້​ໂຮງງານ​ແຫ່ງ​ນີ້ ​ເປັນໜຶ່ງ​ໃນ​ສິ່ງ​ກໍ່ສ້າງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ

ໂຮງງານ​ດັງ​ກ່າວ​ມີ​ຊື່ວ່າ Gigafactory ຊຶ່ງທາງ​ບໍລິສັດ​ຫວັງ​ວ່າ ​ໂຮງງານ​ໃໝ່​ແຫ່ງ​ນີ້ ຈະ​ກາຍ​ເປັນ​ສູນ​ກາງ​ການ​ຜະລິດ​ແບ​ຕ​ເຕີຣີ Lithium-ion ຂອງ​ບໍລິສັດ

​ດ້ວຍ​ສັກກະ​ຍະພາບ​ໃໝ່ທີ່​ຈະ​ເພີ່ມ​ການ​ຜະລິດ​ແບ​ັດ​ເຕີຣີ Lithium-ion ຂອງ​ໂລກ​ໄດ້​ເກືອບ 2 ​ເທົ່າ ​ໃນ​ຂະນະ​ດຽວກັນ​ກໍ​ມີ​ສ່ວນ​ຊ່ວຍຫຼຸດຄ່າ​ໃຊ້​ຈ່າຍ​ຂອງ​ການ​ຜະລິດ​ແບ​ັດ​ເຕີຣີລົງ​ກວ່າ 30 % ​ເຊັ່ນ​ກັນ ​ແລະ ​ໃນ​ອີກ 3-4 ປີ​ຂ້າງໜ້າບໍລິສັດ​ຍັງ​ມີ​ແຜ​ນທີ່​ຈະ​​ຈ້າງແຮງ​ງານ​ເຖິງ 1 ໝື່ນຕຳແໜ່ງ

ນອກຈາກ​ການ​ຜະລິດ​ແບ​ຕ​ເຕີຣີ​ແລ້ວ ບໍລິສັດ Tesla Motors ຍັງ​ມີ​ທຸລະ​ກິດ​ເກັບ​ພະລັງງານ​ສຸຣິຍະ ຫຼື ພະລັງງານ​ແສງຕາ​ເວັນ​ສຳລັບການ​ໃຊ້​ພາຍ​ໃນ​ບ້ານ​ເຮືອ​ນ ​ແລະ ບໍລິສັດ​ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...