Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານຂີ້ເຫຍື້ອ ສາເຫດທີ່ເຮັດໃຫ້ສຸຂະພາບເສື່ອມໂຊມ

ອາຫານຂີ້ເຫຍື້ອ ສາເຫດທີ່ເຮັດໃຫ້ສຸຂະພາບເສື່ອມໂຊມ

Published on

 

ແຕ່ກີ້ແຕ່ກ່ອນນັ້ນ ປະເທດລາວຂອງພວກເຮົາອຸດົມໄປດ້ວຍອາຫານການກິນແບບທຳມະຊາດ ລ້ວນໆ ສ່ວນໃຫຍ່ແມ່ນປະຊາຊົນເປັນຜູ້ປູກເອງ ແລະຫາເກັບຈາກປ່າດົງພົງໄພ ເຊິ່ງບໍ່ມີການໃຊ້ສານເຄມີ, ຢາຂ້າແມງໄມ້ ຫາກຈະກິນຊີ້ນສັດ ກໍເອົາຫວດສ້ອນ, ຫວ່ານແຫ ແລະຕຶກສະດຸ້ງຕາມຫ້ວຍນໍ້າ ຫລືວ່າໄປລ່າສັດຕາມປ່າດົງພົງໄພ. ແຕ່ເມື່ອສັງຄົມມັນປ່ຽນໄປ ວັດທະນະທຳຕາເວັນຕົກເລີ່ມສອດແຊກເຂົ້າມາ ການກິນຢູ່ຂອງປະຊາຊົນລາວກໍປ່ຽນໄປຈາກໜ້າມືເປັນຫລັງມື ມີອາຫານແນວໃໝ່ຫລາກຫລາຍຍີ່ຫໍ້ ລາຄາຖືກ ລາຄາແພງໃຫ້ເລືອກກິນຢ່າງລົ້ນເຫລືອ ໃນປັດຈຸບັນນີ້ ເຮົາເຫັນວ່າ ຍ່າງໄປໃສກໍຕາມ ທຸກຮ່ອມເຮືອນເຫັນຮ້ານອາຫານເຕັມໄປໝົດ ມີອາຫານນາໆປະເທດ ແຕ່ວ່າມັນຊ້ຳພັດແປກປະຫລາດ ສຸຂະພາບຂອງພວກເຮົາກັບເຊື່ອມໂຊມລົງທຸກໆມື້.

ທ່ານຮູ້ບໍ່ວ່າ ອາຫານຈານດ່ວນ ຈຳພວກ ເບເກີລີ, ເຂົ້າໜົມອົບ, ເຂົ້າໜົມຫວານ, ນ້ຳອັດລົມ ເຫລົ່ານີ້ລ້ວນແຕ່ເປັນອັນຕະລາຍຕໍ່ສຸຂະພາບທັງນັ້ນ ນອກຈາກໃຫ້ແຄລໍລີລົ້ນເຫລືອເກີນຄວາມຈຳເປັນຂອງຮ່າງກາຍແລ້ວ ຄວາມຫວານທີ່ເກີດຈາກນ້ຳຕານຊາຍຂາວໃນອາຫານເຫລົ່ານັ້ນ ຍັງໄປທຳລາຍຮ່າງກາຍອີກດ້ວຍ ເພາະຮ່າງກາຍຕ້ອງດຶງແຄນຊຽມ ຟອດສະຟໍລັດ ວິຕາມິນບີລວມ ມາຊ່ອຍຍ່ອຍນ້ຳຕານຊາຍຂາວ ດົນນານໄປກໍເກີດພາວະກະດູກຜ່ອຍ, ຟັນຜຸ ໆລໆ ເອີ້ນໄດ້ວ່າ ໃຫ້ສິ່ງຊົ່ວຮ້າຍແກ່ຮ່າງກາຍຢ່າງທີ່ສຸດ ແລະດຶງເອົາສ່ວນດີທີ່ມີຢູ່ແລ້ວອອກໄປ ພະລັງງານທີ່ໄດ້ຈາກອາຫານ ແລະເຄື່ອງດື່ມເຫລົ່ານີ້ຄືພະລັງ ງານແປກປອມ ເພາະຮ່າງກາຍບໍ່ໄດ້ຮັບສານອາຫານທີ່ເປັນປະໂຫຍດໃດໆເລີຍ.

ດ້ວຍເຫດໃດຄົນວຽງຈັນ ຢູ່ບ່ອນທີ່ມີຄວາມຈະເລີນທີ່ສຸດໃນປະເທດລາວ ມີອາຫານການກິນທີ່ອຸດົມ ສົມບູນ ແລະລົ້ນເຫລືອຈຶ່ງເຈັບໄຂ້ໄດ້ປ່ວຍດ້ວຍໂລກຄວາມດັນ, ເບົາຫວານ, ໂລກຫົວໃຈ ໆລໆ ແຕ່ໂລກເຫລົ່ານີ້ຊ້ຳພັດບໍ່ເກີດກັບຄົນຢູ່ໃນເຂດຊົນນະບົດ ທັງໆທີ່ວ່າຄົນເຫລົ່ານັ້ນ ບໍ່ໄດ້ກິນອາຫານຕາມຫລັກການ ຫລືຫ້າໝູ່ຊ້ຳ ບໍ່ໄດ້ກິນອາຫານລາຄາແພງ, ຫລຼູຫລາຢູ່ໃນໂຮງແຮມ, ຮ້ານອາຫານ ໃນບັນຍາກາດດີໆດ້ວຍແສງ, ສີ, ສຽງ ຄົນຊົນນະບົດສ່ວນໃຫຍ່ແລ້ວ ກິນອາຫານທີ່ມີຕາມທ້ອງຖິ່ນ ເກີດຕາມທຳມະຊາດ ແຕ່ສຸຂະພາບພັດດີກວ່າຄົນຢູ່ວຽງຈັນ. ເຫດຜົນກໍເພາະວ່າ ເຂົາເຫລົ່ານັ້ນກິນອາຫານໃນຖານະທີ່ເປັນປັດໄຈພື້ນຖານຂອງຊີວິດ ແຕ່ຄົນ(ບາງຄົນ)ໃນວຽງຈັນ ຫລືບ່ອນອື່ນໆ ມີວັດທະນະທຳການກິນທີ່ແຕກຕ່າງອອກໄປ ເຫັນວ່າອາຫານບໍ່ແມ່ນສິ່ງຫລໍ່ລ້ຽງຊີວິດ ແຕ່ກິນເພາະເຫດຜົນອື່ນໆ ເຊັ່ນ : ກິນຕາມກະແສນິຍົມ, ກິນເພື່ອສະໜອງຄວາມຢາກ, ກິນເພາະຕິດໃນລົດຂອງອາຫານ, ກິນເພື່ອສ້າງພາບພົດແລະອັດຕະລັກເປັນຕົ້ນ ນອກຈາກນີ້ ດ້ວຍການດຳລົງຊີວິດທີ່ວຸ່ນວາຍ, ຟ້າວຟັ່ງ ບໍ່ມີເວລາສົນໃຈ  ໃຫ້ຄວາມສົນໃຈກັບອາຫານການກິນ ຕ້ອງອາໄສອາຫານສຳເລັດຮູບ, ອາຫານຈານດ່ວນ ເຊິ່ງລ້ວນແຕ່ມີສານປົນເປື້ອນທີ່ເປັນອັນຕະລາຍຕໍ່ຮ່າງກາຍ ເຖິງວ່າມີເງິນຊື້ອາຫານກິນ ກໍບໍ່ໄດ້ມາຍຄວາມວ່າສາມາດຊື້ສຸຂະພາບໄດ້.

 

 

ບົດຄວາມຫຼ້າສຸດ

ສັ່ງປະຫານຊີວິດ ຈີນໄດ້ຕັດສິນປະຫານຊີວິດ ອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດ 2 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ແຕ່ໄດ້ໂຈະໂທດໄວ້ 2 ປີ ຖ້າບໍ່ກະທຳຜິດຕື່ມ ຈະປ່ຽນເປັນຈຳຄຸກຕະຫຼອດຊີວິດ

ວັນທີ 7 ພຶດສະພາ 2026 ທີ່ຜ່ານມາ ສຳນັກຂ່າວປະເທດຈີນລາຍງານວ່າ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຈີນ 2 ຄົນຄື ລີ ຊາງຟູ (Li Shangfu) ແລະ...

ເປີດລົງທະບຽນເຂົ້າຮ່ວມພັນທະກິດທາງເສດຖະກິດຂອງກຸ່ມປະເທດ ທີ່ໃຊ້ພາສາຝຣັ່ງປະຈຳອາຟຣິກາຕາເວັນອອກໃນວັນທີ 6-8 ຕຸລາ 2026 ທີ່ປະເທດຈິບູຕີ

ຫຼັງຈາກຜົນສຳເລັດຂອງການຈັດງານຫົກຄັ້ງຢູ່ທີ່ພາກພື້ນທີ່ໃຊ້ພາສາຝຣັ່ງໃນເຂດຕ່າງໆ, ອົງການສາກົນຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງ (OIF) ຍັງສືບຕໍ່ມຸ່ງໝັ້ນສ້າງຄວາມສາມັກຄີ ແລະ ຄວາມທະເຍີທະຍານທາງເສດຖະກິດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງໂດຍຮ່ວມມືກັບອຳນາດການປົກຄອງຂອງຈິບູຕີຈັດຕັ້ງພັນທະກິດທາງເສດຖະກິດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງຄັ້ງຕໍ່ໄປໃນວັນທີ 6 ຫາ 8 ຕຸລາ 2026 ທີ່ປະເທດຈິບູຕີ. ໂຄງການລິເລີ່ມນີ້ເປັນສ່ວນໜຶ່ງໃນຄວາມພະຍາຍາມສົ່ງເສີມການແລກປ່ຽນທາງການຄ້າລະຫວ່າງບັນດາປະເທດສະມາຊິກ ແລະ ລັດຖະບານ...

ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ ນະຄອນໂຮ່ຈິມິນ ແລະ ບາງກອກ

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ...

ປັກຫຼັກໝາຍຊາຍແດນ  ລາວ-ກຳປູເຈຍ ກໍານົດຈຸດທີ່ຈະປັກຫຼັກຊາຍແດນ ສຳເລັດແລ້ວ 213 ຫຼັກໝາຍ ເພື່ອແກ້ໄຂບັນຫາການບຸກເບີກເນື້ອທີ່ກະສິກຳທີ່ລ່ວງລໍ້າຊາຍແດນ

ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ...