Homeຂ່າວຕ່າງປະເທດຫວຽດນາມ-ໄທ ເພີ່ມທະວີຮັດແໜ້ນ ການຮ່ວມມືສອງຝ່າຍຫລາຍດ້ານ

ຫວຽດນາມ-ໄທ ເພີ່ມທະວີຮັດແໜ້ນ ການຮ່ວມມືສອງຝ່າຍຫລາຍດ້ານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກໍລະກົດຜ່ານມານີ້ວ່າ ທ່ານ ທານະ​ສັກ ປະ​ຕິ​ມາ​​ປະກອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ  ເຈີ່ນ​ດາຍກວາງ ປະທານປະເທດຫວຽດນາມ ໃນລະຫວ່າງເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໂດຍທັງສອງຝ່າຍໄດ້ຢັ້ງຢືນ ​ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ຮ່ວມມືໃນ​ການ​ພັດ​ທະ​ນາ, ຄຸ້ມ​ຄອງ ແລະ ນ​ຳ​ໃຊ້​ແມ່​ຂອງ​ແບບ​ຍືນ​ຍົງ ຕາມ​ທຳ​ນຽມ​ສາ​ກົນ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ.

ທ່ານ​ປະ​ທານ​ປະ​ເທດຫວຽດນາມ ໄດ້ຢືນ​ຢັນ​ວ່າ ພັກ ແລະ ລັດ​ຖະ​ບານ​ຫວຽດ​ນາມ ສົ່ງ​ເສີມ​ວິ​ສາ​ຫະ​ກິດໄທ ເຂົ້າມາລົງ​ທຶນຢູ່ຫວຽດນາມ ໃນ​ຂະ​ແຫນງ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ທ່ອງ​ທ່ຽວ​ທະ​ເລ, ອຸດ​ສາ​ຫະ​ກຳ​ຕຳ​ແຜ່ນ​ຕັດ​ຫຍິບ, ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄ​ມີ, ວັດ​ສະ​ດຸ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...