HomeຊີວິດແລະຄວາມຮັກWedding-Sex-loveຜູ້ຊາຍບໍລິສຸດຈະເບິ່ງແນວໃດ...ຕ້ອງອ່ານ

ຜູ້ຊາຍບໍລິສຸດຈະເບິ່ງແນວໃດ…ຕ້ອງອ່ານ

Published on

ຄວາມຮັກ ກັບ ເຊັກສ໌ ຕໍ່ຈາກສະບັບກ່ອນໜ້ານີ້ທີ່ພວກເຮົາເຄີຍນຳສະເໜີກ່ຽວກັບລັກສະນະແມ່ຍິງທີ່ຍັງເປັນສາວບໍລິສຸດ ແລະ ຖືໄດ້ວ່າຫົວຂໍ້ດັ່ງກ່າວໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກຜູ້ທີ່ເຂົາມາອ່ານ ແລະ ກໍ່ມີແຟນເພສຫຼາຍຄົນຖາມເຂົ້າມາກ່ຽວກັບລັກສະນະຂອງ “ຊາຍບໍລິສຸດຈະເບິ່ງແນວໃດ” ທີມງາມຂອງພວກເຮົາກໍ່ບໍ່ພາດທີ່ຈະໄປຊອກຫາຂໍ້ມູນນຳເວັບໄຊ໌ຕ່າງໆມານຳສະເໜີເລື່ອງນີ້ໃຫ້ຮູ້ຈັກກັນ ເຊິ່ງຊາຍທີ່ຍັງບໍລິສຸດຢູ່ນັ້ນຈະມີລັກສະນະໄດ້ແນວໃດເຮົາມາອ່ານກັນເລີຍ

ໝາຍເຫດ: ສິ່ງທີ່ກ່າວຈະຕໍ່ໄປນີ້ເປັນຫົວຂໍ້ທີ່ເວົ້າກ່ຽວກັບເພດສຶກສາ ແລະ ເປັນພຽງຫົວຂໍ້ທີ່ເວົ້າກ່ຽວກັບລັກສະນະທີ່ບົ່ງບອກຜູ້ຊາຍບໍລິສຸດຢູ່ ຫຼື ບໍ່ເທົ່ານັ້ນ ຖ້າຫາກວ່າສິ່ງທີ່ກ່າວໄປນັ້ນຫາກເກີດຜິດພາດປະການໃດກໍ່ຕາມຕ້ອງຂໍອະໄພໄວ້ລ່ວງໜ້າ 

ຫຼາຍຄົນມັກເຂົ້າໃຈວ່າຜູ້ຊາຍທີ່ຍັງຊິງ ຫຼື ຍັງບໍລິສຸດຢູ່ນັ້ນຕ້ອງມີເອັນພົມມະຈັນຢູ່ປາຍອະໄວຍະວະເພດຊາຍຍັງບໍ່ທັນສີກຂາດນັ້ນຈິ່ງຖືໄດ້ວ່າເປັນຊາຍບໍລິສຸດ ແຕ່ເລື່ອງນີ້ມັນກໍ່ບໍ່ເປັນກັບຜູ້ຊາຍໝົດທຸກຄົນ ເພາະຜູ້ຊາຍບາງຄົນເອັນພົມມະຈັນອາດສີກຂາດຕັ້ງແຕ່ຍັງນ້ອຍ ເນື່ອງຈາກຜູ້ຊາຍບາງຄົນອາດມີບັນຫາກ່ຽວກັບການປັດສະວະ (ຢ່ຽວ) ຍາກ ຕັ້ງແຕ່ອາຍຸ 4-10 ປີ ເມື່ອໄປໂຮງໝໍ ແພດອາດຈະໜີບໜັງຫຸ້ມ ຫຼື ເອັນພົມມະຈັນນັ້ນອອກ ເພື່ອໃຫ້ປັດສະວະງ່າຍຂຶ້ນ ຫຼື ອາດເປັນຍ້ອນສາເຫດອື່ນໆ ກໍ່ເຊັ່ນດຽວກັນກັບກໍລະນີຂອງແມ່ຍິງທີ່ເປັນ sport girl ການຫຼິ້ນກິລາໜັກບາງຊະນິດອາດເຮັດໃຫ້ເຍື້ອພົມມະຈັນສີກຂາດໄດ້ ສະນັ້ນ ຈິ່ງມີຫຼາຍໆຄຳຄິດເຫັນສະຫຼຸບໄດ້ວ່າ ການເບິ່ງຄວາມບໍລິສຸດຂອງຜູ້ຊາຍນັ້ນຕ້ອງເບິ່ງທີ່ອາການ, ລີລາເລົ້າໂລມ, ຈັງຫວະໃນການຂັບເຄື່ອນ ປະເພດນີ້ເປັນຕົ້ນ

ຫຼັກການເບິ່ງຜູ້ຊາຍບໍລິສຸດ:

1.ຖ້າຜູ້ຊາຍຄົນນັ້ນເກັ່ງເລື່ອງເທິງຕຽງ, ລີລາດີ, ຈັງຫວະດີ, ເລົ້າໂລມຖືກຈຸດ, ຮູ້ຈັກກຳນົດເວລາໄປເຖິງຈຸດສຸດຍອດທີ່ເໝາະສົມພໍດີທັງສອງຝ່າຍ ສະແດງວ່າຜູ້ຊາຍຄົນນັ້ນຜ່ານເລື່ອງແບບນີ້ມາຫຼາຍ ມີປະສົບການເຫຼືອເຟືອ

2. ຖ້າຜູ້ຊາຍຄົນນັ້ນເຮັດພໍເປັນແຕ່ຍັງບໍ່ດີປານໃດ ມີບາງຈຸດຍັງບໍ່ຄັກໃຈປະມານວ່າ ມີຄະແນນເຕັມ 10 ເຮັດໄດ້ແຕ່ 7 ສະແດງວ່າຊາຍຄົນນັ້ນຜ່ານເລື່ອງນີ້ມາບໍ່ຫຼາຍປານໃດ ຍັງຕ້ອງເກັບກ່ຽວປະສົບການຕໍ່ໄປ

3. ຖ້າຜູ້ຊາຍຄົນນັ້ນມີລັກສະນະເຂີນອາຍ, ຫົວໃຈເຕັ້ນແຮງກ່ອນເວລາຈະມີເພດສຳພັນ ຫຼື ໃນເວລາມີເພດສຳພັນ, ໃຈຮ້ອນຟ້າວເຮັດຟ້າວເລັ່ງ, ກະຈັງຫວະບໍ່ຖືກບໍ່ຮູ້ຈັງຫວະແຮງຈັງຫວະຄ່ອຍ, ເລົ້າໂລມບໍ່ຖືກຈຸດ, ຫລັ່ງໄວກ່ອນຈະໄປເຖິງຈຸດສຸດຍອດ ເຮັດສິ່ງໃດລົງໄປກໍ່ບໍ່ຖືກໃຈສາວຈັກຢ່າງ ຖ້າສາວຄົນໃດໄດ້ລັບນອນກັບຊາຍໃນລັກສະນະນີ້ຕ້ອງດີໃຈໄວ້ເລີຍວ່າທ່ານຄືຍິງຄົນທຳອິດຂອງເຂົາ

ຖ້າໃຜອ່ານແລ້ວມີຄວາມຄິດເຫັນແນວໃດເພີ່ມຕື່ມກໍ່ສາມາດສະແດງຄວາມຄິດເຫັນໄດ້ (ການສະແດງຄວາມຄິດເຫັນຄວນໃຊ້ຄຳເວົ້າທີ່ສຸພາບ ແລະ ສ້າງສັນ)

ສຳລັບຄວາມຮັກລະຫວ່າງຄົນສອງຄົນນັ້ນຈະຢູ່ກັນໄດ້ດົນ ຫຼື ບໍ່ ມັນບໍ່ໄດ້ກ່ຽວກັບວ່າເຮົາຕ້ອງໄດ້ຄູ່ຄອງທີ່ບໍລິສຸດຢູ່ ຫຼື ບໍ່ ແຕ່ສິ່ງທີ່ສຳຄັນຄືເຮົາຈະໄດ້ຄົນທີ່ຢາກຢູ່ ແລະ ພ້ອມຈະຢູ່ຄຽງຂ້າງກັບເຮົາທຸກທີ່ທຸກເວລາທຸກເຫດການບໍ່ວ່າຈະເປັນຍາມເຮົາສຸກ ແລະ ທຸກ ຫຼື ບໍ່ເທົ່ານັ້ນເອງ.

ຂອບໃຈຂໍ້ມູນອ້າງອີງຈາກເວັບໄຊ໌:

http://pantip.com/topic/32303576

http://www.dek-d.com/board/view/1457285/

http://board.postjung.com/665521.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...