Homeມູມໄອທີລາວຜູ້ຊ່ຽວຊານແນະນຳບໍ່ຄວນສາກແບັດເຕີຣີໄວ້ຄ້າງຄືນ

ຜູ້ຊ່ຽວຊານແນະນຳບໍ່ຄວນສາກແບັດເຕີຣີໄວ້ຄ້າງຄືນ

Published on

ໃນ​ພຶດ­ຕິ​ກຳ​ທີ່​ເຫັນ​ກັນ​ຫຼາຍໆ​ຈາກ​ຜູ້​ໃຊ້​ງານ​ກໍ່​ຄື​ການ​ສາກ​ມື​ຖື​ປະ​ໄວ​ຄ້າງ​ຄືນພໍ​ໝົດ​ວັນ​ປຸ໊ບກໍ​ສຽບ​ສາຍ​ແລ້ວ​ປິດ​ໄຟ​ນອນ​ແລ້ວ​ຄ່ອຍ​ດຶງ ສາຍ​ສາກ​ອອກ​ຈາກ​ຕອນ​ເຊົ້າ​ພ້ອມ​ໜ້າ​ຈໍ

​ທີ່​ໂຊ​ວ່າ​ພະ­ລັງ­ງານ​ສາກ​ເຕັມ 100% ພ້ອມ​ໃຊ້​ງານ​ໃໝ່​ແຕ່​ຄັ້ງ​ຫຼ້າ​ສຸດ​ວັນ​ທີ 23 ມິ­ຖຸ­ນາ 2559 ເຜີຍ​ຜູ້​ຊ່ຽວ­ຊານ​ປະ­ຈຳ​ເວັບ​ໄຊ Battery University ບອກ​ວ່າ­ການ​ສາກ​ແບັດ​ເຕີ​ຣີ​ປະ​ໄວ້​ຄ້້າງ​ຄືນ​ບໍ່​ແມ່ນ​ພຶດ­ຕິ​ກຳ​ທີ່​ດີ​ເພາະ​ກະ­ແສ​ໄຟ­ຟ້າ​ທີ່​ໄຫຼ​ເຂົ້າ​ເລື້ອຍໆ​ທີ່​ສາກ​ເຕັມ​ແລ້ວ​ນັ້ນ​ເຮັດ​ໃຫ້​ແຮງ​ດັນ​ໃນ​ແບັດ​ເຕີ​ຣີ​ສູງ​ເກີນ ໄປ​ກໍ​ຈະ​ເກີດ​ໃຫ້­ການ​ປ່ຽນ­ແປງ​ທາງ​ເຄ​ມີ​ສົ່ງ​ຜົນ​ເສຍ​ຕໍ່​ແບັດ​ເຕີ​ຣີ​ເອງ.

ແບັດ​ເຕີ​ຣີ​ທີ່​ນິ­ຍົມ​ກັນ​ໃຊ້​ໃນ​ສະ­ມາດ​ໂຟນ ລວມ​ທັງ ໄອ​ໂຟນ ຂໍ​ພຽງ ສາກ​ໃຫ້​ພໍ​ເຕັມ​ໃຊ້​ງານ​ໄດ້ ກໍ​ພໍ­ແລ້ວ​ຂະ­ນະ​ດຽວ​ກັນ​ຈະ​ຊ່ວຍ​ຍືດ​ອາ­ຍຸ ການ​ໃຊ້​ງານ​ຂອງ​ແບັດ​ເຕີ​ຣີ​ໄດ້​ດີ.ສະ­ນັ້ນ​ຕາມ​ຂໍ້​ມູນ​ຂອງ​ເວັບ​ໄຊ​ແບັດ​ເຕີ​ຣີ ການ​ສາກ​ມື​ຖື​ໃນ​ຊ່ວງ​ເວ­ລາ​ສັ້ນໆ​ໃຫ້​ພໍ​ເຕັມ ຈະ​ດີກ​ວ່າ­ການ​ສາກ​ປະ​ໄວ້​ຄ້າງ​ຄືນ​ຈົນ​ແບັດ​ເຕີ​ຣີ​ເຕັມ.

ຢ່າງ­ໃດ​ກໍ​ຕາມ​ສຳ­ລັບ​ການ​ສາກ​ແບັດ​ເຕີ​ຣີ​ປະ​ຄ້າງ​ໄວ້​ມີ​ຜົນ​ເສຍ​ແບບ​ໃດ​ກໍ​ເຄີຍ​ເປັນ​ທີ່​ຖືກ​ຖຽງ​ກັນ​ມາ​ກ່ອນ​ໜ້າ​ແລ້ວ ໂດຍ​ມີ​ຂໍ້​ມູນ​ຈາກ ເວັບ​ໄຊ techradar.com ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ ແບັດ​ເຕີ​ຣີ  Li-ion ກະ​ເກີດ​ພາບ​ການ​ປ່ຽນ­ແປງ​ອັນ­ຕະ­ລາຍ​ຫາກ​ສາກ​ໄຟ​ເກີນ ແຕ່​ປະ­ຈຸ​ບັນ ສາກ ແບັດ​ເຕີ​ຣີ Li-ion ຮຸ່ນ​ໃໝ່​ຈະ​ມີ​ລະ­ບົບ​ຕັດ​ໄຟ​ອັດ­ຕາ​ໂນ​ມັດ​ເມືອ​ສາກ​ເຕັມ ເພື່ອ​ປ້ອງ​ກັນ​ອັນ­ຕະ­ລາຍ.

 

ຂຽນໂດຍ: ດາວເມືອງພວນ (ເສດຖະກິດ-ສັງຄົມ)

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...