HomeຊີວິດແລະຄວາມຮັກWedding-Sex-loveອາການສາວບໍລິສຸດ ທີ່ມີເພດສຳພັນຄັ້ງທຳອິດຈະເປັນແນວໃດ?...ຕ້ອງອ່ານ

ອາການສາວບໍລິສຸດ ທີ່ມີເພດສຳພັນຄັ້ງທຳອິດຈະເປັນແນວໃດ?…ຕ້ອງອ່ານ

Published on

ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມາເວົ້າລັກສະນະສາວຊິງ ຫຼື ສາວບໍລິສຸດ ທີ່ບໍ່ເຄີຍຜ່ານເລື່ອງຢ່າງວ່າເລີຍຈັກເທື່ອ ເຊິ່ງສາວໆເຫຼົ່ານີ້ຈະມີອາການແນວໃດແນ່ນັ້ນເຮົາມາອ່ານກັນເລີຍ ຂໍບອກໄວ້ກ່ອນເລີຍວ່ານີ້ບໍ່ແມ່ນເລື່ອງລາມົກເພາະສິ່ງທີ່ມີຊີວິດເທິງໂລກໜ່ວຍນີ້ການມີເພດສຳພັນເປັນເລື່ອງປົກກະຕິ ເປັນເລື່ອງທຳມະຊາດ ສະນັ້ນຂໍໃຫ້ຄິດໃນແງ່ເພດສຶກສາ

+ ນາງຈະຮູ້ສຶກຕົວແຂງຂຶ້ນເວລາຖືກກອດ, ຮູ້ສຶກຕື່ນຫົວໃຈເຕັ້ນແຮງ ຫຼື ຍິງສາວບາງຄົນອາດຈະດຶງມືຊາຍອອກເມື່ອເວລາທີ່ຊາຍໜຸ່ມກຳລັງພະຍາຍາມຖອດເສື້ອຜ້າຂອງນາງອອກ

+ ເມື່ອເວລາຈະມີເພດສຳພັນນາງຈະເອົາມືປິດໜ້າເອິກ ຫຼື ໜີບຂາໄວ້ໃຫ້ແໜ້ນ

+ ນາງຈະຢູ້ອອກ ເມື່ອຖືກຊາຍກອດ ຫຼື ຂຶ້ນທັບ ແລະ ຈະບໍ່ມີການໂຕ້ຕອບໃດໆ ນາງຈະປ່ອຍໃຫ້ຝ່າຍຊາຍເປັນຝ່າຍປະຕິບັດພຽງຝ່າຍດຽວ

+ ນາງຈະບໍ່ໃຫ້ເປີດໄຟເດັດຂາດເພາະຍັງຮູ້ສຶກເຂີນອາຍ ແລະ ຈະມິດຫງຽບ ຖ້າຮູ້ສຶກເຈັບນາງກໍ່ພຽງສົ່ງສຽງເບົາໆ

+ ເມື່ອສຳເລັດການມີເພດສຳພັນນາງຈະຟ້າວເອົາຜ້າປິດຮ່າງກາຍນາງໄວ້ ຫຼື ນຸ່ງເສື້ອຜ້າໃສ່ທັນທີ ແລະ ນອນຫັນຫຼັງໃຫ້ກັບຝ່າຍຊາຍ ໂດຍທີ່ບໍ່ຟ້າວໄປເຂົ້າຫ້ອງນ້ຳທັນທີ

+  ສາວບໍລິສຸດຈະສັງເກດໄດ້ວ່າເມື່ອມີເພດສຳພັນແລ້ວຈະມີເລືອດອອກ ເນື່ອງຈາກເຫຍື້ອພົມມະຈັນທີ່ປາກຊ່ອງຄອດເປັນເຫຍື້ອບາງໆກັ້ນຢູ່ຮອບຊ່ອງຄອດ ຖ້າຖືກອະໄວຍະວະເພດຊາຍດັນເຂົ້າໄປເຫຍື້ອພົມມະຈັນດັ່ງກ່າວກໍ່ຈະສີກຂາດ ແຕ່ສຳລັບແມ່ຍິງທີ່ຫຼິ້ນກີລາອັນນີ້ກໍ່ມີຂໍ້ຍົກເວັ້ນເຊັ່ນດຽວກັນ ເອົາເປັນວ່າຕ້ອງສັງເກດລີລາທ່າທາງຂອງນາງນຳຄືທີ່ກ່າວມາຂ້າງເທິງນັ້ນເອງ (ຖ້າຢາກຮູ້ລົງເລິກແມ່ນໃຫ້ໄປຫາອ່ານໃນໜັງສືກ່ຽວກັບອະໄວຍະວະເພດຂອງແມ່ຍິງຕື່ມອີກກໍ່ໄດ້)

ສິ່ງທີ່ກ່າວມາຂ້າງເທິງນີ້ຄືສູດຕຳລາຂອງຄົນສະໃໝບູຮານທີ່ໃຊ້ໄວ້ເບິ່ງສາວບໍລິສຸດ ເອົາເປັນວ່າອ່ານໄວ້ເປັນຂໍ້ມູນດີໆກໍ່ແລ້ວກັນ ແຕ່ເຖິງຢ່າງໃດກໍ່ຕາມການທີ່ທ່ານຈະເລືອກແມ່ຍິງຈັກຄົນໜຶ່ງມາເປັນເມຍມາໃຊ້ຊີວິດຮ່ວມໄປຕະຫລອດຊີວິດ  ມັນກໍ່ບໍ່ຂຶ້ນກັບວ່ານາງຈະບໍລິສຸດຢູ່ ຫຼື ບໍ່ ແຕ່ຂໍພຽງໃຫ້ນາງເປັນຄົນດີ, ເຂົ້າໃຈທ່ານ ແລະ ສື່ສັດຮັກທ່ານພຽງຄົນເທົ່ານີ້ກໍ່ພໍແລ້ວ

ທີ່ມາ: http://www.dek-d.com/board/view/2308466/

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...