Homeຂ່າວພາຍ​ໃນນາຍົກເນັ້ນລັດ ແລະ ເອກະຊົນແກ້ຈຸດບົກຜ່ອງບາງບັນຫາ

ນາຍົກເນັ້ນລັດ ແລະ ເອກະຊົນແກ້ຈຸດບົກຜ່ອງບາງບັນຫາ

Published on

ການ​ພົບ​ປະ​ລະ­ຫວ່າງທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ກັບ​ພາກ​ລັດ ແລະ​ພາກ​ທຸ­ລະ​ກິດ​ໃນ​ຕອນ​ບ່າຍ​ຂອງ​ວານນີ້​ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ, ທ່ານ​ໄດ້​ເນັ້ນ​ໃຫ້​ພາກ​ລັດ ແລະ​ພາກ​ທຸ­ລະ​ກິດ​ທົບ​ທວນ­ຄືນ​ຫຼາຍ​ບັນ­ຫາ​ທີ່​ກ່ຽວ​ພັນ​ກັບ​ການ​ພັດ­ທະ­ນາ ທຸ­ລະ​ກິດ​ຂອງ​ພາກ​ເອ­ກະ​ຊົນ​ກໍ​ຄື ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ໃຫ້​ບັນ­ລຸ​ຕາມ​ເປົ້າ​ໝາຍ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ​ລັດ​ຖະ ມົນ­ຕີ​ໄດ້​ມີ​ຄຳ​ເຫັນ​ວ່າ: ເພື່ອ​ຢາກ​ຫັນ​ເອົາ ປະ­ເທດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ ພັດ­ທະ­ນາ​ໃນ​ປີ 2020 ນັ້ນ, ກ່ອນ​ອື່ນ  ເຮົາ​ຕ້ອງ​ເຂົ້າ­ໃຈ​ຈຸດ​ຢືນ​ຂອງ​ປະ­ເທດ ເຮົາ, ດຽວ­ນີ້​ເຮົາ​ຢູ່​ຈຸດ​ໃດ? ເສັ້ນ­ທາງ ໃດ? ຊຶ່ງ​ພາກ​ທຸ­ລະ​ກິດ​ຕ້ອງ​ເຂົ້າ­ໃຈ​ແນວ ທາງ​ຂອງ​ລັດ­ຖະ­ບານ, ພ້ອມ​ດຽວ​ກັນ ນັ້ນ​ພາກ​ລັດ-ທຸ­ລະ​ກິດ​ເອງ​ກໍ​ຕ້ອງ​ພ້ອມ ກັນ­ຫາ​ລື​ແກ້​ໄຂ​ບັນ­ຫາ​ທີ່​ເກີດ​ຂຶ້ນ, ປັບ­ປຸງກົນ​ໄກ​ການ​ປະ­ສານ​ງານ, ວາງ​ວິ­ໄນ ການ​ເງິນ, ວິ­ໄນ​ແຜນ­ການ, ຂະ­ຫຍາຍ ການ​ຜະ­ລິດ, ຂະ­ຫຍາຍ​ຕະ­ຫຼາດ, ສ້າງເງື່ອນ­ໄຂ​ໃຫ້​ເກີດ​ໜໍ່​ແໜງ​ທຸ­ລະ​ກິດ​ໃຫ້​ມີການ​ຂະ­ຫຍາຍ​ໂຕ ແລະ​ໝັ້ນ­ຄົງ, ອຳ­ນວຍຄວາມ​ສະ­ດວກ​ຄອບ​ຄຸມ​ກາ​ລົງ­ທຶນ​ພາຍ ໃນ  ແລະ​ຕ່າງ­ປະ­ເທດ​ບຸກ​ທະ­ລຸ​ໃຫ້​ມີ​ບາດກ້າວ​ໃໝ່​ປັບ­ປຸງ​ການ​ບໍ­ລິ­ການ​ທີ່​ດີ, ໂປ່ງໃສ, ວ່ອງ­ໄວ ແລະ​ສ້າງ​ເງື່ອນ­ໄຂ​ໃນ​ການເຊື່ອມ​ໂຍງ, ແກ້​ໄຂ​ພະ­ຍາດ​ອາ­ຍາ​ສິດການ​ສໍ້​ລາດ​ບັງ​ຫຼວງ, ສ້າງ­ຕັ້ງ ແລະ​ປັບປຸງ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ ເພື່ອຄົ້ນ­ຄວ້າ​ວິ­ໄຈ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ.

ພ້ອມ​ດຽວ​ກັນ​ນັ້ນ​ທ່ານ​ຍັງ​ເຫັນ​ດີ​ໃຫ້ ປັບ­ປຸງ​ດຳ­ລັດ 115/ນຍ ແລະ 316/ນຍເພື່ອ​ເພີ່ມ​ບົດ­ບາດ​ຂອງ​ສະ­ພາ​ການ​ຄ້າ ແລະ​ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ໃຫ້​ມີ​ການ ພັດ­ທະ­ນາ​ໄວ​ຂຶ້ນ, ແກ້​ບັນ­ຫາ​ຂົນ­ສົ່ງ,  ເນັ້ນໃຫ້​ພາກ​ທຸ­ລະ​ກິດ​ນຳ​ໃຊ້​ແຮງ​ງານ​ລາວ ໃຫ້​ຫຼາຍ​ຂຶ້ນ, ສ່ວນ​ຄຳ​ສັ່ງ​ເລກ​ທີ່ 15/ນຍ ລັດ­ຖະ­ບານ​ເດັດ­ຂາດ​ເນັ້ນ​ໜັກ​ຕໍ່​ບັນ­ຫານີ້, ເຫັນ​ດີ​ແຕ່ງ­ຕັ້ງ​ລັດ­ຖະ­ມົນ­ຕີ​ປະ​ສຳ​ສຳ ນັກ​ງານ​ນາ­ຍົກ​ເປັນ​ຜູ້​ປະ­ສານ​ງານ​ລະ ຫວ່າງ​ພາກ​ລັດ ແລະ​ສະ­ພາ​ການ​ຄ້າ ແລະອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ໂດຍ​ກົງ ເພື່ອ​ສົ່ງ ເສີມ​ການ​ດຳ­ເນີນ​ທຸ­ລະ​ກິດ.

ນອກ­ຈາກ​ນັ້ນ​ພາກ​ທຸ­ລະ​ກິດ​ກໍ​ຕ້ອງ​ມີ ຄວາມ​ເຂັ້ມ­ແຂງ, ສ້າງ​ຄວາມ​ໂປ່ງ​ໃສ, ກຽມ­ພ້ອມ​ທີ່​ຈະ​ຮຽນ​ຮູ້​ໃນ​ສິ່ງ​ໃໝ່​ໃຫ້​ຫຼາຍຂຶ້ນ, ລວມ​ທັງ​ການ​ບຸກ​ທະ­ລຸ​ເຂົ້າ​ຫາ​ແຫຼ່ງ ທຶນ, ພາກ​ທຸ­ລະ​ກິດ​ຕ້ອງ​ລວມ​ຕົວ​ກັນພ້ອມ​ດຽວ​ກັນ​ຕ້ອງ​ປະ­ກອບ­ສ່ວນ​ພັນ­ທະ ຕ່າງໆ​ຕາມ​ລະ­ບຽບ​ກົດ­ໝາຍ ສ່ວນ​ພາກ ລັດ​ໃຫ້​ເພີ່ມ​ທະ­ວີ​ນຳ​ໃຈ​ຮັບ​ໃຊ້​ປະ­ຊາ­ຊົນໃຫ້​ຫຼາຍ​ຂຶ້ນ​ເພີມ​ທະ­ວີ​ຄວາມ​ຈິງ​ໃຈ​ຊ່ວຍໃຫ້​ປະ­ຊາ­ຊົນ​ມີ​ຄວາມ​ສະ­ດວກ​ໃນ​ການ ທຳ​ມາ​ຫາ​ກິນ​ໃຫ້​ຫຼາຍ​ຂຶ້ນ

ສຳ­ລັບ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ ກໍ​ມີ​ພິ­ທີ​ມອບ​ລາ­ງວັນ​ທຸ­ລະ​ກິດ​ດີ­ເດັ່ນ​ປະ ຈຳ­ປີ 2016 ຂອງ ສປປ ລາວ ໂດຍ​ມີບໍ­ລິ­ສັດ​ໄດ້​ຮັບ​ທັງ​ໝົດ 46 ບໍ­ລິ­ສັດ ນອກນັ້ນ​ຍັງ​ມີ​ລາ­ງວັນ 40 ປີ ທຸ­ລະ​ກິດ​ດີ­ເດັ່ນ ຂອງ ສປປ ລາວ ປະ­ຈຳ 2016, ລາ­ງວັນທຸ­ລະ​ກິດ​ດີ­ເດັ່ນ​ອາ​ຊຽນ  ຂອງ ສປປ ລາວ2016, ລາ­ງວັນ Lao Priorit integration 8 ລາ­ງວັນ, ລາງ ວັນ SME Excellence Awards 8 ທ່ານ, ຕໍ່​ມາ​ລາ­ງວັນ Special Awards  3 ບໍ­ລິ­ສັດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...