spot_img
HomeມູມໄອທີລາວGionee ເປີດໂຕໂທລະສັບ M6 ແລະ M6 Plus ມາພ້ອມກັບແບັດມະຫາອຶດ

Gionee ເປີດໂຕໂທລະສັບ M6 ແລະ M6 Plus ມາພ້ອມກັບແບັດມະຫາອຶດ

Published on

ໃນມື້ນີ້ Gionee ໄດ້ຈັດງານເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດທີ່ມີນາມວ່າ M6 ແລະ M6 Plus. ເຊິ່ງສິ່ງທີ່ໜ້າສົນໃຈຂອງ M6 ແລະ M6 Plus ກໍຄືຄວາມບັນຈຸແບັດເຕີຣີທີ່ໃຫ້ມາແບບຈັດເຕັມອີ່ຫຼີ່ ແລະຊິບຮັກສາຄວາມປອດໄພຂໍ້ມູນຜູ້ໃຊ້ໂດຍສະເພາະ. ມາເບິ່ງນຳກັນເລີຍວ່າທັງສອງລຸ້ນນີ້ມີສະເປັກແນວໃດແດ່

  • Gionee M6

ສຳລັບ M6 ໂຕເຄື່ອງຈະໃຊ້ວັດສະດຸໂລຫະໝົດໂຕ ມາພ້ອມກັບຈໍ AMOLED ຂະໜາດ 5.5 ນິ້ວ, ຄວາມລະອຽດ FHD (1920 x 1080 ພິກເຊວ), ໃຊ້ງານຊິບປະມວນຜົນເດກ້າຄໍ Helio P10 ຄວາມແຮງທີ່ 1.8GHz, RAM 4GB ແລະມາພ້ອມກັບ ROM 64GB ແລະ 128GB (ສາມາດເພີ່ມ SD card ສູງສຸດ 128GB). ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມແຟລັດ LED ແລະກ້ອງໜ້າ 8 ລ້ານພິກເຊວ. ທາງດ້ານຊ໋ອບແວຣ໌ຂອງ M6 ແມ່ນໃຊ້ງານລະບົບ Amigo 3.5 OS ທີ່ສ້າງເທິງພື້ນຖານ Android 6.0 Marshmallow ແລະຮອງຮັບລະບົບເຄື່ອຂ່າຍເຕັມຮູບແບບ. 

ທາງດ້ານແບັດເຕີຣີທີ່ເປັນຈຸດເດັ່ນຂອງລຸ້ນນີ້ ແມ່ນໃຫ້ມາ 5000mAh ພ້ອມຮອງຮັບລະບົບສາກໄວທີ່ 9V/2A ແລະຊິບອັດສະລິຍະຄູ່ທີ່ຈະຫຼຸດຄວາມຮ້ອນສູງເກີນໄປໃນຂະນະທີ່ສາກຢູ່. ແນ່ນອນວ່າການທີ່ໃຫ້ແບັດເຕີຣີມາຂະໜາດໃຫຍ່ແບບນີ້ໂຕເຄື່ອງຕ້ອງໜາ ແລະໜັກຢູ່ແລ້ວ ແຕ່ M6 ຖືວ່າຈັດການໃນເລື່ອງນີ້ໄດ້ດີ ໂດຍມີຄວາມໜາທີ່ 8.2 ມມ ແລະໜັກປະມານ 180 ກຣາມ. 

ຄຸນສົມບັດອື່ນໆນອກຈາກນີ້ກໍມາພ້ອມກັບຮູແຈັກ 3.5 ມມ, ພອຣ໌ດ micro USB, IR blaster ແລະເຊັນເຊີ້ສະແກນນິ້ວມືທີ່ດ້ານໜ້າເຄື່ອງ. ສຳລັບລາຄາແມ່ນ 2699 ຢວນ (2.370.000 ກີບ) ສຳລັບລຸ້ນ 64GB ແລະ 2899 ຢວນ (3.515.000 ກີບ) ສຳລັບລຸ້ນ 128GB. ເຊິ່ງຈະມີ 2 ສີໃຫ້ເລືອກຄື: ສີທອງແຊມເປນ ແລະສີທອງມ໋ອກຄ້າ

  • Gionee M6 Plus

ສຳລັບອ້າຍໃຫຍ່ຂອງຊີຣີແບບ M6 Plus ແມ່ນມາພ້ອມກັບຈໍ AMOLED ຂະໜາດ 6 ນິ້ວ, ຄວາມລະອຽດ Full HD, ໃຊ້ງານຊິບປະມວນຜົນເດກ້າຄໍ Helio P10 ຄວາມແຮງທີ່ 1.8GHz. ກ້ອງຫຼັງໃຫ້ຄວາມລະອຽດມາ 16 ລ້ານພິກເຊວ ພ້ອມແຟລັດຄູ່ LED ແລະກ້ອງໜ້າກໍໃຫ້ມາ 16 ລ້ານພິກເຊວ. ໃນຂະນະທີ່ RAM ແລະ ROM ນັ້ນຄືກັນກັບ M6. 

ແບັດເຕີຣີຂອງ M6 Plus ກໍຖືວ່າໃຫ້ມາສົມກັບເປັນເຮືອທຸງຂອງຊີຣີໂດຍໃຫ້ມາ 6020mAh ພ້ອມຮອງຮັບລະບົບສາກໄວທີ່ 12V/2A ແລະລະບົບສາກຄູ່ທີ່ຈະຫຼຸດຜ່ອນຄວາມຮ້ອນໃນເວລາສາກ. ແຕ່ຂໍ້ເສຍຄືລຸ້ນນີ້ຈະມີຄວາມໜາ ແລະໜັກຫຼາຍກວ່າ M6 ຢູ່ທີ່ 215 ກຣາມ. ສ່ວນຄຸນສົມບັດອື່ນໆແມ່ນຄືກັນກັບ M6. 

ສຳລັບລາຄາຂອງ M6 Plus ຢູ່ທີີ 2999 ຢວນ (3.635.000 ກີບ) ສຳລັບລຸ້ນ 64GB ແລະ 3199 ຢວນ (3.880.000 ກີບ) ສຳລັບລຸ້ນ 128GB. ໂດຍລຸ້ນນີ້ຈະມີພຽງສີດຽວຄື ສີທອງແຊມເປນ

  • ລວມຮູບພາບໂຕເຄື່ອງທັງ M6 ແລະ M6 Plus

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...