spot_img
HomeມູມໄອທີລາວChuwi ເປີດໂຕ Vi10 Plus ແທັບເລັດລະບົບ Remix OS

Chuwi ເປີດໂຕ Vi10 Plus ແທັບເລັດລະບົບ Remix OS

Published on

Chuwi ເປີດໂຕແທັບເລັດ 2 in 1 ລຸ້ນໃໝ່ຫຼ້າສຸດເຊິ່ງມີຊື່ວ່າ: Vi10 Plus. ໂດຍກ່ອນໜ້າທີ່ຈະເປີດໂຕລຸ້ນດັ່ງກ່າວນີ້ ທາງ Chuwi ກໍເຄີຍເປີດໂຕແທັບເລັດ 2 in 1 ສະເປັກສຸດກຸ້ມແບບ Chuwi Hi12 ມາກ່ອນແລ້ວໃນຊ່ວງຕົ້ນປີນີ້. ສຳລັບໂຕເຄື່ອງຂອງ Chuwi Vi10 Plus ຖືວ່າອອກແບບມາໄດ້ລົງໂຕເລີຍມີຄວາມເປັນພຣີມ້ຽມໃນໂຕ ແລະບາງນຳ. 

ທາງດ້ານສະເປັກຂອງ Chuwi Vi10 Plus ແມ່ນມາພ້ອມກັບຈໍຂະໜາດ 10.8 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະອັດຕາສ່ວນຈໍຢູ່ທີ່ 3:2. ຈໍສະແດງຜົນຖືວ່າແຈ້ງຫຼາຍກັບຄວາມແຈ້ງຢູ່ທີ່ 450nits. ໂດຍລຸ້ນນີ້ແມ່ນຈະໃຊ້ຊິບປະມວນຜົນ Intel Atom Cherry Trail X5 ພ້ອມຊິບກຣາບຟິກ Intel HD Graphics Generation 8.

ນອກຈາກນີ້ຍັງມາພ້ອມກັບກ້ອງໜ້າ 2 ລ້ານພິກເຊວ, ພອຣ໌ດ USB 3.0 Type-C ແລະແບັດເຕີຣີຂະໜາດ 8400mAh ຮອງຮັບລະບົບສາກໄວຢູ່ທີ່ 5V/ 2A. ໂດຍ Chuwi Vi10 Plus ຍັງຮອງຮັບແປ້ນພິມແມ່ເຫຼັກແບບປົດອອກໄດ້ ແລະບິກຂຽນ Chuwi HiPen H2 ແຕ່ຈະບໍ່ລວມຢູ່ໃນແພັກເກັດທີ່ຂາຍກັບໂຕເຄື່ອງ ເຊິ່ງຈະແຍກອອກຂາຍຕ່າງຫາກ. 

ໃນສ່ວນລາຄາຂອງ Chuwi Vi10 Plus ຈະແຍກອອກຕາມໜ່ວຍຄວາມຈຳ ແລະລະບົບປະຕິບັດທີ່ຕິດຕັ້ງມາ ດັ່ງນີ້:

  • Chuwi HiPen H2 ລຸ້ນ RAM 2GB + ROM 32GB, ຕິດຕັ້ງລະບົບ Remix OS 2.0 ມີລາຄາ 1130 ຢວນ (1.370.000 ກີບ)
  • Chuwi HiPen H2 ລຸ້ນ RAM 4GB + ROM 64GB, ຮອງຮັບລະບົບ Dual OS ຄື: Windows 10 ແລະ Remix OS 2.0 ລາຄາຢູ່ທີ່ 1600 ຢວນ (1.940.000 ກີບ)

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...