spot_img
Homeຂ່າວທ້ອງຖິ່ນຍທຂ ສະ­ຫວັນ ເລັ່ງ​ປັບ­ປຸງ ເສັ້ນ­ທາງ​ທີ่ເປ່​ເພ​ໃນ​ເທ­ສະ​ບານ

ຍທຂ ສະ­ຫວັນ ເລັ່ງ​ປັບ­ປຸງ ເສັ້ນ­ທາງ​ທີ่ເປ່​ເພ​ໃນ​ເທ­ສະ​ບານ

Published on

ໃນ​ວັນ​ທີ 21 ກໍ­ລະ­ກົດ 2016 ຂະ­ແໜງ​ຄຸ້ມ​ຄອງ​ທາງ­ບົກ​ພະ​ແນກ​ໂຍທາ​ທິ​ການ ແລະ​ຂົນ­ສົ່ງ (ຍທຂ) ແຂວງສະຫວັນ​ນະ​ເຂດ​ໄດ້​ສ້າງ​ຂະ​ບວນ​ການສ້ອມ­ແປງ​ເສັ້ນ­ທາງ​ບ່ອນ​ທີ່​ເປັນ​ຂຸມ​ເປັນບໍ່ ແລະ​ຂະ­ຫຍາຍ​ຕະ­ຄອງ​ຮ່ອງ­ນ້ຳບ່ອນທີ່​ອຸດ​ຕັນ ໂດຍ​ມີ​ການ​ນຳ​ຂອງ​ພະ​ແນກ ພ້ອມ​ດ້ວຍ​ພະ­ນັກ­ງານ​ວິ­ຊາ​ການ​ພາຍ​ໃນ​ພະ​ແນກ​ເຂົ້າ​ຮ່ວມ.

ທ່ານ ໄຊ​ຍະ​ເສນ ວົງ​ວິ­ໄລ​ສັກ ຫົວໜ້າ​ຂະ­ແໜງ​ຄຸ້ມ​ຄອງ​ທາງ­ບົກໄດ້​ແຈ້ງໃຫ້​ຮູ້​ວ່າ: ສຳ­ລັບ​ການ​ສ້າງ​ຂະ​ບວນ​ການ ຄັ້ງ​ນີ້ ແມ່ນ​ໄດ້​ກຳ­ນົດ​ເອົາ​ເສັ້ນ­ທາງ​ໄກສອນ​ພົມ­ວິ­ຫານ (A1) ແລະ​ເສັ້ນ­ທາງແຄມ​ຂອງ ຊຶ່ງ​ເຫັນ​ວ່າ​ເສັ້ນ­ທາງ​ດັ່ງກ່າວ​ໄດ້​ເປ່​ເພ​ເສຍ​ຫາຍ​ໃນ​ຊ່ວງ​ລະ­ດູ­ຝົນຫຼາຍ​ສົມ­ຄວນ ມີ​ບາງ​ບ່ອນ​ເປັນ​ຂຸມ​ຂະໜາດ​ໃຫຍ່, ເລິກອັນ​ເປັນ​ສາ­ເຫດ​ກໍ່​ໃຫ້ ເກີດ​ອຸ­ປະ­ຕິ­ເຫດ​ໄດ້. ດັ່ງ­ນັ້ນ ທາງ​ຂະແໜງ​ທາງ­ບົກ ຈິ່ງ​ໄດ້​ຂຶ້ນ​ແຜນ​ສ້າງ​ຂະບວນ​ການ ແລະ​ໄດ້​ນຳ​ໃຊ້​ກົນ​ຈັກ​ເທົ່າ​ທີ່​ມີ ພ້ອມ​ດ້ວຍ​ງົບ­ປະ­ມານ​ຈຳ­ນວນ​ໜຶ່ງ​ນຳພາ​ອ້າຍ-ນ້ອງ​ພະ­ນັກ­ງານ ແລະ​ໄດ້​ສົມທົບ​ກັບ​ບໍ­ລິ­ສັດ​ຈຳ­ນວນ​ໜຶ່ງ​ໃນ​ການ​ນຳ ໃຊ້​ພາ­ຫະ­ນະ​ໃນ​ການ​ນຳ​ເອົາ​ດິນ​ມາ​ຖົມ ແລະ​ມີ​ບາງ​ບ່ອນ​ກໍ່​ໄດ້​ມີ​ການ​ຕາບ​ຢາງ ນອກ​ນັ້ນ ກໍ​ໄດ້​ມີ​ການ​ເຮັດ​ຮ່ອງ​ລະ­ບາຍນ້ຳ ເພື່ອ​ບໍ່​ໃຫ້​ນ້ຳ​ເຊາະ​ຂອບ​ທາງ ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ປະ­ກອບ­ສ່ວນເຮັດ​ໃຫ້ການ​ສັນ­ຈອນ​ຕາມ​ທ້ອງ​ຖະ­ໜົນ­ຫຼວງ ມີ​ຄວາມ​ສະ­ດວກ​ສະ­ບາຍພ້ອມ​ທັງ​ຫຼີກເວັ້ນ​ການ​ເກີດ​ອຸ​­ບັດ​ເຫດຕາມ​ທ້ອງ​ຖະໜົນ​ຕື່ມ​ອີກ.

ທ່ານ ໄຊ​ຍະ​ເສນ ຍັງ​ແຈ້ງ​ໃຫ້​ຮູ້​ຕື່ມວ່າ: ໃນ​ການ​ສ້ອມ­ແປງ​ທາງ​ຕາມ​ແຜນຈະ​ເຮັດ​ອາ­ທິດ​ລະ 2 ເທື່ອ ເພື່ອ​ເຮັດ​ໃຫ້ການ​ສັນ­ຈອນ​ສະ­ດວກ​ຂຶ້ນ​ກວ່າ​ເກົ່າ ໂດຍເນັ້ນ​ໃສ່​ເສັ້ນ­ທາງ​ທີ່​ເປ່​ເພ​ເສຍ​ຫາຍ​ຫຼາຍ ແລະ​ມີ​ຄົນ​ສັນ­ຈອນ​ຫຼາຍ ເພາະ​ຕາມ​ການສຳ​ຫຼວດຍັງ​ມີ​ເສັ້ນ­ທາງ​ຫຼາຍ​ເສັ້ນ​ຍັງເປັນ​ຂຸມ​ເປັນ​ບວກ ໂດຍ​ສະ­ເພາະ​ເສັ້ນທາງ​ຊອຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...