Homeຂ່າວພາຍ​ໃນກອງທຶນຍຸດຕິທຳຂອງໄທຈະປະກັນໂຕ ກາບແກ້ວ ສາວລາວ ອະດີດລູກຈ້າງຫຍິງໄກ່

ກອງທຶນຍຸດຕິທຳຂອງໄທຈະປະກັນໂຕ ກາບແກ້ວ ສາວລາວ ອະດີດລູກຈ້າງຫຍິງໄກ່

Published on

ການຊ່ວຍເຫຼືອ ນາງກາບແກ້ວ ສາວລາວ ອະດີດລູກຈ້າງທີ່ຖືກນາງມົນຕີ ຫຍົກລັດຕະນະການ ຫຼື ຫຍິງໄກ່ ແຈ້ງຄວາມລັກຊັບປະມານ 5 ລ້ານບາດ ຫຼັງຈາກນາງກາບແກ້ວໜີກັບບ້ານ. ວານນີ້ພົນໂທ ສານິດ ມະຫະຖາວອນ ຮັກສາການຜູ້ບັນຊາການຕຳຫຼວດນະຄອນບານ (ໄທ) ມອບໝາຍໃຫ້ ພົນຕຳຫຼວດຕີ ຈາຣຸວັດ ໄວສະຍະ ຮອງຜູ້ບັນຊາການຕຳຫຼວດນະຄອນບານ (ໄທ) ໄດ້ເດິນທາງມາຮັບໂຕນາງກາບແກ້ວ ທີ່ສະຖານີຕຳຫຼວດອຳເພີຊຽງແສນ ຈັງຫວັດຊຽງຮາຍ ແລະກຽມຫຼັກຊັບ ຈາກກອງທຶນຍຸດຕິທຳໄວ້ປະກັນໂຕທັນທີ່ ແຕ່ເມື່ອນາງກາບແກ້ວໄດ້ເຂົ້າປຶກສາກັບເຈົ້າໜ້າທີ່ຕຳຫຼວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວ ທາງການບໍ່ອະນຸຍາດໃຫ້ນາງກາບແກ້ວຂ້າມຝັ່ງໄປພົບເຈົ້າໜ້າທີ່ໄທໄດ້ ຍ້ອນວ່ານາງກາບແກ້ວເຄີຍໄດ້ແຈ້ງຄວາມເອົາໄວ້ທີ່ ແຂວງສະຫວັນນະເຂດ ຕອນໜີມາຈາກປະເທດໄທ.

ກ່ອນໜ້ານີ້ພົນໂທ ສານິດ ເຫັນວ່າ ເພື່ອໃຫ້ຄວາມເປັນທຳກັບສາວລາວທັງ 2 ຄົນ ແລະເພື່ອສອບສວນເອົາຄຳໃຫ້ການປະກອບການດຳເນີນຄະດີກັບນາງ ມົນຕາ ຫຼື ນາງໄກ່ ໃນຂໍ້ຫາແຈ້ງຄວາມບໍ່ຈິງ, ຄ້າມະນຸດ ແລະຄະດີໝິ່ນປະໝາດລາຊະວົງຂອງໄທ ເຊິ່ງເຫັນວ່າ ຍິງສາວຊາວລາວທັງ 2 ຄົນ ອາດຈະເປັນເຫຍື່ອຂອງນາງໄກ່ເຊັ່ນດຽວກັນກັບຜູ້ອື່ນໆ. ກອງບັນຊາການຕຳຫຼວດນະຄອນບານ ເຊິ່ງເປັນຜູ້ຮັບຜິດຊອບຄະດີ ຈຶ່ງອຳນວຍຄວາມສະດວກດ້ວຍການໃຫ້ພະນັກງານສອບສວນພ້ອມຜູ້ກ່ຽວຂ້ອງເດິນທາງ ໄປດຳເນີນການປະກັນໂຕໃຫ້ທັນທີ ຈະໄດ້ບໍ່ຕ້ອງຫລົບໜີຄະດີໝາຍຈັບອີກຕໍ່ໄປ. ແຕ່ປາກົດວ່າຍາດພີ່ນ້ອງຂອງນາງກາບແກ້ວກໍບໍ່ເຫັນດີໃຫ້ຂ້າມແດນໄປຍັງປະເທດໄທ ເນື່ອງຈາກຢ້ານຖືກຈັບຕາມໝາຍຈັບທີ່ມີຢູ່.

ຈາກນັ້ນຫົວໜ້າຫ້ອງການອຳເພີຊຽງແສນ ຈັງຫວັດຊຽງຮາຍ ຝ່າຍຄວາມໝັ້ນຄົງ ພ້ອມດ້ວຍຕຳຫຼວດກວດຄົນເຂົ້າເມືອງ ໜ່ວຍຮັກສາຄວາມສະຫງົບຮຽບຮ້ອຍແຄມຝັ່ງແມ່ນ້ຳຂອງ ແລະທີມນັກຂ່າວຈາກຊ່ອງສາມ ທີ່ເຄີຍປະສານງານກັບນາງກາບແກ້ວກ່ອນໜ້ານັ້ນ ຈຶ່ງໄດ້ເດິນທາງມາພົບກັບຕຳຫຼວດສັນຕິບານ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອສ້າງຄວາມເຂົ້າໃຈ ເຊິ່ງເຈົ້າໜ້າທີ່ລາວກໍໄດ້ອະທິບາຍວ່າ ນາງກາບແກ້ວເຄີຍແຈ້ງຄວາມໄວ້ທີ່ແຂວງສະຫວັນນະເຂດ ຫຼັງຈາກທີ່ໜີກັບມາໂດຍບໍ່ມີໜັງສືສະແດງການເຂົ້າ-ອອກ ຈຶ່ງແຈ້ງຄວາມວ່າ ທີ່ໜີກັບມາເພາະຖືກນາຍຈ້າງຄົນໄທໃສ່ຮ້າຍ ເຮັດໃຫ້ຂະນະນີ້ເມືອງຕົ້ນເຜິ້ງ ບໍ່ມີອຳນາດທີ່ຈະສົ່ງໂຕນາງກາບແກ້ວ ກັບໄປໃຫ້ຕຳຫຼວດໄທສອບປາກຄຳໄດ້ທັນທີ.

ທ່ານ ໄຊສະຖຽນ ຫຼຽນສັກ ຮອງເຈົ້າເມືອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ໄທທຸກໜ່ວຍ ພ້ອມທີມຂ່າວຊ່ອງສາມ ທີ່ໄດ້ພະຍາຍາມໃຫ້ຄວາມເປັນທຳກັບນາງກາບແກ້ວ ແຕ່ຄະດີນີ້ເປັນທີ່ສົນໃຈຂອງປະຊາຊົນທັງ 2 ປະເທດ ຈຶ່ງຕ້ອງການໃຫ້ທາງການໄທສົ່ງຄຳຮ້ອງຂໍສອບປາກຄຳນາງກາບແກ້ວ ໄປທີ່ສະຫວັນນະເຂດ ຫຼືສະຖານທູດລາວ ເພື່ອເອົາໄປປະກອບການດຳເນີນຄະດີກັບນາງໄກ່ ແລ້ວຫາກຜົນຄະດີສິ້ນສຸດວ່າ ນາງກາບແກ້ວ ບໍ່ໄດ້ກະທຳຄວາມຜິດກໍຈະນຳໄປສູ່ການຂໍຖອນໝາຍຈັບຕໍ່ໄປ ເຊິ່ງໄດ້ເອີ້ນນາງກາບແກ້ວ ເຂົ້າຮ່ວມຮັບຟັງນຳ ເຊິ່ງກໍພໍໃຈກັບການປະສານຄວາມຊ່ວຍເຫຼືອຂອງເຈົ້າໜ້າທີ່ທັງສອງປະເທດ ລວມທັງຜູ້ໃຫ້ກຳລັງໃຈ.

ແນວໃດກໍຕາມ, ອີງຕາມຂໍ້ມູນທີ່ບໍ່ເປັນທາງການນັ້ນ ນາງກາບແກ້ວຈະຖືກຊ່ວຍເຫຼືອຈາກເຈົ້າໜ້າທີ່ທາງການໄທ ໂດຍຈະໃຊ້ເງິນກອງທຶນຍຸດຕິທຳຂອງໄທ ປະກັນໂຕນາງກາບແກ້ວທັນທີທີີ່ເດິນທາງເຂົ້າພົບເຈົ້າໜ້າທີ່ໃນປະເທດໄທ ໃນວັນຈັນວັນທີ່ 25 ກໍລະກົດ ນີ້ ເຊິ່ງຄວາມຄືບໜ້າຈະເປັນແນວໃດນັ້ນ ທີມຂ່າວລາວໂພສຕ໌ ຈະຕິດຕາມມາລາຍງານຕໍ່ໄປ.

ອ້າງອີງຂ່າວ: ຄອບຄົວຂ່າວສາມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...