spot_img
Homeຂ່າວພາຍ​ໃນລັດຖະບານ­​ກຳ­ລັງ​ຄົ້ນ­ຄວ້າ ໂຄ​ຕ້າ​ລັດ­ຖະ­ກອນ​ສຳ­ລັບ​ປີ 2017

ລັດຖະບານ­​ກຳ­ລັງ​ຄົ້ນ­ຄວ້າ ໂຄ​ຕ້າ​ລັດ­ຖະ­ກອນ​ສຳ­ລັບ​ປີ 2017

Published on

ກອງປະ­ຊຸມລັດ­ຖະ­ບານສະ­ໄໝສາ­ມັນປະ­ຈຳເດືອນກໍລະກົດ 2016 ໜຶ່ງໃນຫຼາຍບັນ­ຫາລັດ­ຖະ­ບານໄດ້ມີການປະເມີນຄືນສະ­ພາບການຄຸ້ມຄອງລັດ­ຖະ­ກອນປະ­ຈຳສົກປີ 2015-2016 ພ້ອມທັງຄົ້ນ­ຄວ້າແຜນຕ້ອງ­ການຕົວເລກລັດ­ຖະ­ກອນສຳ­ລັບປີ 2017 ເພື່ອໃຫ້ພຽງ­ພໍ ແລະສອດ­ຄ່ອງເໝາະສົມກັບຄວາມຕ້ອງ­ການຂອງວຽກງານຕົວຈິງ ຂະ­ນະທີ່ຕົວເລກຮັບລັດຖະ ກອນ ສົກປີ 2015-2016 ມີທັງໝົດ 5 ພັນຄົນ.

ກອງປະ­ຊຸມລັດ­ຖະ­ບານສະ­ໄໝສາ­ມັນປະ­ຈຳເດືອນກໍ­ລະ­ກົດ 2016 ໄດ້ດຳ­ເນີນຂຶ້ນຢ່າງເປັນທາງການໃນລະ­ຫວ່າງວັນທີ 21-22 ກໍ­ລະ­ກົດ 2016 ທີ່ສຳ­ນັກ­ງານນາ­ຍົກ­ລັດ­ຖະ­ມົນ­ຕີ ພາຍໃຕ້ການເປັນປະ­ທານຂອງທ່ານ ທອງລຸນ ສີສຸລິດ ນາ­ຍົກລັດ­ຖະ­ມົນ­ຕີ ໂດຍມີບັນ­ດາທ່ານຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກລັດ­ຖະ­ບານເຂົ້າຮ່ວມ.

ຕາມແຫຼ່ງຂໍ້ມູນຈາກສຳ­ນັກ­ງານນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ຮູ້ວ່າ: ຕະ­ຫຼອດໄລ­ຍະ 2 ວັນຂອງການດຳ­ເນີນກອງປະ­ຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປຶກ­ສາຫາ­ລື, ຄົ້ນ­ຄວ້າ ແລະປະ­ກອບ ຄຳຄິດຄຳເຫັນໃສ່ບົດລາຍງານກ່ຽວກັບຮ່າງປະ­ມວນກົດ­ໝາຍ ອາ­ຍາ; ຮ່າງກົດ­ໝາຍວ່າດ້ວຍທະ­ນາຍ­ຄວາມ; ຮ່າງກົດ­ໝາຍ ວ່າດ້ວຍການລ້ຽງ­ສັດ ແລະການສັດ­ຕະ­ວະ­ແພດ; ຮ່າງກົດ­ໝາຍ ວ່າດ້ວຍການປ້ອງກັນ ແລະກັກກັນພືດ; ຮ່າງດຳ­ລັດ ວ່າດ້ວຍການຄຸ້ມຄອງສູນຂໍ້ມູນຂ່າວ­ສານ ແລະຮ່າງດຳ­ລັດ ວ່າດ້ວຍການສຶກສາ.

ພ້ອມດຽວກັນນັ້ນ ໃນກອງປະ­ຊຸມກໍມີການລາຍງານກ່ຽວກັບສະ­ພາບການຄຸ້ມຄອງລັດ­ຖະ­ກອນປະ­ຈຳສົກປີ 2015-2016 ແລະແຜນຄວາມຕ້ອງ­ການລັດ­ຖະ­ກອນໃນປີ 2017 ຈາກນັ້ນຈະໄດ້ຮັບຟັງການຊີ້ນຳຈາກທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ແລະບັນ­ດາວຽກຈຸດສຸມຂອງເດືອນສິງ­ຫາ 2016 ຕື່ມອີກ.

ແນວ­ໃດກໍດີ ຕົວເລກຄວາມຕ້ອງ­ການລັດ­ຖະ­ກອນໃໝ່ສຳລັບປີ­ໜ້າ ແລະການໃຫ້ບູລິມະສິດຈະນອນຢູ່ໃນຂະ­ແໜງ­ການໃດຫຼາຍກວ່າໝູ່ນັ້ນຜ່ານກອງປະ­ຊຸມ 2 ວັນຄັ້ງນີ້ຄາດວ່າຈະໄດ້ຂໍ້ສະຫຼຸບຢ່າງແນ່­ນອນ ໂດຍໃນສົກປີ 2015-2016 ກອງປະ­ຊຸມລັດ­ຖະ­ບານສະ­ໄໝສາ­ມັນ ປະ­ຈຳເດືອນມິ­ຖຸ­ນາ 2015 ຜ່ານມາ ໄດ້ມີມະ­ຕິຕົກ­ລົງຮັບ­ຮອງເອົາໂຄຕ້າລັດຖະກອນໃໝ່ຈຳ­ນວນທັງໝົດ 5.000 ພັນ ຄົນ (ຕົວເລກລັດ­ຖະ­ກອນສົກປີ 2014-2015 ທົ່ວປະ­ເທດທີ່ມີທັງໝົດ 177.826 ຄົນ) ໃນນັ້ນບັນ­ຈຸເຂົ້າທົດແທນການອອກທຸກກໍ­ລະ­ນີ 3.000 ພັນ ແລະອີກ 2.000 ຄົນແມ່ນບັນ­ຈຸເຂົ້າໃໝ່ ໂດຍໃຫ້ບູລິມະສິດຂະ­ແໜງຄົ້ນ­ຄວ້າວິ­ທະ­ຍາ­ສາດ, ການສຶກສາ, ສາທາ ແລະຂັ້ນເມືອງ.

ຂະ­ນະດຽວກັນກໍເຫັນດີໃຫ້ລັດຖະກອນຈຳ­ນວນ 2.996 ຄົນ, ຍິງ 962 ຄົນ ໃນສົກນັ້ນອອກຈາກການເປັນລັດຖະກອນ.

ທີ່ມາ:​ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...