Homeມຸມຂ່າວ AECກອງປະຊຸມ ຄະນະກໍາມະການ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 11 ໄຂຂຶ້ນຢູ່ ສປປ ລາວ!

ກອງປະຊຸມ ຄະນະກໍາມະການ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 11 ໄຂຂຶ້ນຢູ່ ສປປ ລາວ!

Published on

ຂປລ. ໃນວັນທີ 21 ກໍລະກົດ 2016 ນີ້, ທີ່ສູນປະຊຸມແຫ່ງຊາດ (NCC), ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ຄະນະກໍາມະການ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 11 (11/2016 CPR Meeting) ພາຍໃຕ້ການເປັນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນຂອງທັງ 10 ປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ພະນັກງານການທູດທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫລັກຂອງກອງປະຊຸມຄັ້ງນີ້ ແມ່ນເລັ່ງໃສ່ກະກຽມດ້ານເນື້ອໃນ ໃຫ້ແກ່ບັນດາກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ລວມທັງບັນດາກອງປະຊຸມອາຊຽນ ກັບປະເທດຄູ່ເຈລະຈາເຊັ່ນ: ກອງປະຊຸມພີເອັມຊີ (Post Ministerial Conference), ອາຊຽນ+3 (ASEAN Plus Three), ຂອບການຮ່ວມມືກອງປະຊຸມສຸດຍອດ ອາຊີຕາເວັນອອກ ຫລື ອີເອເອັສ (East Asia Summit) ແລະ ເວທີພາກພື້ນອາຊຽນ ຫລື ເອອາຣເອັຟ (ASEAN Regional Forum), ເຊິ່ງຈະມີຂຶ້ນ ໃນລະຫວ່າງ ວັນທີ 21-26 ກໍລະກົດ 2016 ທີ່ ນະຄອນຫລວງວຽງຈັນ.

ກອງປະຊຸມ ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແມ່ນກົນໄກໜຶ່ງຂອງອາຊຽນ, ເຊິ່ງມີພາລະບົດບາດຫລັກ ໃນການເປັນເສນາທິການ ໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ, ລະດັບລັດຖະມົນຕີ ແລະ ລະດັບສຸດຍອດ. ກອງປະຊຸມຄັ້ງຕໍ່ໄປ ຂອງຄະນະກໍາມະການຜູ້ຕາງໜ້າ ຖາວອນປະຈໍາອາຊຽນ ຢູ່ ສປປ ລາວ ແມ່ນຈະຈັດຂຶ້ນ ໃນວັນທີ 10 ສິງຫາ 2016 ເພື່ອກະກຽມໃຫ້ແກ່ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting (JCM)) ໃນລະຫວ່າງວັນທີ 10-13 ສິງຫາ 2016 ທີ່ວຽງຈັນ, ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...