spot_img
Homeຂ່າວຕ່າງປະເທດ​ໄມ​ໂຄ​ຊອ​ຟ ​ເຜີຍ​ຜົນ​ກຳ​ໄລ​ໄຕ​ມາດ​ທຳ​ອິດ

​ໄມ​ໂຄ​ຊອ​ຟ ​ເຜີຍ​ຜົນ​ກຳ​ໄລ​ໄຕ​ມາດ​ທຳ​ອິດ

Published on

​ໄມ​ໂຄ​ຊອຟ ບໍລິສັດຍັກ​ໃຫຍ່ທາງດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ເມ​ລິ​ກາ​​ເຜີຍ​ວ່າ ມີ​ຜົນ​ກຳ​ໄລຫຼັງສິ້ນ​ສຸດ​ໄຕ​ມາດ​ທຳ​ອິດ​ຢູ່​ທີ່ 3 ຕື້​ກວ່າ​ໂດ​ລາ​ສະຫະລັດ ຫຼັງຈາກ​ທີ່​ຕ້ອງ​ແບກ​ຫາບ​ຄ່າ​ໃຊ້​ຈ່າຍ​ມະຫາສານ​ຈາກ​ການ​ຂາຍ​ທຸລະ​ກິດ​ໂທລະສັບ​ມື​ຖື​ເມື່ອ​ປີຜ່ານມາ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນ​ກຳ​ໄລ​ໄຕ​ມາດ​ທີ 4 ຂອງ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຍັກ​ໃຫຍ່​ລາຍ​ນີ້ ​ເກືອບ​ຈະ​ຂາດທຶນ​ຈາກ​ເມື່ອ​ປີ​ທີ່​ຜ່ານ​ມາ ຫຼັງຈາກ​ທີ່​ບໍລິສັດ​ຕ້ອງ​ແບກ​ຫາບ​ຄ່າ​ໃຊ້​ຈ່າຍ​ກວ່າ 7 ຕື້​ໂດ​ລາ​ສະຫະລັດ ຈາກ​ມູນ​ຄ່າ​ທີ່ຫຼຸດລົງຂອງ​ບໍລິສັດ​ມື​ຖື​ໂນ​ເກ​ຍ ຂະນະ​ທີ່​ລາຍ​ໄດ້ຫຼຸດລົງ​ມາ​ຢູ່​ທີ່ 20 ຕື້​ກວ່າ​ໂດ​ລາ​ສະຫະລັດ ຈາກ 22 ຕື້​ກວ່າ​ໂດ​ລາ​ໃນ​ປີ​ກ່ອນໜ້ານີ້ ດ້ານ​ຫົວໜ້າຄະນະ​ເຈົ້າໜ້າທີ່​ບໍລິຫານ​ບໍລິສັດ​ໄມ​ໂຄ​ຊອຟ ທ່ານ ສັດ​ຢາ ນາ​ເດລລາ ​ລະບຸ​ວ່າ ​ໃນ​ປີຜ່ານມາ​ນີ້​ຖື​ເປັນ​ຈຸດ​ສຳຄັນ​ຂອງ​ການ​ປ່ຽນຜ່ານ ​ແລະ ການ​ຮ່ວມ​ຫຸ້ນ​ກັບ​ລູກ​ຄ້າ​ທີ່​ນຳພາ​ການ​ປ່ຽນຜ່ານ​ຍຸກ​ດິຈິ​ຕອລ ຊຶ່ງ​ບໍລິສັດເອງ​ພູມ​ໃຈ​ກັບສິ່ງ​ທີ່​ຕົນ​ເອງ​ເຮັດ​ປະສົບ​ຄວາມ​ສຳ​ເລັດ ​ແລະ ບໍລິສັດ​ທີ່​ກຳລັງ​ເຕີບ​ໃຫຍ່ຫຼາຍຂຶ້ນ.

ຂະນະ​ທີ່​ຜົນ​ປະກອບ​ການ​ໂດຍ​ລວມຂອງ​​ໄມ​ໂຄ​ຊອຟຖື​ວ່າ​ດີ​ຂຶ້ນ​ຈາກການ​ຄາດ​ຄະ​ເນ​ໄວ້ ​ແລະ ຂະນະ​ນີ້​ບໍລິສັດ​ກຳລັງ​ກຽມປ່ຽນທຸລະ​ກິດຫຼັກ​ເພື່ອ​ຮັບ​ມື​ກັບ​ຍອດ​ຂາຍ​ທີ່ຫຼຸດລົງ​ຂອງ​ຄອມ​ພິວ​ເຕີສ່ວນ​ບຸກຄົນ ລວມ​ເຖິງຫຼຸດການ​ເພິ່ງ​ພາ​ການ​ຂາຍ​ຊອຟ​ແວ ​ແລະ ​ເພີ່ມ​ບົດບາດ​ໃນ​ການ​ໃຫ້​ບໍລິການ ​ແລະ ​ເຕັກ​ໂນ​ໂລ​ຊີ​ຄລາວ ​ໂດຍ​ໄດ້​ຮັບ​ສ່ວນ​ແບ່ງ​ຈາກ​ຊ່ອງ​ທາງ​ເກ​ມ ​​ເອັກບ໊ອກ ​ແລະ ​ແທັບ​ເລັດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...