spot_img
Home​ຂ່າວທ່ອງທ່ຽວອຸດົມໄຊ ຖືເອົາການທ່ອງທ່ຽວເປັນແຜນບຸລິມະສິດຍູ້ໜູນການພັດທະນາ

ອຸດົມໄຊ ຖືເອົາການທ່ອງທ່ຽວເປັນແຜນບຸລິມະສິດຍູ້ໜູນການພັດທະນາ

Published on

ແຂວງອຸດົມໄຊໄດ້ຖືເອົາການທ່ອງທ່ຽວເປັນແຜນງານບຸລິມະສິດໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແນໃສ່ສ້າງວຽກ ເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າຜູ້ທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກຊົນນະບົດໃຫ້ມີລາຍໄດ້ຫຼຸດຜ່ອນຄວາມທຸກຍາກຕາມແຜນນະໂຍບາຍຂອງລັດຖະບານເທື່ອລະກ້າວ.

ຕາມຂໍ້ມູນຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜ່ານມາວິຊາການພາຍໃນ ແລະຂະແໜງທ່ອງທ່ຽວຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວອຸດົມໄຊໄດ້ມີຄວາມເອົາໃຈໃສ່ໃນການຍາດແຍ່ງດຶງດູດເອົາການຊ່ວຍເຫຼືອຈາກພາກລັດ-ທຸລະກິດນັກລົງທຶນພາຍໃນ ແລະຕ່າງປະເທດ, ທຶນສາກົນ, ອົງການ NGOs ທຶນຊ່ວຍເຫຼືອລ້ານປະກອບສ່ວນພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກດ້ານສາທາລະນຸປະໂພກຍົກລະດັບຂີດຄວາມສາມາດທາງດ້ານ ບຸກຄະລາກອນ, ຝຶກອົບຮົມທັດສະນະສຶກສາຢູ່ພາຍໃນ ແລະຕ່າງປະເທດ ເພື່ອຍົກສູງຄຸນນະພາບວິຊາການ ແລະຜູ້ບໍລິການໃຫ້ດີຂຶ້ນເທື່ອລະກ້າວ ໂດຍຂະແໜງທ່ອງທ່ຽວປະກອບດ້ວຍພະນັກງງານ, ລັດຖະກອນ ແລະສັນຍາແຮງງານ 12 ຄົນ, ຍິງ 6 ຄົນ, ລັດຖະກອນສົມບູນ 7 ຄົນ, ຍິງ 2 ຄົນ, ສັນຍາແຮງງານ 5 ຄົນ, ຍິງ 4 ຄົນ, ສົ່ງໄປຍົກລະດັບ ວິຊາສະເພາະຢູ່ຕ່າງປະເທດ 1 ຄົນ, ມີໜ້າເຮັດວຽກຕົວຈິງ 11 ຄົນ.

ທົ່ວແຂວງມີໂຮງແຮມ 20 ແຫ່ງ, ເຮືອນພັກ 68 ແຫ່ງ, ລີສອດ 4 ແຫ່ງ, ຮ້ານອາຫານ-ກິນດື່ມ 200 ແຫ່ງ, ມີບໍລິສັດທ່ອງທ່ຽວ 3 ບໍລິ ສັດ, ນັບແຕ່ເດືອນຕຸລາ 2015-ມີນາ 2016 ລວມມີນັກທ່ອງທ່ຽວ ເຂົ້າມາແຂວງທັງໝົດຈໍານວນ 1,19 ແສນເທື່ອຄົນ,ຕ່າງປະເທດ 72 ພັນກວ່າເທື່ອຄົນ, ສ້າງລາຍຮັບໃຫ້ແກ່ຜູ້ປະກອບທຸລະກິດພາຍໃນໄດ້ປະມານ 5,54 ລ້ານໂດລາສະຫະລັດ.

ສໍາລັບຜົນສໍາເລັດການຈັດຕັ້ງປະຕິບັດແຮງງານໃນ 6 ເດືອນ ຜ່ານມາດ້ານການເມືອງແນວຄິດການເມືອງຂະແໜງທ່ອງທ່ຽວພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຄະນະພະແນກໄດ້ເອົາໃຈໃສ່ສຶກສາມອົບຮົມການເມືອງ-ແນວຄິດ ໃຫ້ພະນັກງງານລັດຖະກອນພາຍໃນຂະແໜງມີແນວຄິດອຸ່ນອ່ຽງທຸ່ນທ່ຽງເປັນເຈົ້າການບຸກບືນປະຕິບັດໜ້າທີ່ວີຊາການສະເພາະທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດ ຊອບສູງດ້ານວິຊາສະເພາະໜ່ວຍງານສະຫຼຸບສະຖິຕິແຂກພັກແຮມ ປະຈໍາເດືອນ 10-03 ປີ 2016 ແລະ 6 ເດືອນຕົ້ນປີ 10-12 ປີ 2015 ຫາເດືອນ 1-3 ປີ 2016 ລວມທັງໝົດ 1,19 ແສນຄົນ, ຕ່າງປະເທດ 72,08 ພັນຄົນ, ສໍາເລັດການປັບປຸງ ແລະພິມປຶ້ມນີ້ເມປະຫວັດແຫຼ່ງທ່ອງທ່ຽວຂອງແຂວງ, ລົງຕິດຕາມກວດກາໂຄງການກໍ່ສ້າງຫ້ອງຂໍ້ມູນຂ່າວສານເມືອງຮຸນການກໍ່ສ້າງສໍາເລັດ 100% ແລະກະກຽມເອກະສານຂໍຖອນເງິນໃຫ້ບໍລິສັດກໍ່ສ້າງ, ລົງສໍາຫຼວດປ່າສະຫງວຍພູຫີຜີເມືອງໄຊເຂດບ້ານຫຼັກ 8 ຫາຕາດຫຼັກ11 ແລະປ່າຫີນເຂດຫຼັກ 7 ຫຼັກ14 ເພື່ອເປັນການສຶກສາຄວາມເປັນໄປໄດ້ໃນການທ່ອງທ່ຽວ 4 ຄັ້ງ.

ໜ່ວຍງານໂຄສະນາ ແລະສົ່ງເສີມການຕະຫຼາດໄດ້ປະຈໍາຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວ ແລະບໍລິການຂໍ້ມູນໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຈໍານວນ 380 ຄົນ, ຍິງ 154 ຄົນ,ໄດ້ສໍາເລັດການຝຶກອົບຮົມວິຊາສະເພາະດ້ານການທ່ອງທ່ຽວຢູ່ເມືອງປາກແບງໂດຍມີ 3 ເມືອງເຂົ້າຮ່ວມ ເມືອງແບງ, ເມືອງຮຸນ ແລະເມືອງປາກແບງ, ອອກແບບແຜນເຊື່ອມຕໍ່ແຫຼງທ່ອງທ່ຽວ 8 ແຂວງພາກເໜືອ ແລະເຊື່ອມຕໍ່ 7 ເມືອງພາຍ ໃນແຂວງອຸດົມໄຊ, ອໍານວຍຄວາມສະດວກຝຶກອົບຮົມໃນຫົວຂໍ້: ການອອກແບບ ແລະຈັດໜ້າເນື້ອໃນສິ່ງພິມໂຄສະນາການທ່ອງທ່ຽວ 8 ແຂວງພາກເໜືອ ແລະສະຫຼຸບລາຍງານການຝຶກອົບຮົມໃຫ້ພະແນກ ຖວທ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...