spot_img
Homeຂ່າວພາຍ​ໃນຄົນລາວຄວນໄດ້ຮັບການຊ່ວຍເຫຼືອ ຈາກເຈົ້າໜ້າທີ່ທາງການລາວ

ຄົນລາວຄວນໄດ້ຮັບການຊ່ວຍເຫຼືອ ຈາກເຈົ້າໜ້າທີ່ທາງການລາວ

Published on

ຈາກກະແສຂ່າວຈາກປະເທດໄທ ເລື່ອງຫຍິງໄກ່ແຈ້ງຈັບອະດີດລູກຈ້າງຂອງຕົນ ໃນຂໍ້ຫາລັກຊັບ ທີ່ກຳລັງເປັນຄະດີດັງຢູ່ໃນຂະນະນີ້ ໃນນັ້ນ ມີຍິງສາວຊາວລາວ 2 ຄົນ ທີ່ຕົກເປັນຜູ້ຕ້ອງຫາໃນໝາຍຈັບດັ່ງກ່າວ ຜູ້ຕ້ອງຫາມີຄວາມວິຕົກກັງວົນໃຈ ແລະຂາດທີ່ປຶກສາທີ່ເປັນເຈົ້າໜ້າທີ່ລາວ. ໃນປັດຈຸບັນນີ້ມີພຽງ ທ່ານ ຈະຕຸຣົງ ສຸກອຽດ ນັກຂ່າວຊ່ອງ 3 ຂອງໄທ ເປັນບຸກຄົນສຳຄັນທີ່ພະຍາຍາມປະສານງານກັບເຈົ້າໜ້າທີ່ໄທ ເພື່ອຂໍຄວາມເປັນທຳໃຫ້ຄົນລາວ 2 ຄົນດັ່ງກ່າວ.

ຕາມທຳມະດາແລ້ວ ຜູ້ຂຽນເຊື່ອວ່າສະຖານກົງສູນ ແລະສະຖານທູດລາວໃນຕ່າງປະເທດ ຈະມີໜ່ວຍງານສະເພາະເພື່ອຄຸ້ມຄອງແລະເບິ່ງແຍງຜົນປະໂຫຍດຂອງຄົນລາວໃນຕ່າງປະເທດຢູ່ແລ້ວ ເຊັ່ນ:
1. ໃຫ້ຄວາມຊ່ວຍເຫຼືອຄົນລາວທີ່ເດິນທາງໄປຕ່າງປະເທດແລ້ວຕົກທຸກໄດ້ຍາກ ແລະປະສົບບັນຫາ ບໍ່ສາມາດຊ່ວຍເຫຼືອໂຕເອງໄດ້ ເຊັ່ນ ນັກທ່ອງທ່ຽວລາວຖືກໂຈນລັກຊັບ ໜັງສືຜ່ານແດນເສຍ ເຈັບໄຂ້ໄດ້ປ່ວຍ ປະສົບບັນຫາໃນການເດິນທາງກັບປະເທດ ຖືກຈັບຫຼືຂາດການຕິດຕໍ່ກັບຍາດພີີ່ນ້ອງ ສາມາດຮ້ອງຂໍຄວາມຊ່ວຍເຫຼືອ ຊ່ວຍເບິ່ງແຍງສະພາບຄວາມເປັນຢູ່ຂອງຄົນລາວໃນຕ່າງປະເທດ ຊ່ວຍຕິດຕາມຫາຍາດພີ່ນ້ອງທີ່ສູນຫາຍ ຫຼືຂາດການຕິດຕໍ່.
2. ຊ່ວຍເຫຼືອຄຸ້ມຄອງແຮງງານລາວໃນຕ່າງປະເທດ ທີ່ເດິນທາງໄປເຮັດວຽກຢ່າງຖືກົດໝາຍ ແຕ່ບໍ່ໄດ້ຮັບການປະຕິບັດຕາມສັນຍາ ເຊັ່ນ ບໍ່ໄດ້ເຮັດວຽກໃນຕຳແໜ່ງທີ່ຕົກລົງກັນໄວ້ ຫຼືບໍ່ໄດ້ຮັບຄ່າແຮງງານ ຫຼືສິດທິປະໂຍດ ຕາມທີ່ຕົກລົງກັນໄວ້ ຫຼືບໍ່ໄດ້ຮັບການປະຕິບັດຕາມກົດໝາຍແຮງງານ.
3. ຊ່ວຍເຫຼືອແຮງງານລາວທີ່ຖືກຫຼອກລວງໄປຕ່າງປະທດ ແລ້ວຕົກທຸກໄດ້ຍາກ ສາມາດຂໍໃຫ້ສະຖານເອກອັກຄະລັດຖະທູດແລະສະຖານກົງສູນໃຫຍ່ພິຈາລະນາຊ່ວຍເຫຼືອສົ່ງໂຕກັບປະເທດໄດ້.
4. ຊ່ວຍເຫຼືອຍິງລາວທີ່ຖືກຫຼອກລວງໄປຄ້າປະເວນີ, ຖືກກັກຂັງ, ບັງຄັບໃຊ້ແຮງງານ ແລະບັງຄັບໃຫ້ຄ້າປະເວນີ.
5. ຊ່ວຍເຫຼືອແລະບິ່ງແຍງຄົນລາວທີ່ກະທຳຄວາມຜິດ ຖືກຈັບກຸມ ຄຸມຂັງ ແລະຖືກຄຸກໃນຕ່າງປະເທດ ການຊ່ວຍເຫຼືອໃຫ້ເຂົາເຈົ້າໄດ້ຮັບຄວາມເປັນທຳໃນການພິຈາລະນາຄະດີ, ການໄປຢ້ຽມຢາມໃຫ້ກຳລັງໃຈ ແລະການຂໍອະໄພໂທດໃນກໍລະນີສານຕັດສິນປະຫານ ແບບນີ້ເປັນຕົ້ນ.
6. ຊ່ວຍເຫຼືອຄົນລາວໃນກໍລະນີເກີດພາວະສົງຄາມ ຫຼືໄພທຳມະຊາດ ເຊັ່ນ ແຜ່ນດິນໄຫວ, ພະຍາດລະບາດ, ວິນາດສະກຳ ຫຼືເກີດເຫດການວິກິດທາງການເມືອງ ທີ່ອາດຈະບໍ່ປອດໄພຕໍ່ຄົນລາວທີ່ຢູ່ໃນປະເທດດັ່ງກ່າວ.
7. ຄຸ້ມຄອງຜົນປະໂຍດຂອງຄົນລາວແລະທຸລະກິດລາວ ການຊ່ວຍເຫຼືອຄຸ້ມຄອງຂອງກະຊວງການຕ່າງປະເທດລວມໄປເຖິງ ການປະສາງານກັບໜ່ວຍງານຂອງປະເທດທີ່ກ່ຽວຂ້ອງ ເພື່ອຊ່ວຍຕິດຕາມຊັບສິນທີ່ສູນຫາຍ ຫຼືຜົນປະໂຫຍດຂອງຄົນລາວໃນຕ່າງປປະເທດ…
8. ຊ່ວຍເຫຼືອກໍລະນີຄົນລາວເສຍຊີວິດໃນຕ່າງປະເທດ ໃນກໍລະນີທີ່ຄົນລາວເສຍຊີວິດໃນຕ່າງປະເທດ ຈະໃຫ້ຄວາມອະນຸເຄາະໃນເລື່ອງການຈັດການສົບຕາມຄວາມຮ້ອງຂໍຂອງຍາດພີ່ນ້ອງໃນກໍລະນີທີ່ບໍ່ສາມາດດຳເນີນການເອງໄດ້ ໂດຍຊ່ວຍປະສານງານໃນການຈັດສົ່ງສົບກັບປະເທດ ຫຼືຊາປະຈະກິດສົບແລ້ວສົ່ງກະດູກກັບປະເທດ…
9. ແລະໃຫ້ການຊ່ວຍເຫຼືອໃນບັນຫາອື່ນໆ ທີ່ກ່ຽວຂ້ອງກັບຄົນລາວໃນຕ່າງປະເທດ…

ຜູ້ຂຽນເຊື່ອວ່າທາງການລາວ ໂດຍສະເພາະແມ່ນສະຖານກົງສູນແລະສະຖານເອກອັກຄະລັດຖະທູດລາວໃນຕ່າງປະເທດຄົງຈະມີນະໂຍບາຍຄືດັ່ງກ່າວ 9 ຂໍ້ຂ້າງເທິງຢູ່ແລ້ວ ແຕ່ອາດຈະຍັງຂາດການເອົາໃຈໃສ່ ນັບຕັ້ງແຕ່ການໃຫ້ຂໍ້ມູນແກ່ຄົນລາວໃນຕ່າງປະເທດວ່າ ຖ້າຫາກເກີດເຫດການສຸກເສີນ ຫຼືມີບັນຫາຫຍັງຕ້ອງການຄວາມຊ່ວຍເຫຼືອ ໃຫ້ຕິດຕໍ່ໄປຫາໃຜ ໜ່ວຍງານໃດ ຢູ່ໃສ ???? ດັ່ງນັ້ນແລ້ວ ເມື່ອມີບັນຫາ ຄົນລາວກໍບໍ່ຮູ້ວ່າຈະສົ່ງຂ່າວ ຫຼືຂໍຄວາມຊ່ວຍເຫຼືອກັບໃຜ ໄດ້ຈັ່ງໃດ ຢູ່ໃສ ໝາຍເລກໂທລະສັບເບີໃດ. ຕົວຢ່າງຄະດີທີ່ ນາງກາບແກ້ວ ແລະໝູ່ອີກຜູ້ໜຶ່ງ ທີ່ຖືກ ນາງໄກ່ ຫຼື ຫຍິງໄກ່ ແຈ້ງຈັບໃນຂໍ້ຫາລັກຊັບນາຍຈ້າງ ຄະດີດັ່ງກ່່າວນັ້ນແກ່ຍາວມາເຖິງ 4 ປີແລ້ວ ແຕ່ຫາຄົນລາວ ຫຼືໜ່ວຍງານໃດຂອງລາວ ຍື່ນມືເຂົ້າໄປໃຫ້ການຊ່ວຍເຫຼືອກໍບໍ່ມີ. ແລະຖ້າຫາກບໍ່ມີ ຈະຕຸຣົງ ສຸກອຽດ ນັກຂ່າວຊ່ອງສາມຂອງໄທ ເປັນຜູ້ຂຸດຄຸ້ຍເລື່ອງນີ້ຂຶ້ນມາ ແລະພ້ອມທັງນັກຂ່າວທ່ານນີ້ບໍ່ໄດ້ໃຫ້ການຊ່ວຍເຫຼືອແລ້ວ ກໍບໍ່ຮູ້ວ່າ ນາງກາບແກ້ວແລະໝູ່ຈະໄດ້ຮັບຄວາມເປັນທຳຕາມທີ່ຄວນຈະເປັນຫຼືບໍ່ໃນຊົ່ວຊີວິດຂອງເຂົາເຈົ້າ ຫຼືຖ້າຫາກທັງສອງຖືກຈັບເຂົ້າຄຸກຕາມໝາຍຈັບເດ ຈະມີໃຜໄປປະກັນໂຕອອກມາຫຼືບໍ່ ເພາະລຳພັງແຕ່ນາງກາບແກ້ວໂຕຄົນດຽວ (ສ່ວນອີກຜູ້ໜຶ່ງແມ່ນໜີໜ້າບໍ່ກ້າສູ້ຄະດີ) ທີ່ຍັງບໍ່ຍອມກົ້ມໜ້າໃຫ້ຄວາມອະຍຸຕິທຳແລ້ວ ກໍຍາກຫຼາຍທີ່ຈະພິສູດວ່າຕົນເອງເປັນຄົນບໍລິສຸດ ເພາະນາງເປັນປະຊາຊົນບ້ານນອກທຳມະດາ ການສຶກສາຈົບ ມ3 ຊ້ຳຍັງກຳພ້າພໍ່ແມ່ ແລະຍາດພີ່ນ້ອງທີ່ຈະສາມາດເພິ່ງພາໃຫ້ຊ່ວຍເລື່ອງນີ້ໄດ້ກໍບໍ່ມີ.

ຫຼືຖ້າຍັງບໍ່ມີໜ່ວຍງານໃຫ້ການຊ່ວຍເຫຼືອຄົນລາວຄືດັ່ງກ່າວແລ້ວ ກໍຄວນຈະຈັດຕັ້ງໃຫ້ມີຂຶ້ນໄດ້ແລ້ວ !!

ແອັດມິນຊຽງ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...