spot_img
HomeມູມໄອທີລາວMeizu ເປີດໂຕສະມາດໂຟນເຮືອທຸງ MX6 ທີ່ປັກກິ່ງ

Meizu ເປີດໂຕສະມາດໂຟນເຮືອທຸງ MX6 ທີ່ປັກກິ່ງ

Published on

​ຫຼັງຈາກທີ່ມີຂ່າວລືຕ່າງໆນາໆມາຢ່າງຫຼວງຫຼາຍ ຈົນມາຈົບທີ່ ຂ່າວສະເປັກຂອງ Meizu MX6 ຜ່ານທາງ AnTuTu ແລະເຮົາກໍຮູ້ມື້ເປີດໂຕຢ່າງເປັນທາງການຂອງລຸ້ນນີ້ວ່າຈະເປີດໂຕໃນວັນທີ 19 ຫຼືມື້ນີ້ເອງ. ເຊິ່ງຫຼ້າສຸດນີ້ບໍລິສັດ Meizu ໄດ້ຈັດງານເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຄື Meizu MX6 ຢ່າງເປັນທາງການແລ້ວທີ່ກຸງປັກກິ່ງ ປະເທດຈີນ. ໃນສ່ວນທາງດ້ານໂຕເຄື່ອງຍັງຄົງອອກແບບຄືກັນກັບລຸ້ນເຮືອທຸງ Meizu Pro 6, ເຊິ່ງລວມໄປເຖິງເສັ້ນເສົາອາກາດທີ່ດ້ານເທິງ ແລະລຸ່ມ, ໂຕເຄື່ອງຍັງຄົງໃຊ້ວັດສະດຸໂລຫະຄືເກົ່າ.

ທາງດ້ານສະເປັກຂອງ Meizu MX6 ມາພ້ອມກັບຈໍ LCD ຈາກ Sharp ພ້ອມດ້ວຍເທັກໂນໂລຢີ TDDI ທີ່ຈະເພີ່ມຄວາມໄວໃນການສຳຜັດ, ມີຂະໜາດຢູ່ທີ່ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ). ໃຊ້ງານຊິບປະມວນຜົນເດກ້າຄໍ Helio X20 ພ້ອມກັບ RAM 4GB ແລະ ROM 32GB. ແບັດເຕີຣີໃຫ້ມາ 3060mAh ພ້ອມກັບຮອງຮັບລະບົບສາກໄວຢູ່ທີ່ 12V 2A (24W) ເຊິ່ງສາມາດໃຊ້ໄດ້ເຄິ່ງມື້ ດ້ວຍການສາກພຽງ 10 ນາທີເທົ່ານັ້ນ!!.

ທາງດ້ານຂອງກ້ອງ Meizu MX6 ເປັນສະມາດໂຟນລຸ້ນທຳອິດທີ່ມາພ້ອມກັບເຊັນເຊີ້ທີ່ກຳນົດເອງ Sony IMX386 CMOS ດ້ວຍຄວາມລະອຽດ 12 ລ້ານພິກເຊວ. ພ້ອມກັບ PDAF, 1.25um ພິກເຊວ ແລະ f/2.0. ເຊິ່ງເຮັດໃຫ້ໝັ້ນໃຈໄດ້ເລີຍວ່າຮູບທີ່ຖ່າຍອອກມານັ້ນຈະມີແສງທີ່ພຽງພໍ ແລະຄົມຊັດແນ່ນອນ. ນອກນີ້ກໍມາພ້ອມກັບຄຸນສົມບັດ algorithm ໃໝ່ທີ່ຈະຊ່ອຍເພີ່ມຄວາມສົມດຸນໃຫ້ກັບສີ ແລະຫຼຸດນອຍເພື່ອໃຫ້ຮູບທີ່ຖ່າຍອອກມານັ້ນດີຂຶ້ນ.

ທາງດ້ານຄຸນສົມບັດອື່ນໆຂອງ Meizu MX6 ລວມໄປເຖິງເຊັນເຊີ້ສະແກນນິ້ວມືແມ່ນຕິດຕັ້ງໄວ້ທີ່ປຸ່ມ mTouch, ຮອງຮັບທຸກລະບົບເຄື່ອຄ່າຍທີ່ປະເທດຈີນ, VoLTE, 4G+, ຮອງຮັບ 2 ຊິມສະແຕນບາຍໄດ້ທັງສອງ, Cat. 6 LTE ແລະລະບົບ Android 6.0 ທັບດ້ວຍ Flyme UI.

ສຳລັບລາຄາຂອງເຮືອທຸງ MX6 ຖືວ່າຖືກຫຼາຍເຊິ່ງມີລາຄາຢູ່ທີ່ 1999 ຢວນ (2.415.000 ກີບ) ແລະຈະເລີ່ມເປີດໃຫ້ລົງທະບຽນຕອນ 4 ໂມງທີ່ປະເທດຈີນ ແລະຈະວາງຂາຍໃນວັນທີ 30 ກໍລະກົດນີ້.

ເພີ່ມຕື່ມຮູບຈາກກ້ອງຫຼັງຂອງ MX6

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...