Homeຂ່າວຕ່າງປະເທດຊາວຝຣັ່ງຈຳນວນຫລາຍ ເຂົ້າຮ່ວມໂຮມຊຸມນຸມ ໄວ້ອາໄລຜູ້ເຄາະຮ້າຍ ເຫດສະເທືອນຂວັນມື້ວັນຊາດ!

ຊາວຝຣັ່ງຈຳນວນຫລາຍ ເຂົ້າຮ່ວມໂຮມຊຸມນຸມ ໄວ້ອາໄລຜູ້ເຄາະຮ້າຍ ເຫດສະເທືອນຂວັນມື້ວັນຊາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກໍລະກົດຜ່ານມານີ້ວ່າ ຊາວຝຣັ່ງຈຳນວນຫລວງຫລາຍ ເດີນທາງເຂົ້າຮ່ວມພິທີໂຮມຊຸມນຸມ ໄວ້ອາໄລໃຫ້ແກ່ຜູ້ເຄາະຮ້າຍ ເທິງຖະໜົນທີ່ເກີດເຫດການ ຄົນຮ້າຍໃຊ້ລົດບັນທຸກ ໄລ່ຢຽບ ແລະ ໃຊ້ປືນຍິງໃສ່ຜູ້ຄົນ ທີ່ເຂົ້າມາຮ່ວມພິທີສະເຫລີມສະຫລອງ ວັນຊາດຝຣັ່ງ ເມື່ອວັນທີ 14 ກໍລະກົດ 2016 ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 84 ຄົນ ແລະ ໄດ້ຮັບບາດເຈັບອີກ 300 ຄົນ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ມານູເອວ ວານ ນາຍົກລັດຖະມົນຕີຝຣັ່ງ ແລະ ເຈົ້າໜ້າທີ່ຂັ້ນສູງຂອງຝຣັ່ງ ຈຳນວນຫລາຍ, ສຳລັບຜົນການສືບສວນເບື້ອງຕົ້ນ ໄດ້ໃຫ້ຮູ້ວ່າ ຜູ້ລົງມືກໍ່ເຫດຊື່ ທ້າວ ໂມຮາເໝັດ ລາຮູເວດ ບູເລວ ອາຍຸ 31 ປີ ເຊື້ອສາຍຕູນີຊີ ຊຶ່ງເປັນປະຊາຊົນອາໄສຢູ່ພາຍໃນເມືອງນີສ ບ່ອນທີ່ໄດ້ລົງມືກໍ່ເຫດ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...