spot_img
Homeຂ່າວຕ່າງປະເທດຄົນຫວຽດນາມ​​ໃຊ້​ເວລາ​ກັບ​ສັງຄົມ​ອອນ​ລາຍ​​ 4 ຊົ່ວ​ໂມງ​ຕໍ່​ມື້

ຄົນຫວຽດນາມ​​ໃຊ້​ເວລາ​ກັບ​ສັງຄົມ​ອອນ​ລາຍ​​ 4 ຊົ່ວ​ໂມງ​ຕໍ່​ມື້

Published on

ມີ​ການ​ສຳ​ຫຼວດພົບ​ວ່າ ຄົນຫວຽດນາມ ​ໃຊ້​ເວລາ​ສະ​ເລ່ຍກັບ​ສັງຄົມ​ອອນ​ລາຍ​ເຖິງ​ອາທິດ​ລະ 24 ຊົ່ວ​ໂມງ​ກັບ 7 ນາທີ ສະ​ເລ່ຍ​ເກືອບ 4 ຊົ່ວ​ໂມງ​ຕໍ່​ມື້ ຫັກ​ເວລາ​ນອນ, ​ເວລາ​ເຮັດ​ວຽກ​ແລ້ວ​ເກືອບ​ທັງ​ໝົດ​ຂອງ​ເວລາ​ວ່າງ​ເລີຍ ຊຶ່ງ​ຖື​ວ່າ ​ເປັນ​ຕົວ​ເລກ​ທີ່​ເພີ່ມ​ຂຶ້ນ​ຈາກ​ປີ​ກ່ອນ​​ເກືອບ 9 ຊົ່ວ​ໂມງ​ຕໍ່​ອາທິດ.

ຕາມ​ການ​ລາຍ​ງານ​ຂອງ​ບໍລິສັດ​ນິລສັນ ປະຈຳ​ປີ 2015 ​ຊຶ່ງ​ເຮັດ​ການ​ວິ​ເຄາະ​ການ​ບໍລິ​ໂພ​ກສື່​ດິຈິ​ຕອລຂອງ​ປະຊາຊົນ​ໃນ 9 ປະ​ເທດພົບ​ວ່າ ຄົນ​ຫວຽດນາມ​ກວ່າ 9 ​ໃນ 10 ຄົນ ຊຶ່ງ​ເທົ່າ​ກັບ 91% ຂອງ​ການ​ສຳ​ຫຼວດ ​ເປັນ​ເຈົ້າ​ຂອງ​ໂທລະ​ສັບ​ສະມາດ​ໂຟນ ​ເພີ່ມ​ຂຶ້ນ 82% ​ໃນ​ປີ 2014, ການ​ສຳ​ຫຼວດພົບ​ວ່າ ຄົນ​ຫວຽດນາມ​ອາຍຸ​ລະຫວ່າງ 21-29 ປີ ​ໃຊ້​ເວລາ​ສ່ວນ​ໃຫຍ່​ຢູ່​ກັບ​ສື່​ອິນ​ເຕີ​ເນັດ​ສະ​ເລ່ຍ 27 ຊົ່ວ​ໂມງ 2 ນາທີ ຕໍ່​ອາທິດ ຊຶ່ງ​ເປັນ​ກຸ່ມທີ່​​ໃຊ້​ເວລາ​ກັບ​ສື່​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ຄົນ​ໃນ​ກຸ່ມ​ອາຍຸ​ອື່ນໆ ຊຶ່ງ​ໃຊ້​ເວລາ​ສະ​ເລ່ຍ 22 ຊົ່ວ​ໂມງ 6 ນາທີ​ຕໍ່​ອາທິດ.

ຫວຽດນາມ​ນິສລະບຸ​ວ່າ ການ​ສຳ​ຫຼວດຂອງ​ນິລ​ເສັນ ​​ເຖິງ​ແມ່ນ​ວ່າ​ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຫວຽດນາມ​ສ່ວນ​ໃຫຍ່​ປະມານ 72% ຍັງ​ຕິດ​ສື່​ໂທລະພາບ​ຢູ່ ​ແຕ່​ອາດ​ຈະ​ມີ​ການ​ເບິ່ງ​ຜ່ານ​ແພ​ລດຟອມ​ໃໝ່​ເພີ່ມ​ຂຶ້ນ ​ໂດຍ​ມີ​ຕົວ​ເລກ​ລະບຸ​ວ່າ ຄົນ​ທີ່​ຕິດ​ສື່​ດິຈິ​ຕອລຫຼາຍ​ເຖິງ 78% ​ເບິ່ງ​ລາຍການ​ທາງ​ໂທລະພາບ ​ແລະ ໜັງ​ຜ່ານ​ລະບົບ​ອອນ​ລາຍ​ເຊັ່ນ: ວີ​ດີ​ໂອ​ອອນ​ດີ​ມານ.

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...