spot_img
Homeຂ່າວເຫດການໂຮມຊຸມນຸມ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຢ່າງຟົດຟື້ນ!

ໂຮມຊຸມນຸມ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຢ່າງຟົດຟື້ນ!

Published on

ວັນທີ 15 ກໍລະກົດນີ້, ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດງານໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ດ້ວຍບັນຍາກາດຟົດຟື້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ, ມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນພິທີທ່ານປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນມູນເຊື້ອຂອງເອື້ອຍນ້ອງສະຫະພັນແມ່ຍິງລາວ, ໃນຂະບວນການປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ ໂດຍສັງເຂບ ພ້ອມທັງເນັ້ນໜັກ ບາງຕອນວ່າ: ໃນວັນທີ 20 ກໍລະກົດ 1955, ພັກໄດ້ສ້າງຕັ້ງ ໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຢູ່ເຂດທີ່ໝັ້ນຂອງການປະຕິວັດ ແຂວງຫົວພັນ, ຊຶ່ງເປັນຕົ້ນກຳເນີດຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ, ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ນາງ ຄຳຫລ້າ ວົງສັກ ເປັນຫົວໜ້າ, ທ່ານນາງ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານນາງ ຄຳແພງ ບຸບຜາ ເປັນກຳມະການ. ນັບແຕ່ມື້ນັ້ນມາ ພັກໄດ້ມອບໝາຍໜ້າທີ່ຕົ້ນຕໍ ໃຫ້ແກ່ອົງການຈັດຕັ້ງແມ່ຍິງ ເຄື່ອນໄຫວປະຕິບັດໜ້າທີ່ເບິ່ງແຍງ, ລ້ຽງດູ, ລຳລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ພ້ອມທັງປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານ ອອກຮັບໃຊ້ປະເທດຊາດ ປຸກລະດົມຂະບວນການແມ່ຍິງ ປະຕິບັດວຽກງານຢູ່ແນວຫລັງ, ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານ ຕາມການຈັດຕັ້ງມອບໝາຍ ດ້ວຍຄວາມຮັບຜິດຊອບສູງ. ແມ່ຍິງຍັງໄດ້ມີຫົວຄິດປະດິດສ້າງ ໃຊ້ທຸກວິທີເພື່ອຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ ໃຫ້ພະນັກງານທະຫານປະຕິວັດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫລາຍວິທີທີ່ສະຫລຽວສະຫລາດ ແລະ ອົງອາດກ້າຫານ.

ຕະຫລອດ 61 ປີຜ່ານມາ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າສ່ວນຫລາຍ ໄດ້ຮັບການພັດທະນາທຸກດ້ານ ເຮັດໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາ ແລະ ເສີມຂະຫຍາຍໄດ້ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີລະດັບການສຶກສາ, ລະດັບວິຊາສະເພາະໃນຂັ້ນຕ່າງໆ ຕອບສະໜອງກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ແມ່ຍິງຈຳນວນໜຶ່ງ ເປັນພະນັກງານເຕັກນິກ, ພະນັກງານວິຊາການ, ນັກຄົ້ນຄວ້າ, ນັກວິສະວະກອນ, ນັກທຸລະກິດ, ຜູ້ປະກອບການໃນຂະແໜງການຕ່າງໆ, ພ້ອມໄດ້ຮັບນາມມະຍົດ ເປັນສາດສະດາຈານ, ຮອງສາດສະດາຈານ, ສິລະປິນແຫ່ງຊາດ, ນັກສິລະປິນດີເດັ່ນ, ຄູປະຊາຊົນ, ຄູແຫ່ງຊາດ ແລະ ອື່ນໆຢ່າງຫລວງຫລາຍ. ນອກຈາກນີ້ ບົດບາດຂອງແມ່ຍິງລາວ ຍັງສາມາດທຽບເທົ່າກັບເພດຊາຍ, ພ້ອມທັງມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...