spot_img
Homeຂ່າວນໍ້າຖ້ວມນ້ຳຖ້ວມເມືອງບໍລິຄັນ

ນ້ຳຖ້ວມເມືອງບໍລິຄັນ

Published on

ເນື່ອງ​ຈາກ​ຝົນ­ຕົກ​ໜັກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ​ຢູ່​ແຂວງ​ບໍລິຄຳ​ໄຊ ໄດ້​ເຮັດ​ໃຫ້​ນ້ຳ​ຊັນ​ຂຶ້ນ​ຢ່າງ​ໄວ­ວາ​ຖ້ວມ​ບ້ານ​ເຮືອນຂອງ​ປະ­ຊາ­ຊົນ​ພາຍ​ໃນ​ເທ­ສະ​ບານ​ເມືອງ​ບໍ​ລິ​ຄັນ​ຈຳ­ນວນໜຶ່ງ​ທີ່­ຢູ່​ລຽບ​ຕາມ​ແຄມ​ນ້ຳ​ຊັນ​ຕໍ່​ກັບ​ສະ­ພາບ​ດັ່ງ­ກ່າວ​ດ້ວຍຄວາມ​ເປັນ​ຫ່ວງ​ຂອງ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ທີ່​ມີ​ຕໍ່​ພໍ່ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໃນ​ວັນ​ທີ 15 ກໍ­ລະ­ກົດ​ຜ່ານ​ມາ ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ດ້ວຍ​ພະ​ແນກການ​ທີ່​ກ່ຽວ­ຂ້ອງ​ໄດ້​ລົງ​ຕິດ­ຕາມ​ກວດກາ​ສະ­ພາບ​ນ້ຳ​ຖ້ວມ​ຢູ່​ເຂດ​ດັ່ງ­ກ່າວ ໂດຍການ​ຮ່ວມ​ນຳ­ພາ​ຂອງ​ທ່ານ ​ເລື່ອນ​ວິ­ໄລ ຈັນ­ທະ​ລາ​ພັນ ເຈົ້າ­ເມືອງໆ​ບໍ​ລິ​ຄັນ​ພ້ອມດ້ວຍ​ອຳ­ນາດ​ການ​ປົກ­ຄອງ ແລະ​ໜ່ວຍງານ​ທີ່​ກ່ຽວ­ຂ້ອງ​ຂອງ​ເມືອງ.

ໂອ­ກາດ​ນີ້​ທ່ານ ເຈົ້າ­ແຂວງ​ໄດ້​ແນະນຳ​ໃຫ້​ທຸກ​ພາກ­ສ່ວນ​ພາຍ​ໃນ​ເມືອງ​ຈົ່ງຮ່ວມ​ມື​ເອົາ­ໃຈ­ໃສ່​ເຝົ້າ​ລະ­ວັງ​ຢ່າງ​ຈົດ­ຈໍ່, ເປັນ­ຕົ້ນ​ແມ່ນ​ໃຫ້​ມີ​ຄວາມ​ສາ­ມັກ­ຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ​ກັນ​ຍົກ­ຍ້າຍ​ສິ່ງ​ຂອງອັນ​ຈຳ­ເປັນ​ຂຶ້ນ​ໄວ້​ທີ່​ສູງ, ກຽມ­ພ້ອມ​ຮັບ​ມືກັບ​ພະ­ຍາດ​ຕາມ​ລະ­ດູ​ການ​ທີ່​ຕາມ​ມາ​ຫຼັງນ້ຳ​ບົກ​ແຫ້ງ ສະ­ຫຼຸບ​ລາຍ​ງານ​ຜົນ​ເສຍຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ໂດຍ​ສະ­ເພາະ ເນື້ອ­ທີ່​ທຳ​ການ​ຜະ­ລິດ, ດູ​ແລ​ເບິ່ງ­ແຍງຄອບ­ຄົວ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃຫ້​ທັນ​ການ.

ພ້ອມ​ນີ້​ທ່ານ​ເຈົ້າ­ແຂວງ ຍັງ​ຮຽກ­ຮ້ອງມາ​ຍັງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ຈົ່ງ​ໄດ້​ມີຄວາມ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ​ກັນ​ທາງ ດ້ານ​ເຫື່ອ­ແຮງ ແລະ​ວັດ­ຖຸ​ປັດ​ໄຈ​ຕ່າງໆ ໃຫ້​ຫຼຸດ​ພົ້ນ​ໄພ­ພິ­ບັດ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້ ເນື່ອງ​ຈາ​ກວ່າ​ເມືອງ​ບໍ​ລິ​ຄັນ​ກໍ່​ເປັນ​ເມືອງໜຶ່ງ​ທີ່​ເຄີຍ​ປະ­ສົບ​ກັບ​ໄພ​ນ້ຳ​ຖ້ວມ​ເກືອບທຸກໆ​ປີ​ເຮັດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ, ສັດ­ລ້ຽງ ແລະ​ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຂອງປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ເສຍຫາຍ​ຢ່າງ​ໜັກ­ໜ່ວງ.

ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳໄຊ​ກໍ່​ໄດ້​ປະ­ຊຸມ​ດ່ວນ​ກັບ​ພະ­ແນກ­ການ​ກົມກອງ​ທີ່​ກ່ຽວ­ຂ້ອງ​ເພື່ອ​ຫາ​ວິ­ທີ​ຮັບ​ມື​ກັບ ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້​ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...