spot_img
Homeນານາສາລະງຶດເລີຍ! ໝາກຫຸ່ງຕົ້ນເຕ້ຍປູກໃສ່ຄຸສະບາຍ ຖ້າປູກຂາຍຄົງຈະລວຍແທ້ໆ

ງຶດເລີຍ! ໝາກຫຸ່ງຕົ້ນເຕ້ຍປູກໃສ່ຄຸສະບາຍ ຖ້າປູກຂາຍຄົງຈະລວຍແທ້ໆ

Published on

ເປັນຫຍັງຕ້ອງຕອນໝາກຫຸ່ງ? ເຫດຜົນຂໍຄື:
1. ໝາກຫຸ່ງຕອນໄດ້ ຄຸນສົມບັດຕົ້ນແມມ່ນຄົບທຸກປະການ ການລໍຖ້າເອົາແກ່ນໄປປູກຈະຜິດພ້ຽນໄປທຸກຊ່ວງລຸ້ນ ເຊັ່ນ ລົດຊາດປ່ຽນ, ສີພ້ຽນ, ຂະໜາດບໍ່ທໍ່ເກົ່າ, ເນື້ອອາດຈະບາງລົງ, ຈົນເຖິງຂັ້ນຜິດພ້ຽນໄປຈົນບໍ່ເຫຼືອລັກສະນະສາຍພັນເກົ່າກໍມີ.

  1. ເມື່ອແກ່ນຈາກບໍລິສັດມາປູກ ຈະໄດ້ຄຸນນະພາບດີສະເພາະລຸ້ນທຳອິດ ຖ້າເອົາແກ່ນ(ຕາມຂໍ້ 1) ລຸ້ນສອງ ແລະລຸ້ນຕໍ່ໆໄປ ຈະຜິດພ້ຽນໄປເລື້ອຍໆ ເພາະເປັນການຂະຫຍາຍພັນໂດຍອາໄສເພດ.

ເມັດພັນຈາກບໍລິສັດຕ່າງໆ ຖືກໂປຣແກຣມມາໃຫ້ໄດ້ຜົນຜະລິດລຸ້ນດຽວເທົ່ານັ້ນ ຖ້າລຸ້ນຕໍ່ໄປເຮົາເອົາເມັດພັນໄປປູກຕໍ່ແລ້ວດີຄືລຸ້ນທຳອິດ ບໍລິສັດຈະຂາຍບໍ່ອອກແນ່ນອນ.

  1. ໝາກຫຸ່ງຕອນ ຕົ້ນເຕ້ຍ ບໍ່ຕ້ອງໃຊ້ໄມ້ແໝ້ນໃຫ້ລູກຕົກລົງຈົນບູບຊ້ຳ ການູກເພື່ອການຕະຫຼາດຈະຫໍ່ໝາກງ່າຍ ເບິ່ງແຍງງ່າຍ ເກັບກູ້ງ່າຍ ສວຍງາມ ຕະຫຼາດຕ້ອງການ.
  2. ສາມາປູກໃສ່ຄຸ ຫຼືກະຖາງດອກໄມ້ ເໝາະສຳລັບສັງຄົມເມືອງ ຜູ້ບໍ່ມີທີ່ດິນສຳລັບລົງປູກ ເຄື່ອນຍ້າຍໄປມາໄດ້ງ່າຍ.
  3. ໃຊ້ເປັນຕົ້ໄມ້ປະດັບໄດ້ ແລະກໍໄດ້ກິນພ້ອມ

ການຕອນໝາກຫຸ່ງ ມີ 2 ແບບຄື

  1. ຕອນຈາກງ່າຂອງຕົ້ນທີ່ໃຫ້ຜົນຜະລິດດີ ໝາກຫຸ່ງນັ້ນຈະມີ 3 ເພດຄື ຕົ້ນແມ່, ຕົ້ນຜູ້ ແລະຕົ້ນກະເທີຍ ໝາກຫຸ່ງທີ່ໃຫ້ຜົນຜະລິດດີຄືໝາກຫຸ່ງກະເທີຍ ເຮົາຈະຕັດຕົ້ນແມ່ທີ່ມີອາຍຸ ສູງຈາກພື້ນປປະມານ 1.5 ແມັດ ໝາກຫຸ່ງຈະມີລຳຕົ້ນເປັນປ່ອງ ໃຫ້ໃຊ້ຖົງຢາງມັດຫຸ້ມໄວ້ທາງດ້ານເທິງ ຖ້າໃຫ້ແຕກແໜງ ຫຼືຕົ້ນໝາກຫຸ່ງທີ່ແກ່ຫຼາຍແລ້ວ ບາງຕົ້ນອາດຈະມີແໜງສາມາດຕອນໄດ້ເລີຍ.
  2. ການຕອນຈາກຕົ້ນພັນດີທີ່ເກີດຈາກເມັດພັນລຸ້ນທຳອິດ ຂະໜາດຕັ້ງແຕ່ເສັ້ນຜ່າສູນກາງ 2.5 ເຊັນ ຈົນເຖິງຂະໜາດໃຫຍ່ ໂດຍກະໄລຍະທີ່ຕອນຈາກຍອດລົງມາປະມານ 30-60 ເຊັນ (ຕາມຄວາມຕ້ອງການວ່າຕ້ອງການໃຫ້ຕົ້ນເຕ້ຍສ່ຳໃດ)

ອຸປະກອນການຕອນ

  1. ຖົງໃສ່ຍອງໝາກພ້າວຂະໜາດໃຫຍ່ເທົ່າກັບຖົງໃສ່ແກງ
  2. ມີດເຂົ້າໆ ຫຼືຄັດເຕີໃຫຍ່
  3. ເຊືອກຟາງສຳລັບຜູກຮັດ
  4. ໄມ້ສຽບເອັນ/ໄມ້ຈິ້ມແຂ້ວ ຫຼືໄມ້ອື່ນໆ ສຳລັບກັນຮອຍຕັດບໍ່ໃຫ້ເນື້ອຕົ້ນໝາກຫຸ່ງກັບມາທົບກັນອີກ

ການກະບາກແໜງ

ປາດເປັນກະບັກເຂົ້າເລິກປະມານ 2 ໃນ 3 ຂອງກິ່ງ ຂັ້ນຕອນນີ້ຕ້ອງລະວັງບໍ່ໃຫ້ແໜງຂາດ ເອົາໄມ້ອັດເຂົ້າໄປໃນຮອຍແຜ ຖ່າງໃຫ້ເນື້ອແໜງຕົ້ນໝາກຫຸ່ງງະອອກຈາກັນ.

ການບາກຕົ້ນໝາກຫຸ່ງຕົ້ນອ່ອນ ອາດຈະພົບບັນຫາຈາກຕົ້ນອ່ອນທີ່ມີໝາກກາງຕົ້ນ ຈະເຮັດໃຫ້ຫັກລົງງ່າຍໆເມື່ອລົມພັດແຮງ ອາດຈະໃຊ້ໄມ້ດາມຕົ້ນໄວ້ໄລຍະໜຶ່ງ… ການບາກຕົ້ນອ່ອນບາງຕົ້ນເຖິງແມ່ນຈະໃຊ້ໄມ້ຢັນໄວ້ ແຕ່ເນື້ອລຳຕົ້ນອ່ອນອາດຈະຍຸບໂຕລົງມາທົບກັນອີກ ໃຫ້ແກ້ໄຂໂດຍກະບາກ 2 ເທື່ອ ຄືຕັດເນື້ອອອກມາແລ້ວອັດໄມ້ເຂົ້າໄປ. ການອັດໄມ້ບໍ່ມີວິທີຕາຍໂຕ ອາດຈະອັດຂວາງຫຼືຕາມທາງຍາວກໍໄດ້ ສາລະຄຳຄັນຢູ່ທີ່ເນື້ອຕົ້ນໝາກຫຸ່ງຕ້ອງບໍ່ກັບມາທົບກັນອີກ.

ຜ່າຖົງຝຸ່ນໃຍໝາກພ້າວທີ່ໝາດນ້ຳປິດກວມສ່ວນທີ່ກະບາກໃຫ້ຫຸ້ມ ຈະກວມກິ່ງ/ຕົ້ນ ທັງໝົດຫຼືບໍ່ກໍໄດ້ ແຕ່ຕ້ອງຫຸ້ມຮອຍກະບາກ ການຜ່າຖົງໃຍໝາກພ້າວ ຜ່າລວງຕັ້ງຫຼືລວງຍາວກໍໄດ້ເບິ່ງຕາມສະພາບ ແຕ່ລະກິ່ງ/ຕົ້ນ ເປັນຫຼັກຄວາມເໝາະສົມ (ເບິ່ງໜ້າງານ) ຈາກນັ້ນໃຊ້ເຊືອກຟາງຜູກຮັດຖົງໃຍໝາກພ້າວໃຫ້ແໜ້ນ ຢ່າໃຫ້ຫຼວມຈົນຂະຫຍັບໄດ້.

ການຕອນຕົ້ນໝາກຫຸ່ງໃຊ້ໄລຍະເວລາປະມານ 40 ວັນ ຈຶ່ງຈະແຕກຮາກໃໝ່ທີ່ແຂງແຮງ ສາມາດຕັດໄດ້ ສ່ວນຕົ້ນແມ່ຫຼັງຈາກຕັດກິ່ງແໜງອອກໄປແລ້ວອາດຈະໂຊມ ໃຫ້ໃຊ້ປຸຍຢູເຣຍ (46-0-0) ບຳລຸງໃຫ້ເກີດແໜງຕໍ່ໄປໄດ້ເລື້ອຍໆ.

ແໜງຫຼືຕົ້ນທີ່ຕັດອອກມາຈະເກີດອາຫານຫ່ຽວໃນບໍ່ທໍ່ໃດນາທີ ເນື່ອງຈາກໝາກຫຸ່ງໃບໃຫຍ່ ຄາຍນ້ຳໄດ້ໄວ ເມື່ອຂາດນ້ຳລ້ຽງຈາກຕົ້ນແມ່ ຈຶ່ງຄວນເລືອກກເວລາຕັດໃນຕອນຄ່ຳ ຫຼືໃນມື້ທີ່ແດດອ່ອນຫຼືບໍ່ມີແດດ ຍິ່ງຖ້າມີຝົນຕົກແດ່ຈະດີຫຼາຍ ເພື່ອປ້ອງກນການເສຍນ້ຳຂອງກິ່ງທີ່ຕອນ ຄວນຕັດກ້ານໃບຫ່າງກິ່ງປະມານ 2,5 ຊັງຕີແມັດ ໃຫ້ເຫຼືອໃບໜ້ອຍທີ່ສຸດ2-3 ໃບ ແລະເຫຼືອຍອດໄວ້ເທົ່ານັ້ນ. ກ້ານໃບທີ່ເຫຼືອຈາກການຕັດອອກ ຈະຫຼົ່ນເອງໃນເວລາ 3-5 ວັນ.

ການເອົາລົງປູກ ຈະປູກໃນກະຖາງຫຼືລົງດິນກໍໄດ້ ລະວັງຢ່າແດກດິນເທິງກະເປາະຕອນແຮງຫຼາຍ ເພາະຈະເຮັດໃຫ້ຮາກຕົ້ນໝາກຫຸ່ງຂາດໄດ້.

ໝາກຫຸ່ງທີ່ລົງປູກ ອາດຈະມາຈາກກິ່ງກ້ານແໜງທີ່ໂຄ້ງງໍ ແກ້ໄຂໂດຍໃຫ້ວາງກະກາງ ປິ່ນຍອດທີ່ໂຄ້ງງໍນັ້ນເຂົ້າຫາຮົ່ມ ຕົ້ນຫຸ່ງຈະດັດໂຕດອງໃຫ້ຊື່ພາຍໃນບໍ່ທໍ່ໃດມື້ ພ້ອມກັບການແຕກໃບໃໝ່ໃນໄລຍະທຳອິດປະມານ 12 ວັນ ຫຼັງຈາກນັ້ນເລິ່ມໃຫ້ປຸຍຢູເຣຍແລະສູດອື່ນໆທີ່ຕ້ອງການໄດ້.

Cr. ກະເສດອິນເຕີຊຽງໃໝ່

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...