spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫຼວດຊາຍແດນໜອງຄາຍ ຈັບສາວລາວພ້ອມຢາບ້າ 1,912 ເມັດ

ຕຳຫຼວດຊາຍແດນໜອງຄາຍ ຈັບສາວລາວພ້ອມຢາບ້າ 1,912 ເມັດ

Published on

ອີງຕາມຂ່າວຈາກສຳນັກຂ່າວອອນໄລນ໌ໜອງຄາຍ ລາຍງານວ່າ ວັນທີ 15 ກໍລະກົດ 2016 ວານນີ້ ຕຳຫຼວດຊາຍແດນໜອງຄາຍ ໄດ້ຮ່ວມກັນຈັບກຸມນາງນ້ອຍ ຫຼື ແອ ດວງມາລາ ອາຍຸ 38 ປີ ແລະນາງ ສາຍຝົນ ຊື່ນຊົມ ອາຍຸ 43 ປີ ທັງສອງເປັນປະຊາຊົນບ້ານໂດນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ 1,912 ເມັດ ໂທລະສັບມືຖື 2 ໜ່ວຍ ກະເປົາພາຍ 2 ໜ່ວຍ ບັດຜ່ານແດນ 2 ຫົວ ໂດຍກ່າວຫາວ່າຮ່ວມກັນມີຢາເສບຕິດ (ຢາບ້າ) ໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍຜິດກົດໝາຍ ເຫດເກີດພາຍໃນຫ້ອງພັກໝາຍເລກທີ 8 ບ້ານບົວທອງລີສອດ ຕຳບົນໜອງກອມເກາະ ອຳເພີເມືອງໜອງຄາຍ ຈັງຫວັດໜອງຄາຍ.

ພາຍຫຼັງຈັບກຸມແລ້ວກໍໄດ້ນຳໂຕຜູ້ຕ້ອງຫາພ້ອມຂອງກາງ ສົ່ງພະນັກງານສືບສວນສອບສວນ ເມືອງໜອງຄາຍ ດຳເນີນຄະດີຕໍ່ໄປ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...