Homeຂ່າວຕ່າງປະເທດຜູ້ນໍາອາເຊັມຫາລືຫລາຍບັນຫາພ້ອມກໍານົດເອົາວັນທີ 1 ມີນາຂອງທຸກໆປີເປັນວັນອາເຊັມ

ຜູ້ນໍາອາເຊັມຫາລືຫລາຍບັນຫາພ້ອມກໍານົດເອົາວັນທີ 1 ມີນາຂອງທຸກໆປີເປັນວັນອາເຊັມ

Published on

ຂປລ. ກອງປະຊຸມອາເຊັມຄັ້ງທີ 11 ໄດ້ໄຂຂຶ້ນໍະຫວ່າງວັນທີ 15-16 ກໍລະກົດ 2016 ທີ່ອູລານບາຕໍ ປະເທດມົງໂກເລຍໂດຍມີຜູ້ນໍາ 51 ປະເທດຈາກພາກພື້ນອາຊີ ແລະ ເອີລົບ ລວມທັງບັນດາປະເທດຖືກເຊີນ ຂະນະທີ່ ສປປ ລາວນໍາໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວພ້ອມຄະນະເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງໄດ້ທົບທວນຄືນ ແລະ ປຶກສາຫາລືຫລາຍບັນຫາດັ່ງນີ້: ສະຫລຸບການປຶກສາຫາລືຂອງບັນດາຜູ້ນໍາ ແລະ ສະແດງເຖິງຄວາມມຸ່ງຫມັ້ນຂອງສະມາຊິກອາເຊັມໃນການສົ່ງເສີມການຮ່ວມມືລະຫວ່າງອາຊີ ແລະ ເອີລົບໃນດ້ານຕ່າງໆເຊັ່ນ:
ບັນຫາທີ1: ການພັດທະນາແບບຍືນຍົງ, ການປ່ຽນແປງສະພາບອາກາດ, ສົ່ງເສີມການເຊື່ອມໂຍງ, ຄວາມຫມັ້ນຄົງທາງທະເລ.
ບັນຫາທີ 2: ຖະແຫລງການອູລານມາຕໍ ເຊິ່ງຈັດຂຶ້ນເປັນພິເສດໃນໂອກາດຄົບຮອບ 20 ປີຂອງການກໍ່ຕັ້ງອາເຊັມໂດຍເນັ້ນຢໍ້າເຖິງຄວາມສໍາເລັດຜ່ານມາ ລວມທັງວິໄສທັດໃນຕໍ່ຫນ້າເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມເປັນຫຸ້ນສ່ວນເຊິ່ງກັນ ແລະ ກັນ, ສົ່ງເສີມຄວາມມືໃຫ້ເກີດປະໂຫຍດທີ່ເປັນຮູບປະທໍາ, ສົ່ງເສີມຄວາມເຊື່ອມໂຍງ ແລະ ປັບປຸງຂັ້ນຕອນເຮັດວຽກຂອງອາເຊັມ ລວມທັງຈະກໍານົດໃຫ້ວັນທີ 1 ມີນາຂອງທຸກໆປີເປັນວັນອາເຊັມ.

cr: ຂປລ ແລະ ຊິນຫົວ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...