spot_img
Homeຂ່າວພາຍ​ໃນປກສ ​ເມືອງ​ຫາດ​ຊາຍ​ຟອງ ຈັບ​ຜູ້​ຄ້າຂາ​ຍຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ 300 ກວ່າ​ເມັດ

ປກສ ​ເມືອງ​ຫາດ​ຊາຍ​ຟອງ ຈັບ​ຜູ້​ຄ້າຂາ​ຍຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ 300 ກວ່າ​ເມັດ

Published on

6555 001

​ ເຈົ້າໜ້າ​ທີ່ ປກສ ​ເມືອງ​ຫາດ​ຊາຍ​ຟອງ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ​​ກຳລັງ​ເຈົ້າໜ້າ​ທີ່​ຕົນ​​ໄດ້ລົງ​ແກ້​ໄຂ​ສະພາບ​ມົ້ວສຸມ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ນາ​ໄຮ່ ​ເມືອງ​ຫາດ​ຊາຍ​ຟອງ ນະ ຄອນຫລວງ​ວຽງ​ຈັນ ​ແລະ ​ໄດ້​ກັກ​ຕົວ​ຜູ້ຕ້ອງ​ຫາ​ ຄືທ້າວ ​ເປີ້ນ ອາຍຸ 28 ປີ ພ້ອມ​ຂອງ​ກາງ​ຢາ​ບ້າ 373 ​ເມັດ​, ປືນ 1 ກະບອກ ແລະ ລູກປືນ​ຈຳ ນວນ​ໜຶ່ງ ຈຶ່ງ​ໄດ້​ຍຶດ​ໄວ້​ເປັນ​ຫລັກ​ຖານ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ເຊິ່ງຜູ້​ຕ້ອງ​ຫາ​ລາຍ​ນີ້​ແມ່ນນອນ​ຢູ່​ໃນ​ເປົ້າໝາຍ​ຕິດຕາມ​ຂອງ​ເຈົ້າໜ້າ​ ທີ່​ ຍ້ອນ​ມີ​ພຶດຕິ​ກຳ​ເຄື່ອນ​ໄຫວ​ມົ້ວ ສຸມ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ໃຫ້​ກັບ​ຊາວ​ໜຸ່ມ​ໃນ​ເຂດ​ເມືອງ​ຫາດ​ຊາຍ​ຟອງ ​ແລະ ​ເມືອງ​ໃກ້​ຄຽງ​ໃນ​ນະຄອນຫລວງ​ວຽງ​ຈັນ ​ແລະ ​ເຄີຍ​ຕ້ອງ​ໂທດ​ມາ​ແລ້ວ​ໜຶ່ງ​ຄັ້ງ​ເປັນ​ເວລາ 6 ​ເດືອນ, ​ແຕ່​ບໍ່​ເຄັດ​ຫລາບພາຍຫລັງ​ພົ້ນ​ໂທດ​ອອກ​ມາ​ກໍ​ກັບຄືນ​ເຄື່ອນ​ໄຫວ​ໃນ​ສິ່ງ​ ບໍ່​ດີ​ດັ່ງກ່າວ​ອີກ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະ ບຽບ​ກົດໝາຍ.

 

ຂອບໃຈຂ່າວຈາກ ລາວພັດທະນາ http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...