spot_img
Homeຂ່າວຕ່າງປະເທດສຳນັກພະຣາຊະວັງຍີ່ປຸ່ນ ຖະແຫລງຢືນຢັນ ເຈົ້າມະຫາຈັກກະພັດ ບໍ່ມີປະສົງສະຫລະຣາຊະບັນລັງ!

ສຳນັກພະຣາຊະວັງຍີ່ປຸ່ນ ຖະແຫລງຢືນຢັນ ເຈົ້າມະຫາຈັກກະພັດ ບໍ່ມີປະສົງສະຫລະຣາຊະບັນລັງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດຜ່ານມານີ້ວ່າ ສຳນັກພະຣາຊະວັງຍີ່ປຸ່ນ ໄດ້ອອກມາຖະແຫລງປະຕິເສດ ຕໍ່ກັບກໍລະນີສື່ມວນຊົນຂອງຍີ່ປຸ່ນ ໄດ້ລາຍງານວ່າ ເຈົ້າມະຫາຈັກກະພັດອະກິຮິໂຕະ ກຳລັງມີແຜນກຽມສະຫລະຣາຊະບັນລັງ ໂດຍສຳນັກພະຣາຊະວັງຂອງຍີ່ປຸ່ນ ໄດ້ລະບຸວ່າ ຂ່າວດັ່ງກ່າວນີ້ ບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ.

ດ້ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊະ ອາເບະ ກໍໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ຕໍ່ກັບກໍລະນີດັ່ງກ່າວນີ້ ຊຶ່ງຖືເປັນເລື່ອງລະອຽດອ່ອນທາງດ້ານການເມືອງ ພາຍໃນແດນອາທິດອຸໄທ ຊຶ່ງມີເຈົ້າຈັກກະພັດ ເປັນປະມຸກແຫ່ງລັດ ມາໄດ້ຫລາຍຮ້ອຍປີ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...