spot_img
Home​ຂ່າວທ່ອງທ່ຽວເຊີນທ່ຽວ ບຶງວະ ແຂວງສະຫວັນນະເຂດ

ເຊີນທ່ຽວ ບຶງວະ ແຂວງສະຫວັນນະເຂດ

Published on

ບຶງວະເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສວຍງາມ ແລະເປັນໜອງຂະໜາດໃຫ່ຍຕັ້ງຢູ່ບ້ານບຶງວະ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດຢູ່ທາງທິດຕາເວັນອອກຂອງເທສະບານແຂວງ ບຶງວະນັ້ນແມ່ນອ່າງເກັບນໍ້າເພື່ອໃຊ້ເຂົ້າໃນການເຮັດນາແຊງລວມໄປເຖິງການຜະລິດກະສິກໍາຕ່າງໆໃນລະດູແລ້ງຂອງຊາວບ້ານພາຍໃນບ້ານບຶງວະ ແລະນອກຈາກນັ້ນກໍ່ຍັງເປັນບ່ອນທໍາມາຫາກິນຂອງປະຊາຊົນເຊັ່ນ: ການຫາປາ, ກຸ້ງ, ຫອຍ ແລະອືນໆ.

ການເດີນທາງໄປແຫຼ່ງທ່ອງທ່ຽວບຶງວະແມ່ນໃຊ້ເວລາບໍ່ດົນປານໃດເນື່ອງຈາກສະຖານທີ່ດັ່ງກ່າວ ແມ່ນຢູ່ບໍ່ໄກຈາກຕົວເມືອງປານໃດປະມານ 5 ກິໂລແມັດເທົ່ານັ້ນ ແລະເປັນທາງປູຢາງຕະຫຼອດເສັ້ນໃນການເດີນທາງໄປແມ່ນຈະໄປໄດ້ຫຼາຍເສັ້ນທາງແຕ່ນັກທ່ອງທ່ຽວມັກຈະໃຊ້ເສັ້ນທາງຫຼັກຄືເມື່ອອອກຈາກຕົວເມືອງໄກສອນພົມວິຫານ ໂດຍໃຊ້ເສັ້ນທາງສະຫວັນນະເຂດ-ເຊໂນຈະຜ່ານສະໜາມກີລາແຂວງສະຫວັນນະເຂດ ແລະໄປຮອດທາງວົງວຽນໄດໂນເສົາແລ້ວລ້ຽວຂວາເຂົ້າສູ່ເສັ້ນທາງ ໄກສອນ ພົມວິຫານ ສວ່ນຫຼາຍປະຊາຊົນມັກເອີ້ນຊື່ເສັ້ນທາງດັ່ງກ່າວນັ້ນແມ່ນເສັ້ນ A1 ເດີນທາງໄປະມານ 2 ກິໂລແມັດ ກໍ່ຈະເຫັນປ້າຍບອກທາງແວ່ບ້ານບຶງວະທາງດ້ານຊ້າຍມືແລ້ວລ້ຽວຊ້າຍໄປຕາມເສັ້ນທາງໄປບ້ານບຶງວະປະມານ 3 ກິໂລແມັດ ກໍ່ເຖິງສະຖານທີ່ທ່ອງທ່ຽວ.

ບຶງວະເປັນບຶງຂະໜາດໃຫ່ຍ ແລະມີທີວທັດທຳມະຊາດທີ່ສວຍສົດງົດງາມ, ອາກາດສົດຊື່ນເຢັນສະບາຍສິ່ງດັ່ງກ່າວໄດ້ດຶງດູດໃຫ້ຜູ້ຄົນໃນເມືອງຢາກອອກໄປສຳຜັດເຖິງບັນຍາກາດແສນຈະບໍລິສຸດ ໂດຍສະເພາະແມ່ນວັນພັກເສົາ-ອາທິດ ຫຼື ວັນພັກຕາມເທສະການຕ່າງໆຈະມີປະຊາຊົນອອກມາພັກຜ່ອນກິນເຂົ້າປ່າເພາະຢູ່ລຽບຕາມແຄມໜອງຈະມີຕູບນ້ອຍ ແລະຮ້ານອາຫານເພື່ອໄວ້ໃຫ້ບໍລິການ ແກ່ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວຊົມ.
ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...