spot_img
Homeນານາສາລະຈຸດໝາຍທີ່ແທ້ຈິງຂອງສາສະໜາ

ຈຸດໝາຍທີ່ແທ້ຈິງຂອງສາສະໜາ

Published on

1

ສັນຍະລັກຂອງສາສະໜາຕ່າງໆ

      ຕາມວັດຕະນານຸກົມຂອງທ່ານ ມະຫາສິລາ ວິລະວົງ ໜ້າທີ່ 119 ຄຳວ່າ ນິຍາມຂອງ ສາສະໜາ ແມ່ນຄຳສັ່ງສອນ, ລັດທິຄວາມເຊື່ອຖືຂອງມະນຸດ ພ້ອມທັງວິທີກະທຳຕາມຫລັກໃນລັດທິນັ້ນໆ. ແຕ່ຄວາມເຂົ້າໃຈໃນສາສະໜາຂອງທຸກໆທ່ານນັ້ນມັນແມ່ນຫຍັງ ? ເຮົາຮູ້ສາສະໜາຫລາຍໜ້ອຍປານໃດ ? ຫລືວ່າຮູ້ພຽງແຕ່ພິທີກຳ ຫລືຄວາມເຊື່ອຖືທີ່ສືບທອດກັນມາແຕ່ບັນພະບູລຸດຊື່ໆ !ແລະເຮົານັບຖືສາສະໜານັ້ນໄປເພື່ອອິຫຍັງ ? ມັນມີປະໂຫຍດແນວໃດ ? ມື້ນີ້ຜູ້ຂຽນມີຄວາມຮູ້ເລັກໆນ້ອຍໆ ກ່ຽວກັບຈຸດມຸ່ງໝາຍທີ່ແທ້ຈິງຂອງສາສະໜາ ເພື່ອທີ່ຈະໄດ້ມາແບ່ງປັນກັນຮູ້ ແລະເຂົ້າໃຈແຈ້ງ.

2 3 4 5

ພຸດ                     ອິດສະລາມ                     ຄິດ                    ພາມ-ຮິນດູ

ຄຳວ່າ “ສາສະໜາ” ຄື ຫລັກທັມຄໍາສອນຂອງສາສະດາທັງຫລາຍ ເປັນແສງສະຫວ່າງສ່ອງທາງໃຫ້ຊີວິດໃນການດຳເນີນຊີວິດໄດ້ຢ່າງຖືກຕ້ອງ ເດີນໄປສູ່ຈຸດໝາຍປາຍທາງທີ່ສູງທີ່ສຸດ.

ສາສະໜາພຸດ ເອີ້ນຈຸດໝາຍສູງສຸດນັ້ນວ່າ ນິບພານ

ສາສະໜາຄິດ ເອີ້ນຈຸດໝາຍສູງສຸດນັ້ນວ່າ ພະຜູ້ເປັນເຈົ້າ ຄື ກ໊ອດ

ສາສະໜາອິດສະລາມ ເອີ້ນຈຸດໝາຍສູງສຸດນັ້ນວ່າ ພະຜູ້ເປັນເຈົ້າ ຄື ອັນເລາະ

ສາສະໜາພາມ ເອີ້ນຈຸດໝາຍສູງສຸດນັ້ນວ່າ ພົມ

ແຕ່ລະສາສາະໜານັ້ນ ເອີ້ນຈຸດໝາຍສູງສຸດນີ້ແຕກຕ່າງກັນອອກໄປ ແຕ່ທີ່ເໝືອນກັນນັ້ນກໍຄື ສະພາວະທີ່ “ຈິດບໍລິສຸດ” ການບໍ່ມີກິເລດນັ້ນເອງ ຈິດບໍລິສຸດ ເຮັດໃຫ້ບຸກຄົນພົ້ນທຸກ ພົ້ນຈາກການບຽດບຽນກັນ ເຮັດໃຫ້ສັງຄົມມີຄວາມສັນຕິສຸກ, ຮັ່ງມີ ແລະມີສັນຕິພາບຖາວອນ.

ຕາມທັດສະນະຂອງສາສະໜາພຸດນັ້ນ ການດຳເນີນຊີວິດໃນທາງໂລກ ຖືໄປໃນທາງວັດຖຸຄື ກິນ, ກາມ, ກຽດ 3 ກ ນີ້ ຍັງເປັນການບຽດບຽນກັນຢູ່ ສ່ວນການດຳເນີນຊີວິດທາງທັມນັ້ນ ຖືໄປໃນທາງຈິດໃຈຄື ສະອາດ, ສະຫວ່າງ, ສະຫງົບ 3 ສ ເປັນບ່ອນທີ່ສິ້ນສຸດຂອງການບຽດບຽນກັນ.

ຄົນທັງຫລາຍຈຶ່ງຄວນພາກັນສຶກສາຄົ້ນຄວ້າ ແລະປະຕິບັດໃນຫລັກທັມຄຳສອນຂອງສາສະດາທັງຫລາຍ ເພື່ອເຂົ້າເຖິງສິ່ງສູງສຸດ ຄື ນິບພານ ຫລືພຣະຜູ້ປັນເຈົ້າ ແນວນີ້ເປັນສິ່ງທີ່ປະເສີດສູງສຸດຢ່າງຍິ່ງ ດີກວ່າການແຂ່ງຂັນກັນສ້າງອາວຸດມະຫາປະໄລ ມາປະຫັດປະຫານກັນ ຫລືແລ່ນນຳວັດຖຸນິຍົມພຽງແຕ່ຢ່າງດຽວ ໂດຍບໍ່ສົນຈິດໃຈເລີຍ.

ມີຫລາຍຄົນຍັງເຂົ້າໃຈຜິດວ່າ ຄວາມແຕກຕ່າງລະຫວ່າງສາສະໜາຕ່າງໆ ເຮັດໃຫ້ເກີດສົງຄາມ ເຊິ່ງເປັນຄວາມເຂົ້າໃຈຜິດຢ່າງຫລວງຫລາຍເລີຍ ບາງຄົນກໍໜ້າມືດຕາມົວ ຍ້ອງຍໍ-ສັນລະເສີນແຕ່ສາສະໜາຕົນເອງ ວ່າຂອງຕົນດີກວ່າຂອງຄົນອື່ນ (ພວກສາສະໜານິຍົມ ຄ້າຍຄືກັບຊາດນິຍົມ) ທີ່ແທ້ແລ້ວ ທຸກສາສະໜາມີຈຸດມຸ່ງໝາຍໃນຄຸນຄວາມດີ, ຄວາມປະເສີດ, ກຳຈັດສົງຄາມ, ກຳຈັດການບຽດບຽນກັນ… ຫລືບາງພວກກໍວ່າ ສາສະໜາເປັນຢາເສບຕິດ ທັງໆທີ່ສາະສະໜາຄືຢາຮັກສາໂຣກ ທີ່ຊຳລະຈິດໃຈໃຫ້ຂາວສະອາດ ປາສະຈາກກິເລດຕັນຫາ.

ສະນັ້ນ ໃນຍຸກປັດຈຸບັນນີ້ ມັນຄືຍຸກທີ່ມີຄວາມຈະເລີນທາງສູງສຸດຂອງວິທະຍາສາດ ມວນມະນຸດເຮົາຄວນຈະຫັນມາຫາຈຸດໝາຍທີ່ແທ້ຈິງຂອງສາສະໜາທີ່ຕົນເອງນັບຖື ພັດທະນາຈິດໃຈໃນລັກສະນະຂອງວິທະຍາສາດທາງຈິດໃຈ ເພື່ອຍົກຈິດໃຈໃຫ້ສູງເທົ່າທຽມກັບວັດຖຸທີ່ສູງຢູ່ແລ້ວ.

 

ຂໍຂອບໃຈເວບໄຊ Wikipedia

 ແລະປຶ້ມສາສະໜາຄືທາງລອດຂອງມະນຸດ ໂດຍ ສະໄຫວ ແກ້ວສົມ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...