spot_img
Homeຂ່າວຕ່າງປະເທດເຈົ້າມະຫາຈັກກະພັດອະກິຮິໂຕະ ປະມຸກລັດ ແຫ່ງ ປະເທດຍີ່ປຸ່ນ ກຽມປະກາດສະຫລະບັນລັງ!

ເຈົ້າມະຫາຈັກກະພັດອະກິຮິໂຕະ ປະມຸກລັດ ແຫ່ງ ປະເທດຍີ່ປຸ່ນ ກຽມປະກາດສະຫລະບັນລັງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດຜ່ານມານີ້ວ່າ ພະເຈົ້າມະຫາຈັກກະພັດອະກິຮິໂຕະ ອາຍຸ 82 ປີ ເຈົ້າຊີວິດ ແຫ່ງ ຣາຊະວົງຍີ່ປຸ່ນ ແລະ ທັງເປັນປະມຸກລັດ ແຫ່ງ ປະເທດຍີ່ປຸ່ນ ໄດ້ປະກາດກຽມສະຫລະຣາຊະບັນລັງ ພາຍໃນ 2-3 ປີຂ້າງໜ້ານີ້ ແລະ ປະສົງໃຫ້ ເຈົ້າຊາຍນາຣຸຮິໂຕະ ອາຍຸ 56 ປີ ອົງມົງກຸດຣາຊະກຸມານ ແຫ່ງ ຣາຊະວົງຍີ່ປຸ່ນ ຂຶ້ນຄອງຣາຊະສົມບັດ ສືບທອດອຳນາດແທນ.

ສຳນັກພະຣາຊະວັງອິມພີຣຽວ ແຫ່ງ ປະເທດຍີ່ປຸ່ນ ໄດ້ອອກຖະແຫລງການດັ່ງກ່າວ ຢ່າງເປັນທາງການ ໃນວັນທີ 13 ກໍລະກົດ 2016 ໂດຍພະເຈົ້າມະຫາຈັກກະພັດອະກິຮິໂຕະ ໄດ້ຄອງຣາຊະບັນລັງ ຍາວນານ 27 ປີ ຊຶ່ງການປະກາດ ກຽມສະຫລະອຳນາດ ຂອງປະມຸກລັດຍີ່ປຸ່ນໃນຄັ້ງນີ້ ບໍ່ໄດ້ມີການເປີດເຜີຍເຫດຜົນ ຫລື ຄວາມປະສົງຂອງພະອົງແຕ່ຢ່າງໃດ.
 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...