spot_img
Homeຂ່າວການພັດທະນາເອ­ກະ​ຊົນ​ລົງທຶນ​ຢູ່​ຈຳ­ປາ​ສັກ​ແລ້ວ 33 ໂຄງການ

ເອ­ກະ​ຊົນ​ລົງທຶນ​ຢູ່​ຈຳ­ປາ​ສັກ​ແລ້ວ 33 ໂຄງການ

Published on

ການລົງ­ທຶນໃນຂະ­ແໜງ­ການຕ່າງໆຢູ່ແຂວງຈຳ­ປາສັກ ຍັງສືບ­ຕໍ່ຂະ­ຫຍາຍ­ຕົວຢ່າງຕໍ່ເນື່ອງນັບເປັນແຂວງລະ­ດັບຕົ້ນໃນພາກກາງ ແລະພາກໃຕ້ທີ່ນັກ­ທຸ­ລະ­ກິດທັງພາຍໃນ ແລະຕ່າງ­ປະ­ເທດໃຫ້ຄວາມສົນ­ໃຈເຂົ້າລົງ­ທຶນຫຼາຍກວ່າໝູ່ສະ­ເພາະໃນ 9 ເດືອນຜ່ານມາຢູ່ແຂວງ ດັ່ງ­ກ່າວມີການລົງ­ທຶນເອ­ກະຊົນທັງໝົດ 33 ໂຄງ­ການລວມມູນຄ່າເກືອບ 5 ແສນຕື້ກີບ,  ຂະ­ນະທີ່ທາງແຂວງໄດ້ຕັ້ງເປົ້າສູ້ຊົນດຶງດູດການລົງ­ທຶນ 3 ເດືອນ ທ້າຍປີໃຫ້ບັນ­ລຸ 1.905 ຕື້ກີບ.

ທ່ານ ສາຍ­ທອງ ໄຊຍະວົງ ຫົວ­ໜ້າພະແນກແຜນ­ການ ແລະການລົງ­ທຶນ ແຂວງຈຳ­ປາສັກ, ໄດ້ເປີດ­ເຜີຍຕໍ່ກອງປະຊຸມລົງເຜີຍ­ແຜ່ກ່ຽວກັບການສະ­ຫຼຸບການ­ຈັດ­ຕັ້ງປະ­ຕິ­ບັດແຜນພັດ­ທະ­ນາເສດຖະກິດ-ສັງ­ຄົມ 9 ເດືອນ, ຄາດຄະ­ເນການຈັດຕັ້ງປະ­ຕິ­ບັດໝົດສົກປີ 2015-2016  ແລະການສ້າງແຜນພັດ­ທະ­ນາເສດຖະກິດ-ສັງ­ຄົມ ປະ­ຈຳປີ 2017 ທີ່ໄດ້ຈັດຂຶ້ນທີ່ແຂວງຈຳ­ປາສັກເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ການລົງ­ທຶນພາກເອ­ກະຊົນພາຍໃນ ແລະຕ່າງ­ປະ­ເທດ ໃນ 9 ເດືອນຜ່ານມາ, ແຂວງຈຳ­ປາສັກໄດ້ອອກອະ­ນຸ­ຍາດການລົງ­ທຶນແລ້ວທັງໝົດ 33 ໂຄງ­ການ, ມີມູນຄ່າການລົງ­ທຶນ 4,885,63 ຕື້ກີບຫຼື ເທົ່າກັບ 610,7 ລ້ານໂດລາສະ­ຫະ­ລັດ, ໃນນັ້ນການລົງ­ທຶນໃນກິດ­ຈະ­ການທົ່ວໄປມີ 17 ໂຄງ­ການ, ມູນຄ່າຕາມການອະ­ນຸ­ຍາດ 189,08 ຕື້ກີບ, ຊຶ່ງເປັນການລົງ­ທຶນຂອງນັກ­ທຸ­ລະ­ກິດພາຍໃນທັງໝົດ, ການລົງ­ທຶນໃນກິດ­ຈະ­ການສຳ ປະ­ທານມີ 12 ໂຄງ­ການ, ມີມູນຄ່າຕາມການອະ­ນຸ­ຍາດ 4.692,06 ຕື້ກີບ, ໃນນັ້ນ ເປັນການລົງ­ທຶນພາຍໃນ 4 ໂຄງ­ການ, ມີມູນຄ່າການລົງ­ທຶນ 166,37 ຕື້ກີບ ແລະເປັນການລົງ­ທຶນຂອງຕ່າງ­ປະ­ເທດ 8 ໂຄງ­ການ, ມີມູນຄ່າການລົງ­ທຶນ 4.525,68 ຕື້ກີບ ແລະມີການລົງ­ທຶນໃນເຂດເສດ­ຖະ­ກິດສະ­ເພາະ 4 ໂຄງ­ການ, ມີມູນຄ່າການລົງ­ທຶນ 4,49 ຕື້ກີບ.

ສຳ­ລັບໃນ 3 ເດືອນທ້າຍສົກປີ 2015-2016 ແຂວງຈຳ­ປາສັກແມ່ນຈະໄດ້ສືບ­ຕໍ່ຈັດຕັ້ງປະ­ຕິ­ບັດລະ­ດົມການລົງ­ທຶນຈາກແຫຼ່ງຕ່າງໆເຂົ້າໃສ່ການພັດ­ທະ­ນາເສດຖະກິດ-ສັງ­ຄົມ ໃຫ້ໄດ້ທັງໝົດ 2.148  ຕື້ກີບ, ໃນນັ້ນການລົງ­ທຶນຂອງລັດໃຫ້ ໄດ້ 59,2 ຕື້ກີບ, ດຶງດູງການລົງ­ທຶນພາກເອ­ກະຊົນພາຍໃນ ແລະ ຕ່າງ­ປະ­ເທດໃຫ້ໄດ້ 1.905 ຕື້ກີບ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...