spot_img
Homeຂ່າວການພັດທະນາທະ­ນາ­ຄານ​ໂລກ ສືບ­ຕໍ່​ໃຫ້​ທຶນ​ແກ້­ຄວາມ​ທຸກ​ຍາກ

ທະ­ນາ­ຄານ​ໂລກ ສືບ­ຕໍ່​ໃຫ້​ທຶນ​ແກ້­ຄວາມ​ທຸກ​ຍາກ

Published on

ບ່າຍວັນທີ 13 ກໍ­ລະ­ກົດ 2016 ທີ່ກະ­ຊວງການເງິນນະ­ຄອນ­ຫຼວງວຽງ ຈັນໄດ້ມີພິ­ທີເຊັນສັນ­ຍາເງິນກູ້ຢືມລະຫວ່າງລັດ­ຖະ­ບານລາວກັບທະ­ນາ­ຄານໂລກ ມູນຄ່າ 30 ລ້ານໂດລາ ເພື່ອສືບ­ຕໍ່ ໃສ່ໂຄງ­ການຫຼຸດ­ຜ່ອນຄວາມ­ທຸກຍາກໄລຍະ 3 ແນ­ໃສ່ປັບ­ປຸງລະ­ບົບພື້ນ­ຖານໂຄງລ່າງເຮັດໃຫ້ປະ­ຊາ­ຊົນຢູ່ເຂດຊົນ­ນະ­ບົດຈຳ­ນວນ 10 ແຂວງມີຖະ­ໜົນຫົນ­ທາງ, ລະ­ບົບນ້ຳສະ­ອາດ ແລະຊ່ວຍປັບ­ປຸງຊີ ວິດການເປັນຢູ່ ແລະໂພ­ຊະນາການ.

ໂດຍຮ່ວມລົງນາມໃນສັນ­ຍາໃນຄັ້ງນີ້ຂອງທ່ານ ນາງ ທິບພະກອນ ຈັນ­ທະວົງສາ ຮອງລັດ­ຖະ­ມົນ­ຕີກະ­ຊວງການເງິນ ແລະທ່ານ ອຸນຣິກ ຊາກາວ ຜູ້ອຳ­ນວຍການຂອງທະ­ນາ­ຄານໂລກປະ­ຈຳພາກພື້ນອາ­ຊີຕາ­ເວັນອອກ­ສຽງໃຕ້, ມີທ່ານ ສົມດີ ດວງດີ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ  ລັດ­ຖະ­ມົນ­ຕີກະ­ຊວງການເງິນ ພ້ອມດ້ວຍພາກ­ສ່ວນກ່ຽວ­ຂ້ອງເຂົ້າຮ່ວມ.

ທ່ານ ບຸນກວ້າງ ສຸ­ວັນ­ນະພັນ ຜູ້ອຳ ນວຍການກອງທຶນຫຼຸດ­ຜ່ອນຄວາມ­ທຸກ ຍາກຄະ­ນະພັດ­ທະ­ນາຊົນ­ນະ­ບົດ ແລະລົບລ້າງຄວາມ­ທຸກຍາກຂັ້ນສູນກາງຮູ້ວ່າ: ສຳ­ລັບໂຄງ­ການຫຼຸດ­ຜ່ອນຄວາມ­ທຸກ ຍາກໄລ­ຍະ 3 ແມ່ນໂຄງ­ການສຶບຕໍ່ຫຼຸດຜ່ອນຄວາມ­ທຸກຍາກໄລ­ຍະ 1 ຊຶ່ງໄດ້ເລີ່ມມາແຕ່ປີ 2003-2011 ໃນມູນຄ່າ 41 ລ້ານໂດລາ, ໃນໄລ­ຍະ 2 ແຕ່ປີ 2008-2016 ດ້ວຍທຶນຊ່ວຍ­ເຫຼືອຈຳ­ນວນ 83,37 ລ້ານໂດລາ, ພ້ອມນັ້ນກໍຍັງມີ ທຶນຊ່ວຍ­ເຫຼືອຈາກລັດ­ຖະ­ບານ ແລະ ທຶນສົມຈາກພາກ­ສ່ວນສາ­ກົນອື່ນໆອີກ.

ປະ­ຈຸບັນ ທາງໂຄງ­ການໄດ້ຈັດຕັ້ງປະ­ຕິ­ບັດແລ້ວ 1.400 ກວ່າໂຄງ­ການທີ່ສຸມໃສ່ພັດ­ທະ­ນາພື້ນ­ຖານໂຄງລ່າງຕົ້ນ­ຕໍແມ່ນການກໍ່­ສ້າງໂຮງ­ຮຽນປະ­ຖົມ, ອະ­ນຸ­ບານ, ສຸກ­ສາ­ລາ, ຝາຍນ້ຳລົ້ນ, ຊົນ­ລະ­ປະ­ທານຂະ­ໜາດນ້ອຍ ແລະທາງເຂົ້າໝູ່ບ້ານໃນແຂວງຫົວ­ພັນ, ຜົ້ງສາ­ລີ, ອຸ­ດົມໄຊ, ຫຼວງນ້ຳທາ, ຫຼວງພະບາງ, ຊຽງຂວາງ, ອັດຕະປື, ເຊກອງ, ສະຫວັນນະເຂດ ແລະສາ­ລະວັນ, ປະ­ຊາຊົນໄດ້ຮັບຜົນປະ­ໂຫຍດທັງໝົດ 7 ແສນກວ່າຄົນ, ນອກ­ຈາກນັ້ນ ຍັງສ້າງ­ຕັ້ງທົດລອງຄອບ­ຄົວຕົວແບບໃນການປັບ­ປຸງຊີວິດການເປັນຢູ່ໂດຍຖືເອົາການຜະ­ລິດເປັນສິນ­ຄ້າ ເພື່ອແກ້ໄຂຄວາມ­ທຸກຍາກ ຊຶ່ງເຮັດໃຫ້ຫຼາຍບ້ານຂອງເມືອງຫ້ຽມ, ເມືອງຊອນ, ເຊໂປນ ແລະເມືອງນອງ ໄດ້ກາຍ­ເປັນບ້ານພົ້ນທຸກ, ພ້ອມທັງກຽມກ້າວເຂົ້າສູ່ບ້ານພັດ­ທະ­ນາຕາມແນວທາງຂອງລັດ­ຖະ­ບານ.

ສຳ­ລັບສັນ­ຍາສືບ­ຕໍ່ໂຄງ­ການໄລ­ຍະ 3 ຄັ້ງນີ້ ເປັນທຶນກູ້ຢືມມູນຄ່າ 30 ລ້ານໂດລາ (ນັບແຕ່ປີ 2016-2020) ເພື່ອຈັດຕັ້ງປະ­ຕິ­ບັດຢູ່ໃນ 10 ແຂວງດັ່ງ­ກ່າວ ນັ້ນມີອາ­ຍຸການຊຳ­ລະ ເພື່ອຊ່ວຍແກ້ໄຂຄວາມ­ທຸກຍາກຢູ່ຊົນ­ນະ­ບົດຂອງ ສປປ ລາວ, ໂດຍຈະສືບ­ຕໍ່ປັບ­ປຸງພື້ນ­ຖານໂຄງລ່າງເພື່ອການເຂົ້າເຖິງເຂດຊົນນບົດຫ່າງໄກສອກ­ຫຼີກເປັນ­ຕົ້ນແມ່ນທາງ ຊົນ­ນະ­ບົດ ແລະລະ­ບົບນ້ຳສະ­ອາດ ຊຶ່ງຈະຊ່ວຍປັບ­ປຸງຊີ­ວິດການເປັນຢູ່ ແລະໂພສະນາການຂອງປະ­ຊາ­ຊົນໃນເຂດຊົນນະບົດຈຳ­ນວນ 150 ຄົວເຮືອນໃຫ້ດີຂຶ້ນ, ພ້ອມດຽວກັນນັ້ນການສະ­ໜັບ­ສະ­ໜູນເທື່ອນີ້ ກໍສອດ­ຄ່ອງກັບແຜນພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມແຫ່ງຊາດ 5 ປີຄັ້ງທີ 8 ທີ່ຈະປັບ­ປຸງພື້ນ­ຖານໂຄງລ່າງ ເພື່ອ ເຮັດໃຫ້ປະ­ຊາ­ຊົນຢູ່ເຂດຊົນ­ນະ­ບົດມີຖະ­ໜົນຫົນ­ທາງທີ່ສາ­ມາດເຂົ້າເຖິງການສຶກສາຂັ້ນພື້ນ­ຖານ ແລະລະ­ບົບນ້ຳສະ­ອາດ, ຊຶ່ງເປັນປັດໄຈສຳ­ຄັນໃນການແກ້ໄຂຄວາມ­ທຸກຍາກຢູ່ໃນຊົນ­ນະ­ບົດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...