spot_img
Homeຂ່າວການພັດທະນາສູນຄົ້ນຄວ້າໜອງແດງ ແຂວງສາລະວັນ ຂະຫຍາຍແນວພັນພືດ-ສັດ ສະໜອງປະຊາຊົນປູກ-ລ້ຽງ!

ສູນຄົ້ນຄວ້າໜອງແດງ ແຂວງສາລະວັນ ຂະຫຍາຍແນວພັນພືດ-ສັດ ສະໜອງປະຊາຊົນປູກ-ລ້ຽງ!

Published on

ຂປລ. ຕາມການລາຍງານຂອງ ທ່ານ ບົວລີ ສອນບັນດິດ ຮອງຫົວໜ້າສູນຄົ້ນຄວ້າກະສິກຳໜອງແດງ ​​​ແຂວງ​ສາລະ​ວັນ ໃຫ້​ຮູ້​ວ່າ: ​ໄລຍະ 9 ​ເດືອນສົກປີ 2016-2017 ສູນດັ່ງກ່າວໄດ້ສືບຕໍ່ຂະຫຍາຍແນວພັນພືດ, ພັນສັດແລະ ປາ ​​ເພື່ອສອງໜອງ ໃຫ້ແກ່ປະຊາຊົນ, ໃນນີ້ສາມາດ​​ ຜະລິດແນວພັນເຂົ້າ ລຸ້ນ 2 ​ແລະ ລຸ້ນ 3 ​ໄດ້ທັງໝົດ 77 ​ໂຕນແລະ ​​ໄດ້ແຈກຢາຍ​ໃຫ້​ປະຊາຊົນ​ໄປ​ແລ້ວ 49 ​ໂຕນ.

ສ່ວນ​​ການຂະຫຍາຍ ແນວພັນງົວ​ ໃນ​ຈຳນວນ​ພໍ່​ພັນ​-ແມ່​ພັນ​ 38 ​ໂຕ ​​ແມ່ນ​ມີງົວ​ແມ່ພັນພື້ນບ້ານ 20 ​ໂຕ, ພໍ່ພັນບາລາມັນ 5 ​ໂຕ; ​ໄດ້ປູກຫຍ້າ​​ແນວພັນມູລາໂຕແລະ ອ້ອຍຊ້າງ​ ​​ໄດ້ໃນເນື້ອທີ 2 ​ເຮັກຕາ, ​ເກັບແກ່ນຫຍ້າມູລາໂຕ້ ​10 ກິໂລກຣາມ; ລ້ຽງ ​ແລະ ທອມພໍ່ພັນ-​ແມ່ພັນປາ 1 ພັນກິ​​ໂລໃນນັ້ນມີປານິນ, ປາ​​ໃນ, ປາປາກ, ປາສ້ອຍ, ປາດຸກ, ປານວນຈັນ, ປາເຄີງ, ສາມາດເພາະພັນລູກປາໄດ້ 5 ​ແສນໂຕແລະ ລ້ຽງປາຊີ້ນຂາຍ​ໄດ້ 2 ​ໂຕນ. ພ້ອມນີ້, ຍັງມີໝູພໍ່ພັນ 5 ​ໂຕແລະແມ່ພັນ 39 ​ໂຕສາມາດປະສົມພັນຜະລິດລູກໝູໄດ້ 370 ​ໂຕ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...