Homeຂ່າວຕ່າງປະເທດສິງກະ​ໂປກຽມ​ສ້າງ​ອາຄານ​ຜູ້​ໂດຍສານ​ໃໝ່

ສິງກະ​ໂປກຽມ​ສ້າງ​ອາຄານ​ຜູ້​ໂດຍສານ​ໃໝ່

Published on

ສິງກະ​ໂປ​ປະກາດ​ແຜນການ​ທີ່​ຈະ​ກໍ່ສ້າງ​ອາຄານ​ຜູ້​ໂດຍສານ​ແຫ່ງ​ໃໝ່​ແຫ່ງ​ທີ່ 5 ຂອງ​ສະໜາມ​ບິນ​ຊາງ​ງິ ​ໃຫ້​ສູງ​ກວ່າ​ອາຄານ​ໃດໆ​ທີ່​ມີ​ຢູ່ ​ແລະ ຍັງ​ຈະ​ສ້າງ​ຜາ​ກັ້ນ​ນ້ຳ​ຂຶ້ນຕະຫຼອດ​ແຄມ​ຝັ່ງ ຊຶ່ງ​ເປັນ​ບັນຫາ​ໜຶ່ງ​ໃນ​ມາດ​ຕະການ​ຕໍ່ສູ້​ກັບ​ບັນຫາ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ທີ່​ຖື​ເປັນ​ບັນຫາ​ທ້າ​ທາຍ​ໜຶ່ງ​ຂອງ​ສິງກະ​ໂປ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຕາມ​ການ​ລາຍ​ງານ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ຂອງ​ລັດຖະບານ​ສິງກະ​ໂປ​ທີ່​ເປີດ​ເຜີຍ​ອອກ​ມາ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ລະບຸ​ວ່າ ອາຄານ​ຜູ້​ໂດຍສານ​ແຫ່ງ​ໃໝ່​ຂອງ​ສະໜາມ​ບິນ​ຊາງ​ງິຈະ​ສ້າງ​ຂຶ້ນ​ໃຫ້​ສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ 5,5 ​ແມັດ ຂະນະ​ທີ່​ໃນປີ  2011 ລັດຖະບານ​ສິງກະ​ໂປກຳ​ນົດ​ໃຫ້ການ​ປັບ​ຖົມ​ທີ່​ດິນ​ຈະ​ຕ້ອງ​ມີ​ຄວາມ​ສູງ​ກວ່າ​ລະດັບ​ນ້ຳທະ​ເລ​ຢ່າງ​ໜ້ອຍ 4 ​ແມັດ ຊຶ່ງ​ເພີ່ມ​ຂຶ້ນ​ຈາກ​ເດີມ​ທີ່​ກົດໝາຍ​ກຳນົດ​ກ່ອນ​ໜ້າ​ນີ້​ຢູ່​ທີ່ 3 ​ແມັດ.

ທັງ​ນີ້ ການ​ປັບປຸງ​ຂໍ້​ກຳນົດ​ດັ່ງກ່າວ​ມີ​ຂຶ້ນ​ເນື່ອງ​ຈາກ​ສິງກະ​ໂປ​ມີ​ຄວາມ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ ​ແລະ ​ປ່ຽນແປງຂອງ​ສະພາບ​ອາກາດ ​ເນື່ອງ​ຈາກ​ສິງກະ​ໂປ​ເປັນ​ເກາະ​ເຂດ​ຮ້ອນ​ທີ່​ຕັ້ງ​ຢູ່​ພື້ນ​ທີ່​ລຸ່ມ​ຕໍ່າ ບັນຫາ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ​ໂລກ​ໄດ້​ສ້າງ​ຄວາມ​ທ້າ​ທາຍ​ທີ່​ຍາກ​ລ້ຳ​ບາກ​ຫຼາຍ​ຂຶ້ນ ຂະນະ​ທີ່​ສະໜາມ​ບິນ​ຊາງ​ງິ ຊຶ່ງ​ເປັນ​ສະໜາມ​ບິນ​ນານາ​ຊາດ​ຂອງ​ສິງກະ​ໂປ ຕ້ອງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ໄພ​ຢູ່​ແລ້ວ ຈາກ​ໄພ​ນ້ຳ​ຖ້ວມ​​ເນື່ອງ​ຈາກ​ຝົນຕົກ​ໜັກ ​ແລະ ລະດັບ​ນ້ຳ​ທະ​ເລ​ເພີ່ມ​ສູງ​ຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...