spot_img
Homeຂ່າວພາຍ​ໃນເຫດຍີງຄົນຈີນທີ່ T2 ແມ່ນການປຸ້ນຊັບ

ເຫດຍີງຄົນຈີນທີ່ T2 ແມ່ນການປຸ້ນຊັບ

Published on

ສືບເນື່ອງຈາກເຫດຍິງສັນຊາດຈີນຖືກຍິງເສຍຊີວິດຕໍ່ໜ້າຜົວ ທີ່ຖືກເຜີຍແພ່ໄປທາງສື່ອອນລາຍຕັ້ງແຕ່ມື້ຄືນນີ້ນັ້ນ ຂ່າວຫລ້າສຸດເຫດຍິງຄົນຈີນເສຍຊີວິດຄືນຜ່ານມາໂດຍຂໍ້ມູນເບື້ອງຕົ້ນແມ່ນຊິງຊັບ

ຂ່າວຫລ້າສຸດຈາກຜູ້ເຫັນເຫດການຕັ້ງຂໍ້ສັງເກດ ແລະ ບອກເລົ່າຂໍ້ມູນເບື້ອງຕົ້ນໃຫ້ຊາບໃນວັນທີ 12/7/2016 ນີ້ວ່າ: ການຍີງກັນນັ້ນມີສາເຫດຊິງຊັບດຶງຖົງເງິນຂອງຄູ່ຜົວເມຍ ແຕ່ຜູ້ເສຍຊີວິດດຶງຄືນບໍ່ປ່ອຍໃຫ້ງ່າຍໆ ຈິ່ງເຮັດໃຫ້ຄົນຊ້ອນທາງຫລັງຈົກປືນມາຍີງທັນທີ ເຊິ່ງເຫດການດັ່ງກ່າວນີ້ໄດ້ເກີດຂຶ້ນເວລາປະມານ 21:25 ຂອງວັນທີ 11/7/16 ເປັນຄູ່ຜົວເມຍຊາວຈີນຄູ່ຫນຶ່ງຍ່າງຫລິ້ນນຳກັນມາຕາມເສັ້ນທາງ T2 ບັງເອີນມີລົດຈັກຄັນຫນຶ່ງ ທີ່ມີຄົນຂີ່ມານຳກັນສອງຄົນ ເຊິ່ງຄົນຊ້ອນນັ້ນເອງເປັນຜູ້ດຶງກະເປົາ ແຕ່ຜູ້ເຄາະຮ້າຍບໍ່ຍອມປ່ອຍກະເປົາ ຈຶ່ງມີການຕໍ່ສູ້ກັນ ແລະຊາຍຜິວດຳທີ່ຊ້ອນທ້າຍລົດຈັກ ໄດ້ໃຊ້ປືນຍີງໃສ່ໜ້າເອິກຂອງຜູ້ເຄາະຮ້າຍ ທີ່ເປັນຜູ້ຍິງຊາວຈີນໄວກາງຄົນ.13680531_952056678253593_3577314526110000023_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...