spot_img
Homeຂ່າວພາຍ​ໃນໄຟໄໝ້ເຮືອນມໍລະດົກໂລກຫຼວງພະບາງ

ໄຟໄໝ້ເຮືອນມໍລະດົກໂລກຫຼວງພະບາງ

Published on

ປະ­ຈຸ​ບັນ​ເຖິງ​ແມ່ນ​ສະ­ພາບ​ອາກາດ​ຈະ​ບໍ່​ຮ້ອນ​ອົບ­ເອົ້າ​ກໍ​ຕາມ ແຕ່​ກໍ​ບໍ່ຄວນ​ປະ­ໝາດ​ກ່ຽວ​ກັບ​ບັນ­ຫາ​ໄຟ​ໄໝ້ ເພາະ​ຫຼ້າ​ສຸດ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ເຮືອນມໍ­ລະ­ດົກ​ໂລກ ເລກ​ທີ 394 ທີ່​ບ້ານ​ໂພນເຮືອງ ເມືອ​ຫຼວງ​ພະ​ບາງ ເສຍ​ຫາຍ​ທັງ​ຫຼັງ.

ຕອນ​ເຊົ້າ​ວັນ​ທີ 11 ກໍ­ລະ­ກົດ​ນີ້​ເຈົ້າໜ້າ­ທີ່​ມອດ​ໄຟ​ຫຼວງ​ພະ​ບາງ ໄດ້​ລະ­ດົມລົດ​ສີດ​ນ້ຳ​ສະ­ກັດ​ຈຳ­ນວນ 6 ຄັນ ພ້ອມ ເຈົ້າ​ໜ້າ­ທີ່ 20 ກວ່າ​ຄົນ​ເຂົ້າ​ສີດ​ນ້ຳ​ສະກັດ​ກັ້ນ​ໄຟ​ໄໝ້​ເຮືອນ​ມໍ­ລະ­ດົກ​ໂລກ​ຫຼວງພະ​ບາງ ຫຼັງ​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ ດີ​ໂດຍ​ໃຊ້​ເວ­ລາ 30 ກວ່າ​ນາ­ທີ​ກໍ​ສາ­ມາດຄວບ​ຄຸມ​ໄຟ​ໄວ້​ໄດ້.

ທ່ານ ພັັນ​ຕີ ຈັນ​ແພງ ສິງ​ພອນ​ໄຊ ຮັກສາ​ການ​ຫົວ­ໜ້າ​ຕ້ານ ແລະ​ສະ­ກັດ​ກັ້ນ​ອັກ ຄີ​ໄພ ປກສ ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້ ສຳ­ພາດ​ຕໍ່​ທີມ​ຂ່າວ​ພວກ​ເຮົາ​ວ່າ: ຫຼັງຈາກ​ເຈົ້າ​ໜ້າ­ທີ່​ມອດ​ໄຟ​ໄດ້​ຮັບ​ແຈ້ງ​ຈາກພົນ­ລະ­ເມືອງ​ດີ​ໃນ​ເວ­ລາ​ປະ­ມານ 8:00 ໂມງ ວ່າ​ມີ​ເຫດ​ໄຟ​ໄໝ້​ທີ່​ບ້ານ​ໂພນ​ເຮືອງ ທາງ​ເຈົ້າ​ໜ້າ­ທີ່​ກໍ​ໄດ້​ລະ­ດົມ​ລົດ​ສີດ​ນ້ຳ​ຈຳນວນ 6 ຄັນ ພ້ອມ​ເຈົ້າ​ໜ້າ­ທີ່ 20 ກວ່າຄົນ ເຂົ້າ​ສີດ​ນ້ຳ​ສະ­ກັດ​ກັ້ນ​ໄຟ​ໄໝ້ ໂດຍໃຊ້​ເວ­ລາ 30 ກວ່າ​ນາ­ທີ ຈິ່ງ​ສາ­ມາດຄວບຄຸມ​ໄຟ​ໄວ້​ໄດ້​ບໍ່​ໃຫ້​ໄໝ້​ລາມ​ໄປ​ຕໍ່​ເຮືອນໃກ້​ຄຽງ, ເຫດ­ການ​ຄັ້ງ​ນີ້​ໂຊກ​ດີ​ບໍ່​ມີ​ໃຜ​ໄດ້ ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ, ສ່ວນ​ສາ­ເຫດການ​ເກີດ​ໄຟ​ໄໝ້​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າທີ່ ພ້ອມ​ນັ້ນ​ທ່ານ​ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ທຸກຄົນ​ຊ່ວຍ​ເປັນ​ເຈົ້າ​ການ​ນຳ​ກັນ​ເວ­ລາ​ໃຊ້​ໄຟ​ທຸກ​ປະ­ເພດ​ຄວນ​ກວດ­ກາ​ເບິ່ງ​ໃຫ້​ລະອຽດ​ກ່ອນ​ອອກ​ຈາກ​ເຮືອນ ເພື່ອ​ຮັບ​ປະກັນ​ການ​ເກີດ​ໄຟ​ໄໝ້​ແບບ​ນີ້ ອັນ​ຈະ​ນຳມາ​ເຖິງ​ຄວາມ​ສູນ​ເສຍ​ຊັບ​ສິນ​ຢ່າງ​ມະຫາ​ສານ​ຕໍ່​ເພື່ອນ​ບ້ານ​ໃກ້​ຄຽງ​ກໍ​ຄື​ຂອງຕົນ​ເອງ ໂດຍ​ບໍ່​ຄາດ​ຄິດ ສະ­ນັ້ນ ຈົ່ງ​ພ້ອມກັນ​ຍົກ​ສູງ​ສະ­ຕິ​ຕໍ່​ການ​ໃຊ້​ໄຟ​ແມ່ນ​ຈະປອດ​ໄພ​ທີ່​ສຸດ.

ດ້ານ​ເຈົ້າ​ໜ້າ­ທີ່​ຂອງ​ຫ້ອງ­ການ​ມໍ​ລະດົກ​ໂລກ​ໃຫ້​ຮູ້​ຕື່ມ​ວ່າ: ເຮືອນ​ຫຼັງ​ທີ່​ຖືກ​ໄຟໄໝ້​ເສຍ​ຫາຍ​ທັງ​ຫຼັງ​ນັ້ນ​ແມ່ນ​ເຮືອນ​ຂອງນາງ ບົວ​ເລືອນ ແລະທ້າວ ໂລ ປະ­ເພດເຮືອນ​ເປັນ​ເຮືອນ 2 ຊັ້ນ, ໂອບ​ຝາ​ຕັອກ​ຊີ(ສີ​ມັງ​ໂອບ​ໄມ້) ໄດ້​ຂຶ້ນ​ບັນ­ຊີ​ມໍ­ລະ­ດົກເລກ​ທີ 394 ໃຫ້​ເປັນ​ເຮືອນ​ມໍ­ລະ­ດົກ​ໂລກ ຂອງ​ເມືອງ​ຫຼວງ​ພະ​ບາງ ສຳ­ລັບ​ການປຸກ​ສ້າງ​ຄືນ­ໃໝ່​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນການ​ສຳ​ຫຼວດ​ອອກ​ແບບ​ຂອງ​ເຈົ້າ​ໜ້າ­ທີ່ມໍ­ລະ­ດົກ​ໂລກ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...