Homeຂ່າວຕ່າງປະເທດອາເມຣິກາ ເສີມກຳລັງທະຫານເກືອບ 600 ຄົນ ເຂົ້າອີຣັກເພີ່ມ ຍົກລະດັບການໂຈມຕີກຸ່ມໄອເອັສ!

ອາເມຣິກາ ເສີມກຳລັງທະຫານເກືອບ 600 ຄົນ ເຂົ້າອີຣັກເພີ່ມ ຍົກລະດັບການໂຈມຕີກຸ່ມໄອເອັສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດຜ່ານມານີ້ວ່າ ທ່ານ ແອສ ຄາເຕີ້ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ຖະແຫລງທີ່ນະຄອນຫລວງແບກແດດ ລະຫວ່າງການຢ້ຽມຢາມປະເທດອີຣັກ ໃນວັນທີ 11 ກໍລະກົດ 2016 ວ່າ ສະຫະລັດອາເມຣິກາ ຈະຍົກລະດັບການສູ້ຮົບທາງທະຫານ ກັບກຸ່ມລັດອິດສະລາມ ຫລື ໄອເອັສ ດ້ວຍການສົ່ງກຳລັງພົນອີກ 560 ຄົນ ເຂົ້າໄປປະຈຳການທີ່ ຖານທັບອາກາດກາຢາຣາ ຊຶ່ງທະຫານອີຣັກ ສາມາດປົດປ່ອຍຈາກກຸ່ມໄອເອັສໄດ້ ແລະ ມີແຜນຈະນຳໃຊ້ຖານທັບອາກາດແຫ່ງນີ້ ສຳລັບເລີ່ມຕົ້ນປະຕິບັດການ ບຸກໂຈມຕີປົດປ່ອຍເມືອງໂມຊູນ ເມືອງໃຫຍ່ອັນດັບ 2 ຂອງອີຣັກ ຄືນຈາກກຸ່ມໄອເອສ ໃນໄລຍະທ້າຍປີນີ້.
 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...