spot_img
Homeຂ່າວການພັດທະນາຫລາຍທ້ອງຖິ່ນ ເລັ່ງຂຶ້ນທະບຽນແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ

ຫລາຍທ້ອງຖິ່ນ ເລັ່ງຂຶ້ນທະບຽນແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ

Published on

ປັດຈຸບັນຢູ່ຫລາຍທ້ອງຖິ່ນຂອງລາວ ພວມເລັ່ງຂຶ້ນທະບຽນ ໃຫ້ແກ່ແຮງງານຕ່າງດ້າວ ທີ່ເຂົ້າມາອາໄສ ແລະ ຊອກຫາວຽກເຮັດງານທຳຢູ່ລາວ ເຊິ່ງໃນໄລຍະແຕ່ເດືອນພຶດສະພາ ມາຮອດເດືອນກໍລະກົດນີ້ ມີຫລາຍແຂວງ ແມ່ນໄດ້ສຳເລັດກອງປະຊຸມ ຕີລາຄາການຈັດຕັ້ງປະຕິບັດ ວຽກງານກວດກາ ແລະ ຄຸ້ມຄອງແຮງງານ ໂດຍສະເພາະແມ່ນຂຶ້ນໃບທະບຽນຊົ່ວຄາວ ໃຫ້ຄົນຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ໃນທ້ອງຖິ່ນຕ່າງໆ ເຊິ່ງບັນຫາດັ່ງກ່າວແມ່ນມີແຜ່ຫລາຍ ເປັນປາກົດການຫຍໍ້ທໍ້ທາງສັງຄົມ ແລະ ມີສິ່ງບໍ່ດີຫລາຍອັນຕາມມາ ເປັນຕົ້ນບັນຫາຢາເສບຕິດ, ອາຊະຍາກຳ, ໂສເພນີ, ລັກຊັບ ແລະ ອື່ນໆ ເຊິ່ງຕ້ອງໄດ້ມີວິທີທາງ ແລະ ມາດຕະການແກ້ໄຂໂດຍໄວ.

ຕາມການລາຍງານແຫລ່ງຂ່າວຈາກທ້ອງຖິ່ນໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ຍັງມີແຮງງານຕ່າງດ້າວ ຜິດກົດໝາຍເປັນຈຳນວນຫລາຍ, ປັດຈຸບັນໜ່ວຍງານກ່ຽວຂ້ອງຂອງແຂວງດັ່ງກ່າວ ສາມາດຂຶ້ນທະບຽນ ໃຫ້ແຮງງານຕ່າງດ້າວໄດ້ແລ້ວ 2.323 ຄົນ, ໃນນັ້ນສັນຊາດຫວຽດນາມ 2.223 ຄົນ, ໄທ 58 ຄົນ ແລະ ຈີນ 42 ຄົນ, ສ່ວນຢູ່ແຂວງອັດຕະປື ສາມາດກວດພົບແຮງງານຕ່າງດ້າວ ທີ່ເຂົ້າມາເຄື່ອນໄຫວຢູ່ພາຍໃນແຂວງ ຈຳນວນ 1.317 ຄົນ, ໃນນັ້ນມີພຽງ 469 ຄົນ ແມ່ນຖືກຕ້ອງຕາມລະບຽບກົດໝາຍ, ຂະນະທີ່ຢູ່ແຂວງເຊກອງ ກໍສາມາດຂຶ້ນທະບຽນ ອອກບັດອະນຸຍາດຊົ່ວຄາວ ໃຫ້ແກ່ແຮງງານຕ່າງປະເທດແລ້ວ ລວມທັງໝົດ 1.356 ຄົນ, ໃນນັ້ນສັນຊາດຫວຽດນາມ 1.272 ຄົນ, ໄທ 26 ຄົນ, ຍີ່ປຸ່ນ 2 ຄົນ, ຈີນ 50 ຄົນ, ອົດສະຕຣາລີ 5 ຄົນ ແລະ ດານມາກ 1 ຄົນ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການຕົນ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຄຸ້ມຄອງຜູ້ອອກແຮງງານຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວເຮັດວຽກຢູ່ລາວ ໂດຍສະເພາະປະສານສົມທົບກັບ ບັນດາຂະແໜງການກ່ຽວຂ້ອງ ດຳເນີນການອອກໃບອະນຸຍາດ ນຳເຂົ້າແຮງງານຕ່າງປະເທດ ເພື່ອສະໜອງໃຫ້ຫົວໜ່ວຍທຸລະກິດ, ການຜະລິດ ແລະ ໂຄງການຕ່າງໆຕາມລະບຽບກົດໝາຍ. ຂະນະດຽວກັນ ກໍໄດ້ແກ້ໄຂຜູ້ອອກແຮງງານຜິດກົດໝາຍ ແລະ ຊາວຕ່າງປະເທດ ທີ່ເຂົ້າມາທຳມາຫາກິນດ້ວຍການຄ້າຂາຍຢູ່ລາວ. ຜ່ານການຂຶ້ນບັນຊີມາຮອດປີ 2015 ມີປະມານ 63.817 ຄົນ, ຍິງ 3.954 ຄົນ. ສຳລັບຜູ້ອອກແຮງງານທີ່ບໍ່ມີບັດອະນຸຍາດເຮັດວຽກ ຫລື ອາໄສຢູ່ລາວ ກາຍກຳນົດເວລາ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ມີການຕັກເຕືອນປັບໄໝ ແລະ ຈັດສົ່ງກັບຄືນປະເທດຕາມລະບຽບການ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...