spot_img
Homeຂ່າວເຫດການຮອງປະທານປະເທດ ພັນຄຳ ວິພາວັນ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຮອງປະທານປະເທດ ພັນຄຳ ວິພາວັນ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

Published on

ຂປລ.ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ດິງ​ເຖ​ຮິ່ງ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ​ສູນ​ກາງພັກ​ກອມ​ມູ​ນິດຫວຽດ​ນາມ ແລະ ສະຫາຍ ນາງ ດັ້ງທິຫງອກທິ້ງ, ກຳມະການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ສະ​ຫາຍ ​​ພັນ​ຄຳ ວິ​ພາ​ວັນ, ກຳ​ມະ​ການ​ກົມ​ການ​ເມືອງ, ​ຜູ້​ປະ​ຈຳ​ການ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10-13 ກໍລະກົດ 2016.

ຕອນເຊົ້າຂອງວັນທີ 11 ກໍລະກົດ 2016, ພິທີຕ້ອນຮັບທາງການ ໄດ້ຈັດຂື້ນຢູ່ສຳນັກງານປະທານປະເທດ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ດັງທິຫງອກຖິງ, ກຳມະການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ  ແລະ ການນຳຂັ້ນສູງຂອງພັກ, ລັດຂອງສອງຝ່າຍ. ສະ​ຫາຍ ​​ພັນ​ຄຳ ວິ​ພາ​ວັນ, ກຳ​ມະ​ການ​ກົມ​ການ​ເມືອງ, ​ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳພັດມືກັບບັນດາສະຫາຍ ການນຳຂັ້ນສູງຂອງ ຫວຽດນາມ ທີ່ເຂົ້າຮ່ວມພິທີຕ້ອນຮັບ. 

ຕອນບ່າຍຂອງວັນດຽວກັນ,  ທີ່ ນະຄອນຫລວງຮ່າໂນ້ຍ, ສະຫາຍ ຫງວຽນຝູຈ້ອງ ​ ເລຂາ​ທິການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສປປ ລາວ ຢ່າງອົບອຸ່ນ ແລະ ສະໜິດສະໜົມ.

ສະຫາຍ ​​ພັນ​ຄຳ ວິ​ພາ​ວັນ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ໄປຢ້ຽມ ຢາມຫວຽດນາມ ຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທັງສອງພັກ ພວມສຸມໃສ່ຈັດຕັ້ງເຊື່ອມຊືມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ. ສຳລັບຫວຽດນາມ ກຳລັງຢູ່ໃນໄລຍະກະກຽມ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ 14 ພາຍຫລັງສຳເລັດການປ່ອນບັດເລືອກຕັ້ງ ສະພາແຫ່ງຊາດຊຸດທີ່ 14 ແລະ ສະພາປະຊາຊົນທ້ອງຖິ່ນ ໄລຍະແຕ່ 2016-2020 ຢ່າງມີຜົນສໍາເລັດຈົບງາມ; ສະຫາຍຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ອັນສະໜິດສະໜົມຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນຳຂັ້ນສູງຂອງລາວ ໄປຍັງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ໄດ້ຊົມເຊີຍ ແລະ ຕີລາຄາສູງ ບັນດາຜົນສຳເລັດອັນໃຫຍ່ຫລວງ, ມີຄວາມໝາຍທາງດ້ານປະຫວັດສາດ ທີ່ຫວຽດນາມຍາດມາໄດ້ໃນໄລຍະ 30 ປີ ໃນການດຳເນີນພາລະກິດປ່ຽນແປງໃໝ່ ແລະ ບັນດາຜົນສຳເລັດ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ ໃນໄລະຍະ 5 ປີ ຜ່ານມາ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັັນສະຫລາດສ່ອງໄສຂອງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ສູ້ຊົນເຮັດໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ໂດຍພື້ນຖານ ເພື່ອບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາແລະສີວິໄລ.

ສະຫາຍ ​​ພັນ​ຄຳ ວິ​ພາ​ວັນ ສະແດງຄວາມເພິງພໍໃຈ ແລະ ຕີລາຄາສູງ ຕໍ່ຜົນຂອງການຮ່ວມມືລາວ-ຫວຽດນາມ ໄລຍະຜ່ານມາ ​ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ; ສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນໃຫຍ່ຫລວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິຜົນທີ່ຫວຽດນາມ ໄດ້ມີໃຫ້ແກ່ປະຊາຊົນລາວ ໃນເມື່ອກ່ອນກໍ່ຄືໃນປັດຈຸບັນ; ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດສຸດຄວາມ ສາມາດຂອງຕົນ ເພື່ອຮ່ວມກັບຫວຽດນາມຮັກສາ, ເພີ່ມພູນຄູນສ້າງສາຍພົວພັນລາວ-ຫວຽດນາມ, ​ເຊິ່ງເປັນມໍລະດົກອັນລ້ຳຄ່າຂອງສອງພັກ, ສອງຊາດ, ເປັນປັດ​ໄຈທີ່ສຳຄັນ ໃນການຮັບປະກັນໄຊຊະນະ ຂອງການປະຕິວັດຢູ່ແຕ່ລະປະເທດ. ພ້ອມດຽວກັນນັ້ນ, ສະ ຫາຍ ພັນຄຳ ວິພາວັນ ກໍໄດ້ແຈ້ງຜົນຂອງການ ພົບປະສອງຝ່າຍກັບສະຫາຍ ດິງເຖຮິງ ແລະ ສະຫາຍນາງ ດັ້ງທິຫງອກທິ້ງ ໃຫ້ສະຫາຍ ຫງວຽນຝູຈ້ອງ ​ເລຂາ​ທິການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ ພັກກອມມູນິດຫວຽດນາມ ຮັບຊາບ.

ສະ​ຫາຍ ​ຫງວຽນຝູຈ້ອງ, ເລ ​ຂາ​ທິ​ການ​ໃຫ​ຍ່ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສ​ສ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງສະ​ຫາຍ ​ພັນຄຳ ວິພາວັນ ພ້ອມດ້ວຍຄະນະ ທີ່ໄດ້ເລືອກເອົາຫວຽດນາມ ເປັນປະເທດ ທຳອິດໃນການເຄື່ອນໄຫວຕ່າງປະເທດຂອງຕົນ ​ເຊິ່ງເປັນການສະແດງເຖິງ ມິດຈິດມິດໃຈອັນສະໜິດສະໜົມ ລະຫວ່າງຫວຽດນາມ-ລາວ; ຊົມເຊີຍບັນດາຜົນສຳເລັດອັນໃຫຍ່ຫລວງ, ມີຄວາມໝາຍທາງດ້ານປະຫວັດສາດທີ່ລາວ ຍາດໄດ້ໃນໄລຍະ 40 ປີຜ່ານມາ, ພິເສດ ແມ່ນໄລຍະ 30 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ແລະ 5 ປີ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່ 9 ຂອງພັກ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກ ປປ ລາວ, ປະເທດລາວ ແລະ ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກຢ່າງມີໄຊ, ສ້າງປະເທດລາວ ກາຍເປັນປະເທດສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ສະຫາຍ ​ຫງວຽນຝູຈ້ອງ ເລ​ຂາ​ທິ​ການ​ໃຫ​ຍ່ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ທີ່ເຫັນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ຫວຽດນາມ-ລາວ ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ແລະ ມີປະສິດທິຜົນ, ນຳເອົາຜົນໂຫຍດຕົວຈິງມາໃຫ້ແກ່ສອງຝ່າຍ; ສະແດງຄວາມຂອບໃຈພັກລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ໝົດຈິດໝົດໃຈໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນເມື່ອກ່ອນກໍຄືປັດຈຸບັນ; ຢືນຢັນວ່າ ຫວຽດນາມ ຖືສຳຄັນການພົວພັນພິເສດ ລາວ-ຫວຽດນາມ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມ ແລະ ຖ່າຍຖອດໃຫ້ແກ່ຄົນຮຸ້ນຕໍ່ໄປ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ.

ກ່ອນໜ້ານີ້ ສະ​ຫາຍ ​​ພັນ​ຄຳ ວິ​ພາ​ວັນ, ກຳ​ມະ​ການ​ກົມ​ການ​ເມືອງ, ​ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້​ພົບ​ປະເຈລະຈາກັບ ສະ​ຫາຍ ດິງ​ເຖ​ຮິ່ງ ກຳ​ມະ​ການ​ກົມ​ການ​ເມືອງ, ​ຜູ້​ປະຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ​ສູນ​ກາງ​ພັກກອມມູນິດຫວຽດນາມ ແລະ ສະຫາຍ ນາງ ດັ້ງທິຫງອກທິ້ງ, ກຳມະການສຸູນກາງພັກ,  ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ. ໃນການພົບປະ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດໃນໄລຍະ 6 ເດືອນຕົ້ນປີ 2016, ຕີລາຄືນການພົວພັນຮ່ວມມື ລະຫວ່າງສອງພັກ, ສອງປະເທດ; ແລກປ່ຽນທັດສະນະ ຕໍ່ສະພາບການສາກົນ ແລະ ພາກພື້ນ ທີ່ສອງຝ່າຍໃຫ້ຄວາມສົນໃຈ. ສອງຝ່າຍເປັນເອກະພາບກັນ ໃນການສືບຕໍ່ເພີ່ມທະວີການຢ້ຽມຢາມ, ແລກປ່ຽນລະຫວ່າງການນຳຂັ້ນສູງ ຂອງສອງພັກ, ສອງລັດ; ປະສານສົມທົບ, ແລກປ່ຽນບົດຮຽນຢ່າງເປັນ ປົກກະຕິ ກ່ຽວກັບວຽກງານກໍ່ສ້າງພັກ, ການຄຸ້ມຄອງລັດ, ຈັດຕັ້ງບັນດາກອງປະຊຸມສຳມະນາ, ປຶກສາຫາລືດ້ານທິດສະດີ ແລະ ພຶດຕິກຳ; ເພີ່ມທະວີການຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ໃນຂົງເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ; ຍົກສູງຄຸນນະພາບໃນການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນາທຳ ແລະ ອື່ນໆ; ຍູ້ແຮງວຽກງານການໂຄສະນາ ກ່ຽວກັບມູນເຊື້ອການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໂດຍສະເພ່າະແມ່ນໄລຍະທີ່ສອງປະເທດ ພວມກະກຽມສະຫລອງ ສອງວັນປະຫວັດສາດໃນຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...