spot_img
Homeຂ່າວຕ່າງປະເທດຣັດເຊຍຕຳໜິນາໂຕ້ ພະຍາຍາມໂຄສະນາ ສ້າງພາບພົດບໍ່ດີ ຖືຣັດເຊຍເປັນໄພນາບຂູ່!

ຣັດເຊຍຕຳໜິນາໂຕ້ ພະຍາຍາມໂຄສະນາ ສ້າງພາບພົດບໍ່ດີ ຖືຣັດເຊຍເປັນໄພນາບຂູ່!

Published on

ສຳນັກຂ່າວ vovworld ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ໃນມື້ວານນີ້ (10 ກໍລະກົດ 2016) ທ່ານ ນາງ ມາເຣຍ ຊາຄາໂຣວາ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດເຊຍ ໄດ້ອອກມາ​ໃຫ້​ຂໍ້​ສັງ​ເກດວ່າ ​ອົງການວ່າສົນ​ທິສັນຍາ​ປ້ອງກັນແອັດ​ແລນຕິກ​ເໜືອ ຫລື ນາໂຕ້ (NATO) ນັບ​ມື້​ນັບ​ໂຄສະນາພາບພົດຂອງຣັດ​ເຊຍ ເປັນຄື​ດັ່ງໄພ​ນາບ​ຂູ່ ເພື່ອ​ອະທິບາຍ​​ໃຫ້ແກ່ ບັນດາ​ການ​ກະທຳ​ທາງທະຫານຂອງ​ຕົນ ໂດຍຄຳ​ວິ​ຈານ​ດັ່ງ​​ກ່າວໄດ້ມີຂຶ້ນ ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ NATO ທີ່ຫາ​ກໍ່​ສິ້ນ​ສຸດ​ລົງ ​ໃນ​ວັນ​ທີ 9 ກໍລະກົດຜ່ານມານີ້ ຢູ່​ນະຄອນຫລວງຂອງ​ປະ​ເທດ​ໂປ​​ໂລຍ.

ໂຄສົກກະຊວງການຕ່າງປະເທດຣັດເຊຍ ຍັງ​ໄດ້​ກ່າວເຕືອນອີກວ່າ​ NATO ພວ​ມຖື​ເບົາ​ບັນດາ​ຜົນ​ຮ້າຍ ທີ່ຈະຕາມມາພາຍຫລັງ ​ຍ້ອນ​ການກະທຳທີ່ພະຍາຍາມ ກໍ່​ຄວາມບໍ່​ສະຫງົບ​ຂອງ NATO ຍ້ອນ​ບັນດາ​ແຜນການ​ຂອງ ອາ​ເມ​ລິ​ກາ ​ແລະ NATO ​ເພື່ອ​ແນ​ໃສ່​ປ່ຽນ​ແປງຂົ້ວອຳນາດໂລກໃນປັດຈຸ​ບັນ ຊຶ່ງປະກອບມີ​ການ​ເພີ່ມ​ທະວີ​ ປະຕິບັດ​ການຕິດຕັ້ງລະບົບປ້ອງ​ກັນ​ລູກ​ສອນ​​ໄຟ​ຢູ່​ເອີ​ຣົບ ດັ່ງນີ້ເປັນຕົ້ນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...