spot_img
Homeຂ່າວພາຍ​ໃນຍີ່ປຸ່ນ ຕິດອັນດັບໜຶ່ງຜູ້ໃຫ້ທຶນຊ່ວຍເຫຼືອລາວ

ຍີ່ປຸ່ນ ຕິດອັນດັບໜຶ່ງຜູ້ໃຫ້ທຶນຊ່ວຍເຫຼືອລາວ

Published on

ໂດຍ: ປັອກ

    ນັບ​ເປັນ​ເວ­ລາ​ຫຼາຍ​ກວ່າ 20 ປີ​ມາ​ແລ້ວ ທີ່​ປະເທດ​ຍີ່­ປຸ່ນ​ຢຶດ​ໝັ້ນ ແລະ ສືບ­ຕໍ່​ໃຫ້ການ​ຊ່ວຍ­ເຫຼືອ​ໃນ​ການ​ພັດ­ທະ­ນາເສດ­ຖະ­ກິດŒສັງ­ຄົມແກ່ ສປປ ລາວ, ທັງ​ໃນ​ຮູບ​ການ​ຊ່ວຍ­ເຫຼືອ​ລ້າ ແລະ ທຶນ​ກູ້​ຢືມ ຊຶ່ງ​ຫຼ້າ​ສຸດ​ຕາມ​ລາຍ​ງານໃຫ້​ຮູ້​ວ່າ​ຍີ່­ປຸ່ນຍັງ​ຕິດ​ອັນ​ດັບ​ໜຶ່ງ​ ທີ່ໃຫ້­ການ​ຊ່ວຍ­ເຫຼືອ​ແກ່​ລາວ​ໃນ​ຕະຫຼອດ 2 ທົດ​ສະ​ວັດ.

   ອີງ​ຕາມ​ຂ່າວ​ລາຍ​ງານ​ໃຫ້​ຮູ້ວ່າ: ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ລັດ​ຖະບານ​ຍີ່­ປຸ່ນສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ ເພື່ອ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒ-ສັງຄົມ​ຂອງ​ລາວໄປ​ຄຽງ​ຄູ່​ກັບ​ ການສົ່ງ­ເສີມ​ສາຍ​ພົວ­ພັນ​ລະ­ຫວ່າງ 2 ປະ­ເທດ​ໃຫ້​ນັບ​ມື້​ເຂັ້ມ­ແຂງ ແລະ ປະ­ເທດ​ຍີ່­ປຸ່ນເປັນ​ປະ­ເທດ​ຜູ້​ໃຫ້​ທຶນ ຊ່ວຍ­ເຫຼືອ​ອັນ​ດັບ​ທີ​ໜຶ່ງແກ່ ສປປ ລາວ ມາ​ຫຼາຍ​ກວ່າ 20 ປີ​ແລ້ວ ໃນ​ນີ້ ສະ­ເພາະ​ໃນ​ສົກ​ປີ 2013 ໄດ້​ໃຫ້ການ​ຊ່ວຍ­ເຫຼືອ​ເປັນ​ເງິນ​ກູ້​ຢືມ​ທັງໝົດ 15 ພັນ​ລ້ານ​ເຢນ, ທຶນ​ຊ່ວຍ­ເຫຼືອລ້າຈຳ­ນວນ 6 ພັນ​ລ້ານ​ເຢັນ ແລະ ການ​ຮ່ວມ​ມື​ດ້ານ​ເຕັກ­ນິກ​ວິ­ຊາ​ການປະ­ມານ 3Œ4 ລ້ານ​ເຢນ ຖື​ເປັນ​ປະເທດ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອທາງ​ການ ເພື່ອ​ການ​ພັດ­ທະ­ນາ​ທີ່​ມີ​ມູນ​ຄ່າ​ສູງສຸດ.

    ພ້ອມ​ດຽວ​ກັນ​ນັ້ນ ໃນ​ເດືອນ​ມິ ຖຸ​ນາ 2014 ນີ້ ລັດ­ຖະ­ບານ​ຍີ່­ປຸ່ນ ກໍ​ໄດ້​ໃຫ້​ທຶນ​ຊ່ວຍ­ເຫຼືອ​ລ້າ​ນອກ​ໂຄງການ (Non Project Grant Aid) ໃຫ້​ແກ່ ສປປ ລາວ ລວມ​ມູນຄ່າ 800 ລ້ານ​ເຢນ ຫຼື ປະ ມານ 7,7 ລ້ານ​ໂດ​ລາ​ສະ­ຫະ­ລັດເທົ່າ​ກັບ 61,6 ຕື້​ກີບ, ເພື່ອ​ແນ­ໃສ່​ສົ່ງເສີມ​ຄວາມພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ​ລາວໃນ​ການ​ພັດ­ທະ­ນາ​ ເສດ­ຖະ­ກິດŒສັງຄົມ ຊຶ່ງ​ຈະ​ນຳ​ທຶນ​ດັ່ງ­ກ່າວ​ໃຊ້​ເຂົ້າໃນ​ການ​ຈັດ​ຊື້​ສິນ­ຄ້າ​ຕ່າງໆ​ທີ່​ເປັນ ອັນ​ຈຳ­ເປັນ​ຕໍ່​ການ​ພັດ­ທະ­ນາ, ເປັນການ​ຊ່ວຍ​ຫຼຸດ­ຜ່ອນ​ພາ­ລະ​ດ້ານ​ງົບປະ­ມານ ແລະ ດ້ານ​ຄັງ​ສຳ­ຮອງ​ເງິນຕາ​ຕ່າງ­ປະ­ເທດ.

    ທັງ​ໝົດ​ຂອງ​ການ​ຊ່ວຍ­ເຫຼືອ​ບໍ່ວ່າ​ຈະ​ເປັນ​ທຶນ​ຊ່ວຍ­ເຫຼືອ​ລ້າ ຫຼື ທຶນກູ້​ຢືມ​ທີ່​ລັດ­ຖະ­ບານ​ຍີ່­ປຸ່ນ​ໄດ້​ໃຫ້ແກ່​ລັດ­ຖະ­ບານ​ລາວ​ແມ່ນ​ສຸມ​ ໃສ່ຈຸດ­ປະ­ສົງ​ອັນ​ດຽວ​ກັນ​ນັ້ນ​ກໍ​ຄື​ວຽກການ​ພັດ­ທະ­ນາ​ເສດ­ຖະ­ກິດŒ ສັງ­ຄົມໃຫ້​ສາ­ມາດ​ບັນ­ລຸ​ໄດ້​ຕາມ​ແຜນ­ການທີ່​ວາງ​ໄວ້​ພັດ­ທະ­ນາ​ພື້ນ­ຖານ​ ໂຄງ ລ່າງ​ເພີ່ມ​ຄວາມ​ສະ­ດວກ​ໃນ​ລະ­ບົບການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ, ຊ່ວຍ​ຍົກລະ­ດັບ​ດ້ານ​ການສຶກ​ສາ ແລະ ສາ​ທາລະ­ນະ​ສຸກ​ເຮັດ​ໃຫ້​ປະ­ຊາ­ຊົນ​ລາວ ສາ­ມາດ​ເຂົ້າ​ເຖິງ​ການ​ໃຊ້​ບໍ­ລິ­ການໄດ້​ຫຼາຍ​ຂຶ້ນ.

    ຕາມ​ຂໍ້​ມູນ​ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນໄລ­ຍະ​ເດືອນ​ມີ­ນາ​ຜ່ານ​ມາ​ລັດ​ຖະບານ​ຍີ່­ປຸ່ນ ກໍ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອລ້າ​ຈຳ­ນວນ​ທັງ​ໝົດ 3 ໂຄງ­ການສຳລັບ​ໂຄງ­ການ​ພັດ­ທະ­ນາ​ການຈັດ­ການ​ຂີ້​ເຫຍື້ອ​ທີ່​ບໍ່​ຍ່ອຍ​ ສະ­ຫຼາຍໃນ​ຕົວ​ເມືອງ​ທີ່​ມີ​ຄວາມ​ຍືນ​ຍົງ​ທາງສິ່ງ­ແວ­ດລ້ອມ, ໂຄງ­ການ​ພັດ­ທະ­ນາ ອຸ­ປະ­ກອນ ແລະ ສິ່ງ​ອຳ­ນວຍ​ຄວາມສະ­ດວກ​ໃນ​ຂົງ­ເຂດ​ອຸ­ຕຸ­ນິ­ຍົມ ແລະ ອຸ​ທົກ​ກະ​ສາດ, ໂຄງ­ການ​ພັດ­ທະ­ນາສະ­ພາບ​ແວດ​ລ້ອມ​ໃນ​ໂຮງຮຽນ​ມັດທະ​ຍົມ​ຕອນ​ຕົ້ນ​ຢູ່​ແຂວງ​ ພາກ​ໃຕ້ລວມ​ມູນ​ຄ່າ​ທັງ​ໝົດ 3,03 ລ້ານເຢນ (ສະ­ກຸນ​ເງິນ​ຍີ່­ປຸ່ນ) ຄິດ​ເປັນເງິນ​ກີບ​ລາວ​ປະ­ມານ 240 ຕື້​ກວ່າກີບ.
DSC_3038

ຂ່າວຈາກ: sedthakid.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...