spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງ ປກສ ສັ່ງກົມກອງທົ່ວປະເທດ ເອົາໃຈໃສ່ປະຕິບັດຄຳສັ່ງ 15/ນຍ ໃຫ້ເຂັ້ມງວດ!

ລັດຖະມົນຕີກະຊວງ ປກສ ສັ່ງກົມກອງທົ່ວປະເທດ ເອົາໃຈໃສ່ປະຕິບັດຄຳສັ່ງ 15/ນຍ ໃຫ້ເຂັ້ມງວດ!

Published on

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ໄດ້ສັ່ງໃຫ້ຄະນະພັກ-ຄະນະບັນຊາ ກົມກອງຕ່າງໆໃນທົ່ວປະເທດ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ໂດຍສະເພາະແມ່ນໃຫ້ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມ ພະນັກງານ-ນັກຮົບ ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ຄຳສັ່ງດັ່ງກ່າວ ເປັນຕົ້ນບໍ່ໃຫ້ໄປເຄື່ອນໄຫວ ລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ຄ້າໄມ້ ແລະ ອຳນວຍຄວາມສະດວກຕ່າງໆ ທີ່ເປັນການກະທຳຜິດ ແລະ ຂັດກັບຄຳສັ່ງສະບັບນີ້ ແລະ ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ຊີ້ນຳ ເຈົ້າໜ້າທີ່ປະຈຳດ່ານສາກົນ, ປະເພນີ ແລະ ທ້ອງຖິ່ນ ຍົກສູງຄວາມຮັບຜິດຊອບ ໃນການຕິດຕາມ, ກວດກາ ແລະ ສະກັດກັ້ນ ບໍ່ອະນຸຍາດໃຫ້ມີການລັກລອບ ເຄື່ອນຍ້າຍໄມ້ອອກຢ່າງເດັດຂາດ ແລະ ຖ້າພົບເຫັນແມ່ນໃຫ້ຍຶດໄວ້ ແລ້ວດຳເນີນຄະດີ ຕາມລະບຽບກົດໝາຍ, ຫ້າມບໍ່ໃຫ້ພະນັກງານ-ນັກຮົບທຸກຂັ້ນ ແກ້ໄຂ ຫລື ອຳນວຍຄວາມສະດວກ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການທຸລະກິດໄມ້ ໃນການເຄື່ອນຍ້າຍໄມ້ອອກ ສປປ ລາວ ຢ່າງເດັດຂາດ, ຫາກລະເມີດ ແມ່ນຈະປະຕິບັດວິໄນ ຫລື ດຳເນີນຄະດີ ຕາມລະບຽບກົດໝາຍກຳນົດໄວ້, ທັງນີ້ກໍເພື່ອເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ຂອງຕົນ ໃຫ້ສອດຄ່ອງກັບລະບຽບກົດໝາຍ ກໍຄືຄຳສັ່ງ ແລະ ນິຕິກຳຕ່າງໆຂອງ ລັດຖະບານວາງອອກຢ່າງເຂັ້ມງວດ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄຳສັ່ງດັ່ງກ່າວ ໃນວັນທີ 13 ພຶດສະພາ 2016 ເພື່ອສະກັດກັ້ນ ສະພາບການທຳລາຍປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ໃຫ້ໝົດໄປ ເຊິ່ງຄຳສັ່ງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກທຸກຂະແໜງການທັງພາກລັດ, ເອກະຊົນ ແລະ ທົ່ວສັງຄົມເປັນຢ່າງດີ ແລະ ມີຫລາຍກະຊວງ ເປັນຕົ້ນກະຊວງກະສິກຳ-ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການເງິນ ກໍໄດ້ອອກຄຳສັ່ງ ໃຫ້ຂະແໜງການກ່ຽວຂ້ອງຕົນ ນັບທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຜັນຂະຫຍາຍ ຄຳສັ່ງດັ່ງກ່າວໃຫ້ໄດ້ຮັບຜົນດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...