Homeນານາສາລະ15 ວິທີ ຫົນທາງສູ່ດິນແດນແຫ່ງຄວາມສຸກ

15 ວິທີ ຫົນທາງສູ່ດິນແດນແຫ່ງຄວາມສຸກ

Published on

ທຸກໆຄົນທີ່ເກີດມາໃນໂລກນີ້ ແນ່ນອນຢູ່ແລ້ວວ່າ ໃຜໆກໍຕ້ອງການເງິນທອງ ກາຍເປັນຄົນລ້ຳລວຍກັນທັງນັ້ນ ແຕ່ວ່າມີສິ່ງໜຶ່ງທີ່ສຳຄັນກວ່າສິ່ງອື່ນໃດ ທີ່ຢູ່ສູງສຸດນັ້ນກໍຄື “ຄວາມສຸກ” ຖ້າມີເງິນທອງ ແຕ່ວ່າຮ່າງ ກາຍແລະຈິດໃຈ ບໍ່ມີຄວາມສຸກ ຊີວິດກໍສູນເປົ່າ.

ຂຶ້ນຊື່ວ່າ “ຄວາມສຸກ”ນັ້ນ ເຮົາອາດຈະນິຍາມ ຫລືຂະຫຍາຍຄວາມໝາຍໄປໄດ້ຫລາຍຢ່າງ ເປັນຕົ້ນວ່າ : ຄວາມສະບາຍກາຍສະບາຍໃຈ, ຄວາມສົດຊື່ນແຈ່ມໃສ, ຮ່າງກາຍມີຄວາມສຸກສົມບູນ, ຢູ່ດີກິນດີ ແລະອື່ນໆ. ເຊິ່ງຄວາມສຸກໃນທີ່ນີ້ ຈະຂໍນຳເອົາມາເວົ້າ ມີຢູ່ 15 ຢ່າງຄື :

  1. ອາຫານ : ຕ້ອງກິນອາຫານທີ່ມີປະໂຫຍດ ມີຄຸນຄ່າທາງໂພຊະນາການ ຂາດບໍ່ໄດ້ກໍແມ່ນຈຳພວກອາຫານ 5 ໝູ່ຫັ້ນແຫລະ!.
  2. ອາກາດ : ຫາຍໃຈເອົາອາກາດສົດ ຮ່າງກາຍແລະຈິດໃຈຈະໄດ້ສົດຊື່ນແຈ່ມໃສ.
  3. ອາລົມ : ຕ້ອງຮູ້ຈັກສ້າງໃຫ້ຕົນເອງມີອາລົມຫົວຂວັນ, ຍິ້ມຫົວມ່ວນຊື່ນລື່ນເລີງຢູ່ຕະຫລອດເວລາ.
  4. ອອກກຳລັງກາຍ : ຮ່າງກາຍຊິແຂງແຮງໄດ້ ກໍມີສາເຫດມາຈາກການອອກກຳລັງກາຍຢ່າງສະໝໍ່າສະເໝີ ດັ່ງນັ້ນກໍຄວນເຝິກໃຫ້ກາຍເປັນນິດໄສ.
  5. ອຸດຈາລະ : ຄວນຮູ້ຈັກຖ່າຍເທໃຫ້ເປັນເວລາ ໂດຍສະເພາະຕອນເຊົ້າ ເພາະວ່າກ່ອນກິນອາຫານໃໝ່ ກໍຄວນປະຖິ້ມອາຫານເກົ່າ ເຂົ້າຫ້ອງນ້ຳ ຖ່າຍໜັກ-ຖ່າຍເບົາ ອາບນ້ຳໃຫ້ຮ່າງກາຍມີຄວາມສົດຊື່ນແຈ່ມໃສ ເພື່ອຈະໄດ້ເພີ່ມເຕີມສິ່ງໃໝ່ໆເຂົ້າສູ່ຮ່າງກາຍ.
  6. ອະນາໄມ : ສະພາບແວດລ້ອມໃນການໃຊ້ຊີວິດກໍຄວນເຮັດໃຫ້ມັນສະອາດ ເພາະວ່າສຸຂະພາບທີ່ດີມີສາເຫດມາຈາກ ການກິນສະອາດ, ຢູ່ສະອາດ ແລະບ່ອນນອນສະອາດ…
  7. ເສື້ອຜ້າ : ມະນຸດຄືສັດປະເສີດ ທີ່ມີຫົວຄິດປະດິດສ້າງ ບໍ່ໄດ້ປະເປືອຍຄືສັດເດຍລະສານ ມີສິ່ງຂອງປົກປິດຮ່າງກາຍ ເພື່ອປ້ອງກັນໄພຕ່າງໆ ເຊັ່ນ ຄວາມຮ້ອນຄວາມໜາວ, ພະຍາດບາດເຍົາ…. ດັ່ງນັ້ນ ເສື້ອຜ້າອາພອນເປັນປັດໄຈໜຶ່ງທີ່ເຮັດໃຫ້ມະນຸດພິເສດກວ່າສັດສາຍພັນຊະນິດອື່ນ ຄວນໃສ່ເສື້ອຜ້າໃຫ້ຮູ້ຈັກກາລະເວລາ ແລະສະຖານທີ່.
  8. ປະຢັດ : ຄົນທີ່ຈະລ້ຳລວຍໄດ້ ຂໍ້ທີ່ສຳຄັນກໍແມ່ນມາຈາກການປະຢັດອົດອອມ ຄົນທີ່ມັກໃຊ້ຈ່າຍ ຟຸມເຟືອຍເກີນຖານະຕົນເອງ ທຸກຈົນຢ່າງສົມບູນແບບທັງນັ້ນ.
  9. ສ້າງສັນສິ່ງທີ່ມັກ : ທຸກໆຄົນແມ່ນມີສິ່ງໃດສິ່ງໜຶ່ງທີ່ຕົນເອງມັກ (ບໍ່ຜິດກົດໝາຍບ້ານເມືອງ) ດັ່ງນັ້ນ ກໍຄວນສ້າງສັນໃນສິ່ງທີ່ເຮົາມັກຢູ່ເລື້ອຍໆ ເພື່ອໃຫ້ຕົນເອງມີຄວາມສຸກ ຄວບຄູ່ໄປກັບອາຊີບວຽກງານທີ່ຕົນເອງເຮັດ (ອາດຈະບໍ່ໄດ້ມັກ).
  10. ນ້ຳດື່ມ : ຄົນໃດທີ່ມີຜິວພັນ ແລະໜ້າຕາແຈ່ມໃສ ເບື້ອງຫລັງທີ່ເປັນແນວນີ້ ກໍຍ້ອນເປັນຄົນມັກດື່ມນ້ຳຫລາຍ ມີຫລາຍສຳນັກຂ່າວເຄີຍບອກໄວ້ວ່າ ຄົນເຮົາດື່ມນ້ຳມື້ໜຶ່ງ ບໍ່ຄວນຫລຸດ 8 ຈອກ ເພາະຈະເຮັດໃຫ້ຮ່າງກາຍຫລ່າເຫລືອງ ແລະມີອັນຕະລາຍໄດ້.
  11. ຟັງທັມມະ : ໃນຍຸກໂລກາພິວັດນີ້ ໂລກຈັ່ງແມ່ນສັບສົນວຸ່ນວາຍ ຜູ້ຄົນມີແຕ່ຕັ້ງໜ້າຕັ້ງຕາຫາເງິນໆ ເພື່ອວ່າຊີວິດຈະໄດ້ດີຂຶ້ນ ແຕ່ກົງກັນຂ້າມຊ້ຳພັດເຮັດໃຫ້ຈິດໃຈໝົ່ນໝອງ ບໍ່ມີຄວາມສຸກ ດັ່ງນັ້ນ ກໍຄວນຊອກຫາອາຫານໃຈມາບຳລຸງເລື້ອຍໆ ນັ້ນກໍຄືທັມມະ ມີຢູ່ເຕັມຕາມອິນເຕີເນັດ : ເຟດບຸກ, ຢູທູບ….. ຫລືອາດຈະເຂົ້າໄປຫາຕາມວັດວາ ຫລືຄົ້ນຄວ້າຕາມຄຳພີດີກາຂອງສາສະໜາຕ່າງໆກໍໄດ້.
  12. ອະໄພ : ການໃຫ້ອະໄພຄືທີ່ມາຂອງຄວາມສຸກ ດັ່ງນັ້ນ ເມື່ອມີຄວາມໂກດແຄ້ນເກີດຂຶ້ນພາຍໃນຈິດໃຈ ກໍຄວນປ່ອຍປະລະວາງ ເພາະສິ່ງນີ້ມັນເປັນມະເຮັງທີ່ທຳລາຍຄວາມສຸກໂດຍສະເພາະ.
  13. ນອນຫລັບ : ຄວນສ້າງນິດໄສນອນຫລັບໃຫ້ກັບຕົນເອງ ການນອນຫລັບໃຫ້ພຽງພໍຄືຜົນພອຍຂອງການມີສຸຂະພາບທີ່ດີ.
  14. ຫລີກເວັ້ນອະບາຍຍະມຸກ​ : ການດື່ມນ້ຳເມົາ, ທ່ຽວກາງຄືນ, ພົວພັນກັບສິ່ງເສບຕິດ, ຂີ້ລັກມັກຈົກ… ສິ່ງເຫລົ່ານີ້ຄືຫົນທາງແຫ່ງຄວາມຈິບຫາຍ ຄວນຫລີກເວັ້ນໃຫ້ໄກທີ່ສຸດ.
  15. ອຸດົມຄະຕິ : ຄົນທີ່ປະສົບຜົນສຳເລັດພາຍໃນໂລກນີ້ ຕ່າງກໍມີອຸດົມຄະຕິກັນທັງນັ້ນ ເວົ້າງ່າຍໆກໍແມ່ນເປົ້າໝາຍຂອງຊີວິດນັ້ນເອງ ທີ່ຢາກກາຍເປັນແບບນັ້ນແບບນີ້ໃນອະນາຄົດ “ຊີວິດຈະດີໄດ້ ຕ້ອງມີເປົ້າໝາຍ”.

 

ຂໍ້ມູນອ້າງອີງຈາກ : ປຶ້ມພິກຊີວິດສູ່ຄວາມສຳເລັດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...