spot_img
Homeຂ່າວພາຍ​ໃນແຈ້ງການ ເລື່ອງສະພາບຄົນຕ່າງດ້າວລັກເດັກນ້ອຍ !!

ແຈ້ງການ ເລື່ອງສະພາບຄົນຕ່າງດ້າວລັກເດັກນ້ອຍ !!

Published on

10414551_10152146993979149_7978490474020611131_n

ຫ້ອງວ່າການລັດຖະບານໄດ້ອອກແຈ້ງການ ສະບັບເລກທີ 791/ທລບ ເມື່ອວັນທີ 17 ມິຖຸນາ 2014 ເຖິງ ກະຊວງປ້ອງກັນຄວາມສະຫງົບ ເລື່ອງ: ທິດຊີ້ນຳກ່ຽວກັບ ການແກ້ໄຂ ສະພາບຄົນຕ່າງດ້າວ ລັກເດັກນ້ອຍຢູ່ໃນ ສປປລາວ.

ເນື້ອໃຈແຈ້ງການກ່າວວ່າ: ຫ້ອງວ່າການລັດຖະບານຂໍນັບຖືເປັນກຽດຮຽນແຈ້ງຄຳເຫັນຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: “ໃຫ້ກະຊວງປ້ອງກັນຄວາມສະຫງົບຮີບຮ້ອນປຶກສາຫາລື ເພື່ອຫາວິທີການແກ້ໄຂບັນຫາດັ່ງກ່າວເລັ່ງດ່ວນ ເພາະເປັນອາຊະຍາກຳທີ່ຮ້າຍແຮງ. ພ້ອມດຽວກັນນັ້ນ, ກໍໃຫ້ແຈ້ງເຕືອນປະຊາຊົນ ໃຫ້ມີສະຕິລະວັງຕົວ ແລະຮັກສາລູກຫຼານຂອງຕົນໃຫ້ດີ”.

ພາຍຫຼັງໃບແຈ້ງການດັ່ງກ່າວຖືກເຜີຍແຜ່ ທີມງານ Laopost.com ໄດ້ສອບຖາມໄປຍັງກົມປະຊາສຳພັນ ຂອງຫ້ອງວ່າການລັດຖະບານ ແລະໄດ້ຮັບການຢືນຢັນວ່າແຈ້ງການນີ້ແມ່ນຂອງແທ້ ເປັນການແຈ້ງການຊີ້ນຳຂອງທ່ານນາຍົກ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...