spot_img
Homeຂ່າວພາຍ​ໃນລະວັງ! ທົ່ວປະເທດມີຜູ້ຕິດເຊື້ອ ໄຂ້ເລືອດອອກແລ້ວຫຼາຍ ກວ່າ 770 ກໍລະນີ

ລະວັງ! ທົ່ວປະເທດມີຜູ້ຕິດເຊື້ອ ໄຂ້ເລືອດອອກແລ້ວຫຼາຍ ກວ່າ 770 ກໍລະນີ

Published on


ວັນທີ 16 ມິຖຸນານີ້ໜ່ວຍ ງານເຝົ້າລະວັງການລະບາດ ຂອງພະຍາດ, ກະຊວງ ສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ທ້າຍ ເດືອນທັນວາປີ 2013 ມາຮອດ ກາງເດືອນ ມິຖຸນານີ້ຢູ່ທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດອອກ ແລ້ວ 778 ກໍລະນີ, ແຕ່ຍັງບໍ່ ມີຜູ້ເສຍຊີ ວິດ, ໃນນີ້ແຂວງທີ່ມີການຕິດ ເຊື້ອຫຼາຍກວ່າໝູ່ແມ່ນ:ສາລະວັນ ມີ 238 ກໍລະນາ, ອັດຕະປື 168 ກໍ ລະນີ, ເຊກອງ 100 ກໍລະນີ, ນະ ຄອນຫຼວງວຽງຈັນ 92 ກໍລະນີ, ແຂວງວຽງ ຈັນ50 ກໍລະນີ, ຈຳ ປາສັກ 48 ກໍລະນີ, ຄຳມ່ວນ 26 ກໍລະນີ ແລະ ແຂວງບໍລິຄຳໄຊ 17 ກໍລະນີ, ສ່ວນແຂວງອື່ນໆ ແມ່ນຍັງບໍທັນມີການ ລາຍງານພົບກໍລະນີຜູ້ຕິດເຊື້ອໄຂ້ເລືອດອອກ ເທື້ອ, ແຕ່ເຫັນວ່າຈຳນວນຜູ້ຕິດ ເຊື້ອພະຍາດດັ່ງກ່າວນັບມື້ອເພີ່ມຂຶ້ນ, ດັ່ງນັ້ນ ເພື່ອເປັນການສະກັດກັ້ນແຕ່ຫົວທີ ແລະ ບໍ່ໃຫ້ ມີການລະບາດອອກສູ່ວົງກວ້າງ ນັ້ນ, ກະຊວງສາທາລະນະສຸກ ຈຶ່ງໄດ້ຮຽກ ຮ້ອງໃຫ້ປະຊາຊົນໃນຂອບເຂດທົ່ວປະເທດເປັນ ເຈົ້າການໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ,ໂດຍສະເພາະ ແມ່ນປະ
ຕິບັດຕາມຄຳຂວັນ 5 ປທີ່ປະຊວງສາທາລະນະສຸກ ວາງອອກໃຫ້ເຂັ້ມງວດຄື: ປ 1. ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງ ມາໄຂ່ໃສ່, ປ 2. ປ່ຽນນ້ຳ ແລະ ຜັດຖຸພາຊະນະເຊັ່ນ: ເຕົ້າດອກ ໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້າຮອງ ຈອກນ້ຳ, ປ 3. ປອຍປາຫາງນົກຍຸງເພື່ອກິນໜອນ ນ້ຳຍຸງລາຍ, ປ4. ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢ່າງຕີ່ນລົດເກົ່າ ແລະ ປ 5. ປະຕິ ບັດເປັນປະຈຳທຸກ ອາທິດ ແລະ ຖ້າເປັນໄຂ່ໃຫ້ໄປປິ່ນປົວຢູ່ໂຮງໝໍຫຼືສຸກສາລາໃກ້ບ້ານ.
ຂ່າວໃຫ້ຮູ້ອີກວ່າ: ວັນທີ 13 ມິຖານາທີ່ຜ່ານມາພະແນກສາທາລະນະສຸກນະຄອນຫຼວງວຽງຈັນກໍໄດ້ຮ່ວມກັນປະ ຊາຊົນບ້ານຈອມມະນີຈັດຕັ້ງຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນໄຂ້ເລືອດ ອອກ ອາຊຽນ (15ມິຖຸນາ) ໃຫ້ມີຄວາມໝາຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...