spot_img
Homeຂ່າວທ້ອງຖິ່ນໂຄງການ​ພັດທະນາ​ບ້ານ​​ແບບ​​ໃໝ່ຂອງ ສ.​ເກົາຫລີ ​ໄດ້​ນຳ​ມາ​ເຮັດ​ທົດ​ລອງຢູ່​ເມືອງ​ທຸລະຄົມ ​ແລະ​ ​ເມືອງ​ສັງ​ທອງ

ໂຄງການ​ພັດທະນາ​ບ້ານ​​ແບບ​​ໃໝ່ຂອງ ສ.​ເກົາຫລີ ​ໄດ້​ນຳ​ມາ​ເຮັດ​ທົດ​ລອງຢູ່​ເມືອງ​ທຸລະຄົມ ​ແລະ​ ​ເມືອງ​ສັງ​ທອງ

Published on

 

ນັບ​ແຕ່​ປີ 2009 ​ເປັນຕົ້ນມາ, ​ອົງການ​ເຊ​ມາ​ເອິນ ອຸນດົງ ຫລື ອົງການ​ພັດທະ ນາ​​ບ້ານ​ແບບ​ໃໝ່ ຂອງ ສ.​ເກົາຫລີ ​ໄດ້​ໃຫ້​ທຶນ​ສະ ໜັບສະໜູນ​ໂຄງການ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ​ໃຫ້​ແກ່​ບ້ານ​ຕົວ​​ແບບ​​​ຈຳນວນ 5 ບ້ານຢູ່​ເມືອງ​ທຸ ລະຄົມ ​ແຂວງ​ວຽງ​ຈັນ ​ແລະ ບ້ານ​ປາກ​ແທກ ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ ມາ​ຮອດ​ປັດຈຸບັນ​ນັບ​ວ່າ​ມີ​ຜົນ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ ​ແລະ ​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ປະຊາຊົນມີ​ຄວາມ​ພາກພູມ​ໃຈ​ກັບ​ໂຄງ​ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ເຊັ່ນ: ການ ໃຫ້​ທຶນ​​ຊ່ວຍ​ເຫລືອ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງບ້ານ​ຕົວ​ແບບ​ດັ່ງ ກ່າວຕົກ​ເປັນ​ມູນ​ຄ່າ​ທັງ​ໝົດ 1 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ປະ ກອບ​ມີ​ບ້ານ​ຫາດ​ໄຊ, ​ໂພນ​ແຮ່, ບຸ່ງ​ພ້າວ, ລິງ​ຊັນ, ບ້ານ​ເກິ​ນ​ເໜືອ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ແລະ ບ້ານ​ປາກ​ແທກ ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ການ​ກໍ່ສ້າງ​ຖະໜົນ​ຫົນທາງ​ເຂົ້າບ້ານ ​ແລະ ການຈັດ​ຊື້​ອຸປະກອນ​ການ​ສຶກສາ, ສາທາ ລະນະ​ສຸກ ​ແລະ ​​ເຄື່ອງມື​ຮັບ​ໃຊ້​ການ​ຜະລິດ​ກະສິກຳ​ອື່ນໆ ລວມ ທັງ​ທຶນ​ນຳ​ໃຊ້​ເຂົ້າ​ໃນ​ການ​ໄປ​ສຳ​ມະ​ນາ, ທັດສະນະ​ສຶກສາ​ຢູ່ ສ.​ເກົາຫລີ ນຳອີກ.

 

ທ່ານ ຄຳ​ຈັນ ຊາ​ມຸນຕີ ຫົວ ໜ້າ​ຫ້ອງການ​ແຜນການ ​ແລະ ການ​ລົງທຶນ ​ເມືອງ​ທຸລະຄົມ ​ໃຫ້​ຮູ້​ວ່າ: ຜ່ານ​ຈາກ​ການ​ສະໜັບ ສະໜູນ​ທຶນ​ສ້າງ​ຕົວ​ແບບ​ຂອງ​ບ້ານ​ພັດທະນາ​ດັ່ງກ່າວ​ໄດ້​ຊ່ວຍ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ ຊົນ​ມີ​ການ​ປ່ຽນ​ແປງ​ດີ​ຂຶ້ນ ​ແລະ ຄາດ​ວ່າ​ໃນ​ຊຸມ​ປີ​ຕໍ່ໜ້າ ​ເມືອງ​ທຸລະຄົມ​ຍັງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ສະໜັບສະໜູນ​ການ​ພັດທະ ນາ​ໃນ​ຮູບ​ແບບ​ດຽວ​ກັນນີ້ຕື່ມ​ອີກ​ຈຳນວນ 4 ບ້ານ.

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...