spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ​ຈະ​ເພີ່ມ​ງົບ​ພິ​ເສດ​ຕໍ່ຕ້ານ​ກໍ່​ການ​ຮ້າຍ

ຍີ່ປຸ່ນ​ຈະ​ເພີ່ມ​ງົບ​ພິ​ເສດ​ຕໍ່ຕ້ານ​ກໍ່​ການ​ຮ້າຍ

Published on

ລັດຖະບານ​ຍີ່ປຸ່ນ​ຈະ​ເພີ່ມ​ງົບປະມານ​ມູນ​ຄ່າຫຼາຍ​ຕື້​ເຢນ​ເພື່ອ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ງົບປະມານ​ຊຸດ​ພິ​ເສດ, ຈາກ​ເຫດການ​ກຸ່ມ​ຕິດ​ອາວຸດ​ໂຈມ​ຕີ​ນະຄອນ​ດາ​ກາ​ຂອງ​ບັງ​ກາລາ​ເທດ ຊຶ່ງ​ເຮັດ​ໃຫ້​ຄົນ​ຍີ່ປຸ່ນ​ເສຍ​ຊີວິດ 7 ຄົນ.

ສຳນັກຂ່າວຕ່າງປະ​ເທດ​ລາຍ​ງານ​ວ່າ ງົບປະມານ​ຍີ່ປຸ່ນ​ຊຸດ​ນີ້​ປະກອບ​ດ້ວຍ​ແຜນ​ກະ​ຕຸ້ນ​ເສດຖະກິດ​ມູນ​ຄ່າ​ລວມ 10 ພັນ​ຕື້​ເຢນ ​ເພື່ອ​ຊຸກຍູ້​ເສດຖະກິດ​ທີ່​ອ່ອນ​ແອ​ຂອງ​ຍີ່ປຸ່ນ​ໃນ​​ໄລຍະ​ທີ່​ປະລິມານ​ຄວາມ​ຕ້ອງການ​ສິນຄ້າ​ລໍ​ຕົວ ​ແລະ ​ເງິນ​ເຢນ​ແຂງ​ຄ່າ​ຂຶ້ນ ນັບ​ຕັ້ງ​ແຕ່​ອັງກິດ​ຈັດການ​ລົງ​ປະຊາ​ມະຕິ​ອອກ​ຈາກ​ການ​ເປັນ​ສະມາຊິກ​ສະຫະພາບ​ເອີຣົບ (ອີ​ຢູ) ຢ່າງ​ໃດ​ກໍ​ຕາມ​ແຫຼ​ງຂ່າວ​ຍັງ​ບໍ່​ເປີດ​ເຜີຍ​ຊື່​ດັ່ງກ່າວ​ວ່າ ​ແຜນ​ງົບປະມານ​ຄັ້ງ​ນີ້​ຍັງ​ບໍ່​ໄດ້​ຂໍ້​ສະ​ຫຼຸບ​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ.

ລັດຖະບານ ​ແລະ ສະມາຊິກ​ພັກ​ຮ່ວມ​ລັດຖະບານ​ຈະ​ພິຈາ​ຕົວ​ເລກ​ງົບປະມານ​ກະ​ຕຸ້ນ​ເສດຖະກິດ ​ແລະ ງົບປະມານ​ອື່ນໆ​ພາຍຫຼັງຈາກ​ການ​ເລືອກ​ຕັ້ງສະມາຊິກ​ວຸດ​ທິສະພາ​ໃນ​ວັນ​ທີ 10 ກໍລະກົດ ກ່ອນ​ປະ​ເມີນ​ສະ​ຫຼຸບ​ຕົວ​ເລກ​ງົບ​ປະ​ມານ​ພິ​ເສດ​ໃນ​ລະດູໜາວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...