Homeນານາສາລະວິທີປ້ອງກັນຄວາມຄຶດທາງດ້ານລົບ

ວິທີປ້ອງກັນຄວາມຄຶດທາງດ້ານລົບ

Published on

 

ໃນການດຳເນີນຊີວິດຂອງແຕ່ລະຄົນນັ້ນ ແນ່ນອນວ່າມີດີມີດ້ອຍສັບປ່ຽນກັນໄປ ບໍ່ມີໃຜດອກທີ່ຈະດີຕະຫລອດເວລາ. ໃນນັ້ນຄວາມຄຶດກໍເປັນສິ່ງທີ່ສຳຄັນຫລາຍທີ່ສຸດ ເພາະວ່າມັນເປັນຈຸດປ່ຽນແປງໃນຊີວິດຂອງເຮົາ ວ່າຊິດີຫລືຊິຮ້າຍ, ເມື່ອມີຄວາມຄຶດທາງດ້ານບວກ ກົງກັນຂ້າມມັນກໍມີລົບເຊັ່ນດຽວກັນ ດັ່ງນັ້ນ ມື້ນີ້ພວກເຮົາມາຮຽນຮູ້ວິທີປ້ອງກັນຄວາມຄິດທາງດ້ານລົບນຳກັນ ເຊິ່ງມີຢູ່ 10 ວິທີດັ່ງຕໍ່ໄປນີ້ :

  1. ບໍ່ໃຊ້ຄຳເວົ້າທາງດ້ານລົບ ເປັນຕົ້ນວ່າ : ໝົດຫວັງ, ມັນເປັນໄປບໍ່ໄດ້, ມັນບໍ່ດີ, ຊີວິດທຸກຈົນ… ແລ້ວປ່ຽນມາເປັນຄຳເວົ້າເຫລົ່ານີ້ແທນ ເຊັ່ນ “ແລ້ວຂ້ອຍຈະເຮັດໃຫ້ມັນດີ ຫລືດີຂຶ້ນກວ່າເກົ່າ”.
  2. ໃຫ້ອະໄພໂທດແກ່ຄົນອື່ນ ບໍ່ຄວນເອົາຄວາມໂກດເຫລົ່ານັ້ນ ມາຕັດສິນເຮັດໃຫ້ເກີດຄວາມແຕກແຍກ ເພາະວ່າການໃຫ້ອະໄພເຊິ່ງກັນແລະກັນ ມັນຈະເຮັດຄວາມຂຸ່ນເຄືອງ, ຄວາມໃຈຮ້າຍໝົດສ້ຽງໄປ.
  3. ຕ້ອງເຂົ້າໃຈວ່າໃນໂລກນີ້ຄົນຄຶດບໍ່ຄືກັນ ຄວາມແຕກຕ່າງຂອງແຕ່ລະຄົນນັ້ນ ຄືສິ່ງທີ່ທຳມະຊາດສ້າງມາ ບໍ່ສາມາດກຳຈັດມັນຖິ້ມໄດ້ ແລະຕ້ອງຍອມຮັບໃນສິ່ງທີ່ທຸກຄົນເປັນ.
  4. ມີອາລົມແຈ່ມໃສ, ຍິ້ມຫົວ ໃນການດຳລົງຊີວິດ ຈະເຮັດໃຫ້ຊີວິດບໍ່ເຄັ່ງຄຽດ ແລະເຮົາຈະມີຄວາມສຸກກັບການດຳລົງຊີວິດ.
  5. ມີຄວາມຮູ້ສຶກຮ່ວມກັບທຸກຄົນທີ່ຢູ່ອ້ອມຂ້າງ ຫລືທີມງານຂອງເຮົາ ເອົາໃຈເຂົາມາໃສ່ໃຈເຮົາ ສິ່ງຈະເຮັດໃຫ້ສິ່ງແວດລ້ອມໃນການຢູ່ຮ່ວມກັນດີຂຶ້ນ.
  6. ຫລີກເວັ້ນສິ່ງເຫລົ່ານີ້ຄື ຄວາມໂກດ, ຄວາມກຽດ ແລະອະຄະຕິຕ່າງໆ.
  7. ເມື່ອຄວາມໂກດ, ຄວາມກຽດ ແລະອະຄະຕິຕ່າງໆເກີດຂຶ້ນຢູ່ໃນຈິດໃຈແລ້ວ ຄວນຄວບຄຸມມັນໃຫ້ໄດ້ ບໍ່ໃຫ້ມັນມາທຳຮ້າຍຕົວເຮົາ ແລະຄົນອື່ນ.
  8. ຕ້ອງຮູ້ຈັກອາລົມທີ່ກົງກັນຂ້າມກັນ ແລະຊອກຫາວິທີປະຕິບັດດັ່ງຕໍ່ໄປນີ້ :
  • ຄວາມປາຖະໜາ      ຄວາມຢ້ານກົວ    
  • ຄວາມຮັກ      ຄວາມກຽດຊັງ
  • ຄວາມຝັກໄຝ່/ສະແຫວງຫາ ຄວາມໂລບ
  • ຄວາມຫວັງ ຄວາມໝົດຫວັງ

………………………………………………………

  1. ຮູ້ຈັກປະຕິເສດໃນສິ່ງທີ່ຈະທຳຮ້າຍໂຕເຮົາ ບໍ່ວ່າຈະເປັນແນວຄຶດຈິດໃຈຂອງຕົນເອງ ຫລືວ່າແນວຄວາມຄຶດຂອງຄົນພາຍນອກ.
  2. ພະຍາຍາມຢູ່ໃກ້ ແລະຊຶມຊັບເອົາຄົນທີ່ມັກຄຶດບວກ, ເວົ້າບວກ ແລະເຮັດໃນສິ່ງທີ່ສ້າງສັນ.

ຂໍ້ມູນຈາກ : ປຶ້ມພິກຊີວິດສູ່ຄວາມສຳເລັດ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...