spot_img
Homeຂ່າວພາຍ​ໃນວາງສະແດງສິນຄ້າເພີ່ມມູນຄ່າການຄ້າລາວ-ຫວຽດນາມ

ວາງສະແດງສິນຄ້າເພີ່ມມູນຄ່າການຄ້າລາວ-ຫວຽດນາມ

Published on

ງານ​ວາງ­ສະ­ແດງ​ສິນ­ຄ້າ​ລາວ-ຫວຽດ­ນາມ​ປະ­ຈຳ​ປີ 2016 ໄດ້​ເປີດ​ຂຶ້ນຢ່າງ​ເປັນ​ທາງ​ການ ເມື່ອ​ວັນ​ທີ 7 ກໍ​ລະກົດ​ຜ່ານ​ມາທີ່​ສູນ​ການ​ຄ້າ​ລາວ-ໄອເຕັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ຈິດ ອິນ​ທະມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ​ສາ​ຫະກຳ ແລະ​ການ​ຄ້າ ສປປ ລາວ, ທ່ານ ຫງຽນ​ເກີມ ຕູ ຮອງ​ລັດ­ຖະ­ມົນ­ຕີ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ​ ການ​ຄ້າ ສສ ຫວຽດ­ນາມ, ພ້ອມ​ດຽວ​ກັນ​ນີ້ ກໍ​ມີ​ບັນ­ດາຫົວ­ໜ່ວຍ​ທຸ­ລະ​ກິດ​ຈາກ​ພາກ​ລັດ ແລະ ເອ­ກະ​ຊົນທັງ​ສອງ​ປະ­ເທດ​ລາວ-ຫວຽດນາມ​ເຂົ້າ​ຮ່ວມ.

ທ່ານ ສົມ​ຈິດ ອິນ​ທະ​ມິດ ໄດ້​ກ່າວ: ຈຸດ​ປະ​ສົ່ງ​ຂອງ​ການ​ຈັດ​ງານ​ວາງ​ສະແດງ​ສີນ​ຄ້າ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສົ່ງເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ແລະການ​ລົງ­ທຶນຂອງ​ສອງ​ປະ­ເທດ ເປັນ​ເວທີ​ໜຶ່ງ​ທີ່​ສ້າງ​ໂອ­ກາດ​ໃຫ້​ພາກ​ທຸ­ລະ​ກິດຂອງ​ສອງ​ປະ­ເທດ​ໄດ້​ແລກ­ປ່ຽນ​ຂໍ້​ມູນຂ່າວ­ສານ ເພື່ອ​ຍົກ​ລະ­ດັບ​ຄຸນ​ນະ​ພາບ​ສິນຄ້າ​ຂອງ​ພາກ​ທຸ­ລະ​ກິດ​ທັງ​ສອງ​ປະ­ເທດ ແລະ​ສ້າງ​ເງື່ອນ­ໄຂ​ໃຫ້​ນັກ­ທຸ­ລະ­ກິດ​ຊອກຫາ​ຄູ່​ຄ້າ​ຮ່ວມ​ກັນ ເພື່ອ​ສ້າງ​ຖານ​ການ​ຄ້າ​ໃຫ້​ນັບ​ມື​ກວ້າງ­ຂວາງ​ຂຶ້ນ.

ສຳ­ລັບ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເຂົ້າ​ຮ່ວມງານ​ວາງ­ສະ­ແດງ​ສິນ­ຄ້າ​ໃນ​ຄັ້ງ​ນີ້​ແມ່ນ​ມີທັງ​ໝົດ 400 ຫ້ອງ ໃນ​ນັ້ນ ທຸ­ລະ​ກິດລາວ​ມີ​ຈຳ­ນວນ 280 ຫ້ອງ ແລະ​ທຸ­ລະກິດ​ຫວຽດ­ນາມ​ມີ​ຈຳ­ນວນ 120 ຫ້ອງ, ພ້ອມ​ດ້ວຍ​ບໍ­ລິ­ສັດ ສປປ ລາວ ແລະຫວຽດ­ນາມ ຫຼາຍ​ກວ່າ 200 ບໍ­ລິ­ສັດ, ສ່ວນ​ສິນ­ຄ້າ​ທີ່​ທັງ​ສອງ​ປະ­ເທດ​ນຳ​ມາວາງ­ສະ­ແດງ​ແມ່ນ ເຄື່ອງ​ໄຟ­ຟ້າ, ເຄື່ອງຢາງ, ເຄື່ອງ­ມື​ກະ­ສິ­ກຳ, ອາ­ຫານ​ທະ­ເລ, ເຟີ​ນີ​ເຈີ, ເຄື່ອງ​ຫັດ­ຖະ­ກຳ, ກະ­ສິ­ກຳ​ປຸງແຕ່ງ,ສີນ​ຄ້າ​ໂອ​ດັອບ ແລະ​ສິນ­ຄ້າ​ອື່ນໆ​ໂດຍ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ໃນ​ຄັ້ງ​ນີ້ແມ່ນ​ເລີ່ມ ແຕ່​ວັນ​ທີ 7-11 ກໍ­ລະ­ກົດ 2016.

ແນວ­ໃດ​ກໍ​ດີ ໃນ​ໄລ­ຍະ​ຜ່ານ​ມາ​ການຮ່ວມ​ດ້ານ​ເສດ­ຖະ­ກິດ-ການ​ຄ້າ​ລະ­ຫວ່າງລາວ ແລະ​ຫວຽດ­ນາມ ໄດ້​ມີ​ການ​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ໂດຍ​ນັບ​ແຕ່​ປີ 2011-2015 ມູນ​ຄ່າ​ການ​ຄ້າ​ຂອງສອງ​ປະ­ເທດ ໄດ້​ບັນ­ລຸ​ມູນ​ຄ່າ​ເກືອບ 40 ພັນ​ຕື້​ກວ່າ​ກີບ ຫຼື ປະມານ 4,84 ຕື້​ໂດລາ ຂະ­ນະ​ທີ່​ໃນ​ອີກ 5 ປີ​ຕໍ່­ໜ້າ​ນັບ​ແຕ່​ປີ 2016-2020 ລັດ­ຖະ­ບານ​ສອງ​ປະ­ເທດໄດ້​ວາງ​ເປົ້າ​ໝາຍ​ຈະ​ສູ້​ຊົນ​ໃຫ້​ມູນ​ຄ່າການ​ນຳ​ເຂົ້າ ແລະ​ສົ່ງ​ອອກ​ສິນ­ຄ້າ​ລະຫວ່າງ​ກັນ​ໃຫ້​ທະ­ລຸ 5 ຕື້​ໂດ​ລາ​ສະ­ຫະ­ລັດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...