ລັດຖະບານ ຖອນໃບອະນຸຍາດສຳປະທານໂຄງການພັດທະນາໜອງແປນ

0
4534

ລັດ­ຖະ­ບານ​ກໍ​ຄື​ອຳ­ນາດ​ການ​ປົກຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ອອກ​ຂໍ້ຕົກ­ລົງ​ໃຫ້​ຖອນ​ໃບ​ອະ­ນຸ­ຍາດ​ສຳ​ປະ­ທານດິນ​ລັດ ໃນ​ໂຄງ­ການ​ພັດ­ທະ­ນາ​ໝອງແປນ ເນື່ອງ​ຈາ​ກວ່າບໍ­ລິ­ສັດ​ການ​ຄ້າ​ສາກົນ​ລາວ-ເອ​ເຊຍ ຈຳ­ກັດ​ຜູ້​ດຽວທີ່​ເປັນ​ຜູ້​ສຳ​ປະ­ທານ​ໄດ້​ລະ­ເມີດ​ກົດໝາຍ​ກໍ​ຄື​ສັນຍາ​ໂດຍ​ບໍ່​ມີ​ຄວາມ​ຈິງ​ໃຈ​ຕໍ່​ພໍ່​ແມ່​ປະ­ຊາ­ຊົນ ພ້ອມ​ທັງ​ບໍ່​ມີ​ຄວາມ​ສາ­ມາດ​ທາງ​ດ້ານການ​ເງິນ​ທີ່​ແນ່­ນອນ ແລະ​ມີ​ໝີ້​ສິນ​ກ່ຽວກັບ​ການ​ພັດ­ທະ­ນາ​ໂຄງ­ການ​ແບບ​ຄຸມ​ເຄືອ.ເມື່ອ​ວັນ​ທີ 28 ມິ­ຖຸ­ນາ 2016 ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ອອກ​ຂໍ້​ຕົກ­ລົງ​ສະ­ບັບເລກ​ທີ 0608/ຈ​ນວ ກ່ຽວ​ກັບ​ການ​ຖອນໃບ​ທະ­ບຽນ​ສຳ​ປະ­ທານ​ທີ່​ດິນ​ລັດ​ໂຄງການ​ພັດ­ທະ­ນາ​ໜອງ​ແປນ ເມືອງ​ຫາດຊາຍ​ຟອງ ນະ­ຄອນຫຼວງ​ວຽງ​ຈັນ ສະບັບ​ເລກ​ທີ 02/ຈ​ນວ, ລົງ​ວັນ​ທີ 13 ມີນາ 2015 ທີ່​ອົງ­ການ​ປົກ­ຄອງ ນະ­ຄອນຫຼວງ​ວຽງ​ຈັນ(ນວ) ອອກ​ໃຫ້​ແກ່​ບໍ­ລິ­ສັດການ​ຄ້າ​ສາ­ກົນ​ລາວ-ເອ​ເຊຍ ຈຳ­ກັດ​ຜູ້ດຽວ(ຊື່​ໃນ​ໃບ​ທະ­ບຽນ​ສຳ​ປະ­ທານ ອອກຊື່​ບໍ­ລິ­ສັດໝອງ​ແປນ ແຫຼ່ງ​ທ່ອງ​ທ່ຽວ​ລາວ-ເອ​ເຊຍ ຈຳ­ກັດ​ຜູ້​ດຽວ) ຢ່າງ​ເປັນ​ທາງ​ການ​ໂດຍເຫດ­ຜົນ​ຂອງ​ການ​ຖອນໃບ​ທະ­ບຽນ​ສຳ​ປະ­ທານດິນ​ລັດ​ດັ່ງ­ກ່າວ​ແມ່ນ​ບໍລິ​ສັດ​ການ​ຄ້າ​ສາ­ກົນ​ລາວ-ເອ​ເຊຍ ຈຳ­ກັດ​ຜູ້​ດຽວ​ຖືກ ຍົກ­ເລີກ​ສັນ­ຍາ​ຕາມ​ໃບແຈ້ງ ສະ­ບັບ​ເລກ​ທີ 01051/ພຜທ.ນວ​ທີ່​ພະ​ແນກແຜນ­ການ ແລະ​ການ​ລົງທຶ ນວ ໄດ້​ອອກ​ໜັງ­ສືແຈ້ງ​ໃນ​ວັນ​ທີ 27 ມິ​ຖຸ ນາ 2016.

ຢ່າງ­ໃດ​ກໍ​ຕາມ​ທີ່ຫຼັກໆ​ແມ່ນ​ບໍ­ລິ­ສັດ​ການຄ້າ​ສາ­ກົນ​ລາວ-ເອ​ເຊຍຈຳ­ກັດ​ຜູ້​ດຽວ​ບໍ່​ປະ­ຕິ­ບັດຕາມ​ມາດ­ຕາ 12 ຂອງກົດ­ໝາຍ​ວ່າ​ດ້ວຍ​ການ​ສົ່ງ­ເສີມ​ການ​ລົງ­ທຶນສະ­ບັບ​ເລກ​ທີ 02/ສພຊ ລົງ​ວັນ​ທີ 8 ກໍ­ລະ­ກົດ 2009 ແລະ​ມາດ­ຕາ 4 ຂໍ້ 3 ວັກ 2 ຂອງ​ດຳ­ລັດ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະ­ຕິ­ບັດ ກົດ­ໝາຍ​ວ່າ​ດ້ວຍ​ການ ສົ່ງ­ເສີມການ​ສົ່ງ­ເສີມ​ການ​ລົງ­ທຶນສະບັບ​ເລກ​ທີ 119/ນຍ ລົງ​ວັນ​ທີ 20 ເມ­ສາ 2011 ນອກ​ນັ້ນຍັງ​ບໍ່​ປະ­ຕິ­ບັດ​ຕາມ​ທີ່​ລະ­ບຸ​ໄວ້​ໃນ​ມາດ­ຕາ 10 ຂໍ້ 10.2 ຂອງ​ສັນ­ຍາ​ຂອງ​ສຳ​ປະທານ ໂດຍ​ບໍ່​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ, ສິ່ງ​ປູກສ້າງ ແລະ​ຜົນ­ລະ­ປູກ​ຂອງ​ປະ­ຊາ­ຊົນ​ຍັງບໍ່​ວາງ­ເງິນ​ຄ້ຳ­ປະ­ກັນ​ສັນ­ຍາ​ຕາມ​ທີ່​ໄດ້ກຳ­ນົດ​ໄວ້​ໃນ​ມາດ­ຕາ 10 ຂໍ້ 10.15 ຂອງ​ສັນ­ຍາ​ສຳ​ປະ­ທານ ແຕ່​ບໍ­ລິ­ສັດ​ໄດ້ມອບ​ແຊັກມູນ​ຄ່າ 30 ພັນ​ໂດ​ລາ ເພື່ອວາງ​ຄ້ຳ­ປະ­ກັນ​ສັນ­ຍາ ໂດຍ​ແຊັກ​ດັ່ງ­ກ່າວເປັນ​ແຊັກ​ທີ່​ບໍ່​ສາ­ມາດ​ຂຶ້ນ​ເງິນ​ໄດ້(ແຊັກເດັ້ງ) ອີກ​ຍັງ​ບໍ­ລິ­ສັດ​ແມ່ນ​ບໍ່​ມີ​ຄວາມ​ຈິງໃຈ ແລະ​ຕົວະ​ຕົ້ມ​ປະ­ຊາ­ຊົນ ໂດຍ​ບໍ່​ມີຄວາມ​ສາ­ມາດ​ທາງ​ດ້ານ​ການ​ເງິນ​ທີ່​ແນ່ນອນ ແລະ​ມີ​ໝີ້​ສິນ​ກ່ຽວ​ກັບ​ການ​ພັດ​ໂຄງການ​ແບບ​ຄຸມ​ເຄືອ.

ແນວ­ໃດ​ກໍ​ດີ ທັງ​ນີ້ ເຈົ້າ​ຄອງ​ນະ­ຄອນຫຼວງ​ໄດ້​ແຈ້ງ​ໃຫ້​ບັນ­ດາ​ທະ­ນາ­ຄານ, ສະຖາ​ບັນ​ການ​ເງິນ​ທີ່​ບໍ­ລິ­ສັດ​ດັ່ງ­ກ່າວ ໄດ້ເອົາ​ໃບ​ທະ­ບຽນ​ສຳ​ປະ­ທານ​ທີ່​ຖືກ​ຖອນໄປ​ຄັ້ງ​ນີ້ ໄປ​ຄ້ຳ­ປະ­ກັນ ຫຼື ຊວດ​ຈ້ຳ​ນຳບຸກ­ຄົນ, ນິ­ຕິ­ບຸກ­ຄົນຖື​ວ່າ​ເປັນ​ໂມ­ຄະ, ບັນ­ຫາ​ສິນ​ເຊື່ອ​ທີ່​ຜູ້­ກ່ຽວ​ໄດ້​ຮັບ​ປະ­ໂຫຍດຈາກ​ທີ່​ດິນ ແລະຂໍ້​ຜູກ​ພັນ​ຕ່າງໆກັບ​ບຸກຄົນ, ນິ­ຕິ­ບຸກ­ຄົນ​ກັບ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ ແມ່ນ​ມອບ​ໃຫ້​ບໍ­ລິ­ສັດ​ການ​ຄ້າ​ສາກົນ​ລາວ-ເອ​ເຊຍ ຈຳ­ກັດ​ຜູ້​ດຽວ ເປັນ​ຜູ້​ຮັບຜິດ​ຊອບ​ຕາມ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ.

ໂຄງ­ການ​ພັດ­ທະ­ນາ​ໜອງ​ແປນ ບໍ​ລິສັດການ​ຄ້າ​ສາ­ກົນ​ລາວ-ເອ​ເຊຍ ຈຳ­ກັດຜູ້​ດຽວ ໄດ້​ເຊັນ​ບົດ​ບັນ​ທືກ​ຄວາມ​ເຂົ້າ­ໃຈ(MOU) ເພື່ອ​ສືກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສຳ​ປະ­ທານ​ເນື້ອ­ທີ່​ດິນ​ກັບ​ອົງການ​ປົກ­ຄອງ​ນະ­ຄອນ­ຫຼວງ ໂດຍ​ມີ​ຕາງໜ້າ​ພະ​ແນກ​ແຜນ­ການການ​ລົງ­ທຶນ(ນວ) ໃນ​ຄັ້ງ​ວັນ​ທີ 17 ມິ­ຖຸ­ນາ 2012 ເຖິງ​ວັນ​ທີ 10 ກໍ­ລະ­ກົດ 2014 ໂຄງການ​ດັ່ງ­ກ່າວ ໄດ້​ຮັບ​ອະ­ນຸ­ມັດ​ໃນ​ການ​ເຊັນ​ສັນ­ຍາ​ສຳ​ປະ­ທານ​ເນື້ອ­ທີ່​ດິນ​ໜອງແປນ 73 ເຮັກ­ຕາ ຊຶ່ງ​ເປັນ​ໂຄງ­ການ​ລົງ ທຶນ​ຂອງ​ເອ­ກະ​ຊົນ​ພາຍ​ໃນ 100% ໂດຍມີ​ເປົ້າ​ໝາຍ​ໃນ​ການ​ພັດ­ທະ­ນາ​ໃຫ້​ກາຍເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ (AS-AIN) ເປັນ­ຕົ້ນສວນ​ສະ​ໝຸກ, ໂຮງ­ແຮມ 5 ດາວ, ສູນ​ການ​ຄ້າ, ສະ​ໝາມ​ກ໋ອບ 18 ຫຼຸມ, ສະ­ຖານ­ທີ່​ບັນ­ເທີງ​ຄັບ​ເຮົ້າ ແລະກິດ­ຈະ­ກຳ​ອື່ນໆ​ທີ່​ບໍ່​ຂັດ​ກັບ​ລະ­ບຽບ​ກົດໝາຍ​ຂອງ ສປປ ລາວ ນອກ​ນັ້ນ ຍັງຈະ​ມີ​ສະ­ຖານ­ທີ່​ອ່າງ­ເກັບ­ນ້ຳ​ຈືດ ເປັນ​ທະເລ​ທຽມເຮືອນ​ວັດ­ທະ­ນະ­ທຳ​ຂອງ​ອາຊຽນ 10 ປະ­ເທດ ແລະ​ອື່ນໆ ສຳ­ລັບ​ມູນຄ່າ​ການ​ລົງທຶນແມ່ນ 500 ລ້ານ​ໂດ​ລາ ຫຼື ປະ­ມານ 4000 ຕື້​ກີບ ມີ​ອາ­ຍຸ​ສຳ​ປະ­ທານ 70 ປີ ພ້ອມ​ດ້ວຍ​ກັນ​ນັ້ນ ທາງ​ບໍ­ລິ­ສັດ​ແມ່ນ​ຍັງ​ໄດ້​ຮັບ­ຜິດ­ຊອບ​ໃນ​ການ​ຊົດ​ເຊີຍມູນ​ຄ່າ​ທີ່​ດິນ​ຂອງ​ປະ­ຊາ­ຊົນ​ທີ່​ຖືກ​ໂຄງການ.

ທີ່ມາ: ເສດຖະກິດ-ສັງຄົມ